ຫວຽດນາມ - ສະຫະພັນລັດເຊຍ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ
ກປ.ອອນໄລ - ຕອນບ່າຍວັນທີ 13 ເມສາ, ທີ່ສໍານັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ Viktor Zolotov ຜູ້ອໍານວຍການອົງການພິທັກແຫ່ງຊາດ ສະຫະພັນລັດເຊຍ ທີ່ພວມມີການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານ ໂຕເລິມ ສະເໜີໃຫ້ສອງຝ່າຍສືບຕໍ່ຍູ້ແຮງການພົບປະ, ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນ ເພື່ອຮ່ວມມືຢ່າງມີປະສິດທິຜົນ, ຮັບໃຊ້ພາລະກິດສ້າງສາ, ປົກປັກຮັກສາ ແລະພັດທະນາຂອງແຕ່ລະປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ. ທ່ານເລຂາທິການໃຫຍ່, ປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ ຊົມເຊີຍ ແລະສົ່ງເສີມສອງຝ່າຍ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ແລະແງ່ຫວັງທີ່ສອງຝ່າຍມີຄວາມຕ້ອງການ ແລະທ່າແຮງທີ່ສອດຄ່ອງກັບການກໍານົດທິດ ແລະບຸລິມະສິດພັດທະນາໃນໄລຍະໃໝ່.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Viktor Zolotov ຜູ້ອໍານວຍການອົງການພິທັກແຫ່ງຊາດ ສະຫະພັນລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ສ່ວນທ່ານ Viktor Zolotov ສົ່ງຄໍາຢື້ຢາມຖາມຂ່າວ ແລະຄໍາອວຍພອນອັນດີງາມທີ່ສຸດຂອງທ່ານປະທານາທິບໍດີ ວາລາດີເມຍ ປູຕິນ ແລະບັນດາການນໍາລັດເຊຍ ເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ເຖິງ ພັກ, ລັດ ແລະປະຊາຊົນຫວຽດນາມ ເນື່ອງໃນໂອກາດຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ແລະການເລືອກຕັ້ງສະພາແຫ່ງຊາດ ຊຸດທີ XVI; ຂອບໃຈທ່ານເລຂາທິການໃຫຍ່, ປະທານປະເທດ ທີ່ຍາມໃດກໍສະຫງວນການເອົາໃຈໃສ່, ສ້າງເງື່ອນໄຂເພື່ອໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດ ແລະບັນດາອົງການທີ່ກ່ຽວຂ້ອງສອງປະເທດ ປັບປຸງການຮ່ວມມືຢ່າງບໍ່ຢຸດຢັ້ງ.
ສອງຝ່າຍ ຮັບຮູ້ວ່າ ການຮ່ວມມືລະຫວ່າງ ຫວຽດນາມ-ລັດເຊຍ ພວມໄດ້ຮັບການຜັນຂະຫຍາຍໃນຫຼາຍຂົງເຂດ, ໃນນັ້ນການຮ່ວມມືລະຫວ່າງບັນດາອົງການປ້ອງກັນຄວາມສະຫງົບສອງປະເທດ ຍາມໃດກໍເປັນຈຸດສຸມ, ເສົາຄໍ້າສໍາຄັນຂອງການຮ່ວມມືສອງຝ່າຍ; ຊົມເຊີຍຜົນການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບເວົ້າລວມ, ລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະອົງການພິທັກແຫ່ງຊາດ ສະຫະພັນລັດເຊຍ ເວົ້າສະເພາະ, ໃນນັ້ນມີເລື່ອງສອງຝ່າຍມີບາດກ້າວຜັນຂະຫຍາຍຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມໃນເດືອນສິງຫາ 2022 ຢ່າງມີປະສິດທິຜົນ; ເຫັນດີສະໜັບສະໜູນສອງອົງການປັບປຸງ ແລະເປີດກວ້າງການຮ່ວມມືໄປຍັງບັນດາຂົງເຂດ, ຄື: ແບ່ງປັນບົດຮຽນ, ອົບຮົມຫັດແອບ, ບໍາລຸງສ້າງກ່ຽວກັບການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຕ້ານການກໍ່ການຮ້າຍ, ປົກປ້ອງບັນດາໂຄງການຈຸດສຸມຢ່າງບໍ່ຢຸດຢັ້ງ; ຕີລາຄາສູງການເຊັນແຜນການດໍາເນີນງານຮ່ວມ ໄລຍະ 2026-2028 ໃນຂອບເຂດການຢ້ຽມຢາມ, ຖືນີ້ແມ່ນພື້ນຖານນິຕິກໍາອັນສໍາຄັນໃຫ້ແກ່ການຮ່ວມມືລະຫວ່າງສອງອົງການ.
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສົ່ງຄໍາຢ້ຽມຢາມຖາມຂ່າວມາຍັງທ່ານ ປະທານາທິບໍດີ ວາລາດີເມຍ ປູຕິນ.
ໂດຍ: ໄຊຊະນະ