ປັບປຸງການພົວພັນຮ່ວມມືຮອບດ້ານ
ທີ່ການຕ້ອນຮັບ, ທ່ານ ໂຕເລິມ ຢືນຢັນວ່າ ຫວຽດນາມ ສະເໝີຕົ້ນສະເໝີປາຍຖືເປັນສຳຄັນ ແລະປາດຖະໜາຢາກເຮັດໃຫ້ການພົວພັນກັບ ສະໂລວາກີ ເລິກເຊິ່ງກວ່າ, ເປັນຄູ່ຮ່ວມມື, ເພື່ອນມິດທີ່ເປັນມູນເຊື້ອສຳຄັນແຖວໜ້າຢູ່ພາກພື້ນເອີລົບກາງ-ເອີລົບຕາເວັນອອກ. ຊົມເຊີຍ ແລະຕີລາຄາສູງຜົນການພົບປະສອງຝ່າຍລະຫວ່າງທ່ານນາຍົກລັດຖະມົນຕີ ເລມິງຮືງ ແລະທ່ານນາຍົກລັດຖະມົນຕີ Robert Fico, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະແດງຄວາມເພິ່ງພໍໃຈເມື່ອສອງປະເທດໄດ້ຍົກລະດັບການພົວພັນຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ.
    |
 |
|
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະທ່ານນາຍົກລັດຖະມົນຕີ ສະໂລວາກີ Robert Fico. ພາບ: ຕ໊ວນຮຸຍ |
ທ່ານ Robert Fico ອວຍພອນທ່ານເລຂາທິການໃຫຍ່ ໂຕເລິມ ທີ່ໄດ້ຮັບເລືອກຕັ້ງເປັນປະທານປະເທດ, ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງພັກ, ລັດ ແລະປະຊາຊົນສໍາລັບກໍາລັງຄວາມສາມາດ ແລະອິດທິພົນຊື່ສຽງຂອງທ່ານເລຂາທິການໃຫຍ່. ທ່ານ Robert Fico ເນັ້ນໜັກວ່າ ສະໂລວາກີ ຍາມໃດກໍ່ຖືຫວຽດນາມ ເປັນຄູ່ຮ່ວມມືສຳຄັນທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະແມ່ນໜຶ່ງໃນ 3 ຄູ່ຮ່ວມມືໃຫຍ່ທີ່ສຸດຢູ່ອາຊີ; ເນັ້ນໜັກວ່າ ຝ່າຍສະໂລວາກີ ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນຂອງການຢ້ຽມຢາມ, ໂດຍສະເພາະແມ່ນເລື່ອງສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ແລະເລື່ອງສອງຝ່າຍໄດ້ລົງນາມໃນເອກະສານຮ່ວມມືຫຼາຍສະບັບລະຫວ່າງບັນດາກະຊວງ, ຂະແໜງການ ແລະວິສາຫະກິດສອງປະເທດໃນການຢ້ຽມຢາມຄັ້ງນີ້ຈະສ້າງພະລັງແຮງໃໝ່ໃນການຮ່ວມມື.
    |
 |
|
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບທ່ານນາຍົກລັດຖະມົນຕີ ສະໂລວາກີ Robert Fico. ພາບ: ຕ໊ວນຮຸຍ |
ທ່ານ ໂຕເລິມ ໄດ້ຍົກອອກບັນດາກໍານົດທິດໃຫຍ່ເພື່ອໃຫ້ສອງຝ່າຍຜັນຂະຫຍາຍຢ່າງແທດຈິງ ແລະມີປະສິດທິຜົນ, ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດ ເຊິ່ງສອງຝ່າຍຫາກໍ່ໄດ້ຮັບການຍົກລະດັບ. ຕາມນັ້ນແລ້ວ, ສອງຝ່າຍຍູ້ແຮງການແລກປ່ຽນຄະນະຜູ້ແທນທຸກຂັ້ນໃນທຸກຊ່ອງທາງຂອງພັກ, ລັດ, ລັດຖະບານ ແລະການພົບປະແລກປ່ຽນປະຊາຊົນເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ. ນໍາການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນກາຍເປັນເສົາຄໍ້າຫຼັກໃນການຮ່ວມມື, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການສ້າງໂຄງການໃນຂົງເຂດອຸດສາຫະກຳລົດໂອໂຕ, ພະລັງງານທົດແທນ, ເຕັກໂນໂລຢີສູງ, ການຫັນເປັນດີຈີຕອນ ແລະເຕັກໂນໂລຢີຂໍ້ມູນຂ່າວສານ, ບໍາລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ເພີ່ມທະວີການຮ່ວມມືດ້ານແຮງງານ ແລະເປີດກວ້າງການຮ່ວມມືທ້ອງຖິ່ນສອງປະເທດ.
ແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຕາມກົດໝາຍສາກົນ, ເຄົາລົບກົດບັດສະຫະປະຊາຊາດ ແລະຫຼັກການພື້ນຖານຂອງການພົວພັນສາກົນ; ຊຸກຍູ້ການແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານການເຈລະຈາ, ການຮ່ວມມື ແລະເຄົາລົບເຊິ່ງກັນ ແລະກັນ; ຜ່ານນັ້ນປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ສ້າງເງື່ອນໄຂສະດວກໃຫ້ການພັດທະນາແບບຍືນຍົງ ແລະຄວາມວັດທະນາຖາວອນຂອງບັນດາປະເທດ.
ເສດຖະກິດແມ່ນເສົາຄໍ້າຈຸດສຸມ
ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ຢູ່ສຳນັກງານນາຍົກລັດຖະມົນຕີ, ພາຍຫຼັງພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ສະໂລວາກີ Robert Fico ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ທີ່ຈັດຂຶ້ນຢ່າງສົມກຽດ, ທ່ານນາຍົກລັດຖະມົນຕີ ເລມິງຮືງ ແລະທ່ານນາຍົກລັດຖະມົນຕີ Robert Fico ໄດ້ດຳເນີນການພົບປະສອງຝ່າຍ.
ທີ່ການພົບປະສອງຝ່າຍ, ທ່ານ ເລມິງຮືງ ເນັ້ນໜັກວ່າ ໃນແນວທາງພົວພັນຕ່າງປະເທດຂອງຕົນ, ຫວຽດນາມ ມີແຜນນະໂຍບາຍສະເໝີຕົ້ນສະເໝີປາຍຍູ້ແຮງການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີ ສະໂລວາກີ - ເປັນຄູ່ຮ່ວມມືບຸລິມະສິດແຖວໜ້າຂອງຫວຽດນາມ ຢູ່ພາກພື້ນເອີລົບກາງ-ເອີລົບຕາເວັນອອກ. ທ່ານນາຍົກລັດຖະມົນຕີ ເລມິງຮືງ ຕີລາຄາວ່າການຢ້ຽມຢາມຂອງທ່ານ Robert Fico ທີ່ມີຄວາມໝາຍປະຫວັດສາດເປີດໜ້າປະຫວັດສາດໃໝ່ໃນການພົວພັນລະຫວ່າງສອງປະເທດ.
    |
 |
|
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: ຕ໊ວນຮຸຍ |
ທ່ານ Robert Fico ຢືນຢັນວ່າ ສະໂລວາກີ ຖືເປັນສໍາຄັນຢ່າງຍິ່ງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານກັບຫວຽດນາມ, ຍາມໃດກໍ່ຖືຫວຽດນາມ ເປັນຄູ່ຮ່ວມມືບຸລິມະສິດສຳຄັນທີ່ສຸດຂອງ ສະໂລວາກີ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້; ປາດຖະໜາຢາກຊຸກຍູ້ການພົວພັນຕາມທິດແທດຈິງ ແລະມີປະສິດທິຜົນເພື່ອຍົກສູງຄຸນນະພາບການຮ່ວມມື.
ໃນບັນຍາກາດແຫ່ງຄວາມຈິງໃຈ, ກົງໄປກົງມາ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ສອງນາຍົກລັດຖະມົນຕີ ໄດ້ມີການແລກປ່ຽນຢ່າງຮອບດ້ານກ່ຽວກັບສະພາບການຂອງແຕ່ລະປະເທດ, ກ່ຽວກັບການພົວພັນຮ່ວມມືສອງຝ່າຍ ແລະບັນຫາພາກພື້ນ, ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຮູ້ສຶກປິຕິຊົມຊື່ນທີ່ເຫັນວ່າການຮ່ວມມືລະຫວ່າງສອງປະເທດນັບມື້ນັບພັດທະນາຢ່າງແຂງແຮງໃນທຸກຂົງເຂດໃນໄລຍະຜ່ານມາ, ເປັນຕົ້ນແມ່ນດ້ານການເມືອງ-ການທູດໄດ້ຮັບການເພີ່ມທະວີ, ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນ ແລະການພົບປະທຸກຂັ້ນຢ່າງເປັນປົກກະຕິ, ພິເສດແມ່ນຂັ້ນສູງ; ເຫັນດີສືບຕໍ່ຊຸກຍູ້ໃນທຸກຊ່ອງທາງຂອງພັກ, ລັດ, ສະພາແຫ່ງຊາດ ແລະການພົບປະແລກປ່ຽນປະຊາຊົນ ແລະຜັນຂະຫຍາຍໝາກຜົນການຢ້ຽມຢາມຢ່າງມີປະສິດທິຜົນ.
    |
 |
|
ທ່ານນາຍົກລັດຖະມົນຕີ ເລມິງຮືງ ແລະທ່ານນາຍົກລັດຖະມົນຕີ Robert Fico. ພາບ: ຕ໊ວນຮຸຍ |
ສອງຝ່າຍກໍ່ແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍຢືນຢັນຄືນໃໝ່ຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນທະເລ ແລະການບິນ; ສະໜັບສະໜູນການແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982. ສອງຝ່າຍໄດ້ຮັບຮູ້ຄວາມສຳຄັນຂອງການປະຕິບັດຖະແຫຼງການ ປີ 2002 ວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ ແລະສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີຜົນສັກສິດ ແລະແທດຈິງໂດຍໄວ.
ພາຍຫຼັງການພົບປະ, ສອງຝ່າຍໄດ້ເຫັນດີຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນ ຫວຽດນາມ-ສະໂລວາກີ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ນີ້ແມ່ນຂີດໝາຍປະຫວັດສາດໃນການພົວພັນສອງຝ່າຍ, ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືລະຫວ່າງຫວຽດນາມ ແລະສະໂລວາກີ, ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະຜົນປະໂຫຍດຂອງປະຊາຊົນສອງປະເທດ.
ເນື່ອງໃນໂອກາດການຢ້ຽມຢາມ, ສອງນາຍົກລັດຖະມົນຕີ ໄດ້ເປັນສັກຂີພິຍານພິທີມອບ-ຮັບ 6 ເອກະສານການຮ່ວມມືສອງຝ່າຍສຳຄັນໃນຂົງເຂດປ້ອງກັນຊາດ, ການທູດ, ວັດທະນະທໍາ, ການຮ່ວມມືທ້ອງຖິ່ນ, ມາດຕະຖານວັດແທກ ແລະພະລັງງານ.
* ພາຍຫຼັງການພົບປະສອງຝ່າຍ, ສອງນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມການພົບປະສື່ມວນຊົນ ເພື່ອປະກາດຜົນການພົບປະສອງຝ່າຍ.
* ຕອນບ່າຍວັນທີ 13 ເມສາ, ທ່ານນາຍົກລັດຖະມົນຕີ ເລມິງຮືງ ແລະທ່ານນາຍົກລັດຖະມົນຕີ Robert Fico ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ-ສະໂລວາກີ ດ້ວຍຫົວຂໍ້ “ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ເປີດກວ້າງກາລະໂອກາດລົງທຶນສອງຝ່າຍ”.
* ຕອນຄໍ່າວັນທີ 13 ເມສາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະທ່ານນາຍົກລັດຖະມົນຕີ Robert Fico ໄດ້ເຂົ້າຮ່ວມປະສານດົນຕີຂອງນັກສິລະປິນສອງປະເທດ.
ໂດຍ: ເຈິ່ນຮວ່ຽນ