ພາກທີ 1 ຂອງກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ XVI ໄດ້ສຳເລັດເນື້ອໃນວາງອອກ
ກປ.ອອນໄລ - ພາກທີ 1 ຂອງກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XVI ໄດ້ແກ່ຍາວແຕ່ວັນທີ 6 ເມສາ ຫາວັນທີ 12 ເມສາ 2026, ຢູ່ຮ່າໂນ້ຍ ໄດ້ປະຕິບັດສຳເລັດເນື້ອໃນທີ່ວາງອອກ. ສະພາແຫ່ງຊາດ ໄດ້ສຸມໃສ່ເຂົ້າວຽກງານບຸກຄະລາກອນ.
    |
 |
|
ພາບປະກອບຈາກສໍານັກຂ່າວສານຫວຽດນາມ. |
ພາກທີ 1 ຂອງກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XVI ໄດ້ແກ່ຍາວແຕ່ວັນທີ 6 ເມສາ ຫາວັນທີ 12 ເມສາ 2026, ຢູ່ຮ່າໂນ້ຍ ໄດ້ປະຕິບັດສຳເລັດເນື້ອໃນທີ່ວາງອອກ. ສະພາແຫ່ງຊາດ ໄດ້ສຸມໃສ່ເຂົ້າວຽກງານບຸກຄະລາກອນ.
ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ສະພາແຫ່ງຊາດ ໄດ້ເລືອກເອົາທ່ານປະທານສະພາແຫ່ງຊາດ ຊຸດທີ XV ເຈິ່ນແທັງເໝິ້ນ ສືບຕໍ່ດຳລົງຕຳແໜ່ງປະທານສະພາແຫ່ງຊາດຊຸດທີ XVI, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານປະເທດ ສສ. ຫວຽດນາມ ອາຍຸການ 2026 - 2031, ທ່ານ ຫົວໜ້າຄະນະຈັດຕັ້ງສູນກາງ ເລມິງຮຶງ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ອາຍຸການ 2026 - 2031.
ຕາມແຜນການພາກທີ 2 ຂອງກອງປະຊຸມສະພາແຫ່ງຊາດຄັ້ງປະຖົມມະລຶກ ຈະດຳເນີນແຕ່ວັນທີ 20 ເມສາ ຫາວັນທີ 23 ເມສາ.
ໂດຍ: ກວຽດເຕິມ