ທີ່ການໂອ້ລົມທາງໂທລະສັບ, ທ່ານນາງ Takaichi Sanae ຊົມເຊີຍທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຮັບການເລືອກຕ້ັງດໍາລົງຕໍາແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIV ແລະປະທານປະເທດ ແຫ່ງ ສສ ຫວຽດນາມ. ທ່ານນາງ Takaichi Sanae ຢືນຢັນວ່າ ຍີ່ປຸ່ນ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືກັບຫວຽດນາມ ໃນທຸກຂົງເຂດ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໂອ້ລົມທາງໂທລະສັບກັບທ່ານນາງ Takaichi Sanae, ນາຍົກລັດຖະມົນຕີຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ໂຕເລິມ ຊົມເຊີຍພັກ LDP ຍາດໄດ້ໄຊຊະນະຈາກການເລືອກຕັ້ງສະພາຕໍ່າໃນເດືອນ ກຸມພາ ທີ່ຜ່ານມາ ແລະທ່ານນາງ Takaichi Sanae ສືບຕໍ່ໄດ້ຮັບຄວາມໄວ້ວາງໃຈເລືອກຕ້ັງເປັນນາຍົກລັດຖະມົນຕີຍ່ີປຸ່ນ; ເຊື່ອໝັ້ນວ່າ ຍີ່ປຸ່ນ ຈະສືບຕໍ່ພັດທະນາ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.
ການນໍາສອງປະເທດສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມ, ຮອບດ້ານໃນທຸກຂົງເຂດຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຍີ່ປຸ່ນ; ເຫັນດີເພີ່ມທະວີການພົບປະແລກປ່ຽນ, ແລກປ່ຽນຄະນະການນໍາຂັ້ນສູງສອງປະເທດ; ຊຸກຍູ້ການຮ່ວມມືຢ່າງມີເນື້ອແທ້ລະຫວ່າງສອງປະເທດໃນຂົງເຂດຕ່າງໆ, ຄື: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວິທະຍາສາດ-ເຕັກໂນໂລຢີ, ຫັນເປັນດີຈີຕອນ, ຫັນເປັນສີຂຽວ, ຄວາມໝັ້ນຄົງດ້ານພະລັງງານ, ແຮງງານ, ສາທາລະນະສຸກ, ທ້ອງຖິ່ນ...
    |
 |
|
ບັນຍາກາດທີ່ການໂອ້ລົມທາງໂທລະສັບ. ພາບ: ສໍານັກຂ່າວສານຫວຽດນາມ |
ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ສົ່ງຜົນກະທົບທາງລົບເຖິງຄວາມໝັ້ນຄົງດ້ານພະລັງງານ ແລະລະບົບຕ່ອງໂສ້ການສະໜອງຖືກຂາດວັກຂາດຕອນ, ທ່ານເລຂາທິການໃຫຍ່, ປະທານປະເທດ ສະແດງຄວາມປາດຖະໜາຢາກເພີ່ມທະວີການສົມທົບກັບຍີ່ປຸ່ນ ໄດ້ປະກອບສ່ວນເຂົ້າໃນການແກ້ໄຂບັນດາບັນຫາພາກພື້ນ ແລະສາກົນ, ໃນນັ້ນ ມີການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ; ຢືນຢັນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຍີ່ປຸ່ນ ໃນບັນດາບັນຫາພາກພື້ນ ແລະໂລກໃນໄລຍະຈະມາເຖິງ.
ທ່ານນາງ Takaichi Sanae ຕີລາຄາສູງທີ່ຕັ້ງ, ບົດບາດຂອງຫວຽດນາມ ໃນພາກພື້ນ; ແບ່ງປັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສໍາຄັນໃນການຜັນຂະຫຍາຍວິໄສທັດມະຫາສະໝຸດອິນເດຍ-ປາຊີຟິກເສລີ ແລະເປີດກວ້າງ (FOIP) ຂອງຍີ່ປຸ່ນ; ພ້ອມທັງຢືນຢັນວ່າ ຍີ່ປຸ່ນ ຖືເປັນສໍາຄັນ ແລະຕີລາຄາສູງນະໂຍບາຍເອກະລາດ, ເປັນເຈົ້າຕົນເອງ, ສະໜັບສະໜູນຫວຽດນາມ ປະຕິບັດບັນດາເປົ້າໝາຍພັດທະນາໃນສັງກາດໃໝ່.
ເນື່ອງໃນໂອກາດນີ້, ທ່່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໄດ້ເຊື້ຶອເຊີນພະມະຫາກະສັດ ແລະພະມະເຫສີຍີ່ປຸ່ນ, ທ່ານນາງ Takaichi Sanae ນາຍົກລັດຖະມົນຕີ ໄປຢ້ຽມຢາມຫວຽດນາມ ໃນເວລາທີ່ເໝາະສົມໂດຍໄວ.
ໂດຍ: ໄຊນີດາ