ໃນເວລາ 9 ໂມງ 18 ນາທີ (ຕາມເວລາທ້ອງຖິ່ນ), ເຮືອບິນໂດຍສານທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ລົງຈອດຢູ່ສະໜາມບິນສາກົນປັກກິ່ງ.

ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຢູ່ສະໜາມບິນສາກົນປັກກິ່ງ, ມີ: ທ່ານ Yin Li, ກໍາມະການກົມການເມືອງ, ເລຂາພັກນະຄອນປັກກິ່ງ; ທ່ານ Liu Haixing, ກຳມະການສູນກາງພັກ, ຫົວໜ້າຄະນະປະສານງານການພົວພັນຕ່າງປະເທດສູນກາງພັກກອມມູນິດ ຈີນ; ທ່ານ He wei, ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ ພ້ອມດ້ວຍພັນລະຍາ; ທ່ານ ຟ້າມແທັງບິ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຈີນ ພ້ອມດ້ວຍພັນລະຍາ; ພະນັກງານ, ລັດຖະກອນສະຖານທູດຫວຽດນາມ ປະຈຳ ຈີນ; ຜູ້ຕາງໜ້າປະຊາຄົມ ແລະນັກສຶກສາຫວຽດນາມ ອາໄສຢູ່ ຈີນ.

leftcenterrightdel
 
leftcenterrightdel
ຜູ້ຕາງໜ້າການນໍາຄະນະພັກນະຄອນປັກກິ່ງ ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ. ພາບ: qdnd.vn

ການຢ້ຽມຢາມທາງລັດຖະກິດຢູ່ ຈີນ ຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ເປັນຂີດໝາຍແຫ່ງການເລີ່ມຕົ້ນໃໝ່ໃນການພົວພັນສອງຝ່າຍເມື່ອທັງສອງປະເທດລ້ວນແຕ່ກ້າວເຂົ້າສູ່ໄລຍະພັດທະນາໃໝ່: ຫວຽດນາມ ກ້າວເຂົ້າສູ່ສັງກາດພັດທະນາໃໝ່ພາຍຫຼັງຜົນສຳເລັດອັນດີງາມຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ຈີນ ເລີ່ມຜັນຂະຫຍາຍແຜນຜັງພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 15.

leftcenterrightdel
 
leftcenterrightdel
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ໄດ້ໄປເຖິງນະຄອນຫຼວງປັກກິ່ງ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຈີນ. ພາບ: qdnd.vn

ການຢ້ຽມຢາມແມ່ນໂອກາດສຳຄັນຍິ່ງເພື່ອຍົກລະດັບຫຸ້ນສ່ວນຍຸດທະສາດ ແລະກໍານົດລະດັບສູງໃໝ່ໃຫ້ການພົວພັນລະຫວ່າງສອງພັກ, ສອງລັດ. ການນຳຂັ້ນສູງຂອງສອງພັກ, ສອງລັດຈະຮ່ວມກັນກຳນົດທິດທາງໃໝ່, ບາດກ້າວບຸກທະລຸໃໝ່ໃນການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະການທ່ອງທ່ຽວ, ການຮ່ວມມືໃນລະບົບຕ່ອງໂສ້ການຕອບສະໜອງ, ຕ່ອງໂສ້ການຜະລິດ, ການສຶກສາ ແລະບໍາລຸງສ້າງ, ວິທະຍາສາດເຕັກໂນໂລຢີ, ມານະພະຍາຍາມພ້ອມກັນຫັນເປົ້າໝາຍ, ຄວາມຄາດຫວັງພັດທະນາຂອງແຕ່ລະປະເທດໃຫ້ປະກົດຜົນເປັນຈິງ.

ໂດຍ: ເຈິ່ນຮວ່ຽນ