ທີ່ການພົບປະ, ສອງຝ່າຍໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການຂອງແຕ່ລະພັກ ແລະແຕ່ລະປະເທດພາຍຫຼັງການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ພິເສດແມ່ນການກໍານົດທິດໃນວຽກງານກໍ່ສ້າງພັກ, ພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການເຊື່ອມໂຍງເຂົ້າກັບສາກົນ.

ທ່ານ ເຈິ່ນເກິ໊ມຕູ໊ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ໃຫ້ບຸລິມະສິດແຖວໜ້າໃນການປັບປຸງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດກັບລາວ; ສະແດງຄວາມສະໜັບສະໜູນຢ່າງແຂງແຮງຕໍ່ກັບທິດທາງ, ນະໂຍບາຍພັດທະນາເສດຖະກິດ-ສັງຄົມຂອງພັກປະຊາຊົນປະຕິວັດລາວ. ທ່ານ ເຈິ່ນເກິ໊ມຕູ໊ ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການ, ສະໜັບສະໜູນ, ສົມທົບກັບລາວ ຢ່າງແໜ້ນແຟ້ນໃນວິວັດການພັດທະນາ, ເພື່ອຜົນປະໂຫຍດລວມຂອງສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ພາກພື້ນ.

leftcenterrightdel
ທ່ານ ເຈິ່ນເກິ໊ມຕູ໊ ຜູ້ປະຈໍາການຄະນະເລຂາທິການ ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: qdnd.vn

ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີສືບຕໍ່ຍູ້ແຮງການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ; ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງມີປະສິດທິຜົນ; ສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ານ ແລະສະກັດກັ້ນອາດຊະຍາກຳ, ເປັນຕົ້ນແມ່ນອາດຊະຍາກຳຢາເສບຕິດ, ອາດຊະຍາກຳຂ້າມຊາດ, ຄວາມປອດໄພດ້ານໄຊເບີ; ຊຸກຍູ້ການເຊື່ອມຈອດສອງພື້ນຖານເສດຖະກິດ, ເປັນຕົ້ນແມ່ນດ້ານພື້ນຖານໂຄງລ່າງ, ສຸມໃສ່ປະຕິບັດບັນດາໂຄງການຈຸດສຸມ, ໃນນັ້ນມີການເຊື່ອມຈອດການຄົມມະນາຄົມລະຫວ່າງສອງປະເທດ; ສືບຕໍ່ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ສົ່ງເສີມວິສາຫະກິດຫວຽດນາມ ມາລົງທຶນຢູ່ລາວ ໃຫ້ຫຼາຍກວ່າອີກໃນບັນດາຂົງເຂດທີ່ຫວຽດນາມ ແລະລາວ ມີຄວາມສົນໃຈ ແລະຄວາມສາມາດບົ່ມຊ້ອນ; ຍົກສູງຄຸນນະພາບການຮ່ວມມືດ້ານການສຶກສາ-ບຳລຸງກໍ່ສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ພິເສດແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ເພີ່ມທະວີການເຊື່ອມຈອດລະຫວ່າງທ້ອງຖິ່ນ, ພິເສດແມ່ນບັນດາທ້ອງຖິ່ນຕິດກັບຊາຍແດນ.

leftcenterrightdel
ທ່ານ ເຈິ່ນເກິ໊ມຕູ໊ ຜູ້ປະຈໍາການຄະນະເລຂາທິການ ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ການນຳສອງທ່ານໄດ້ແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຢັ້ງຢືນພ້ອມກັນສາມັກຄີໃນການພົວພັນສອງຝ່າຍ, ມີທັດສະນະລວມໃນເວທີປາໄສພາກພື້ນ ແລະສາກົນໃນສະພາບການໂລກມີການຜັນແປຢ່າງວ່ອງໄວ ແລະຄາດເດົາໄດ້ຍາກ.

ການນຳສອງທ່ານສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈດ້ານການເມືອງຢ່າງສູງຂອງການນຳສອງພັກ ແລະສອງລັດ, ຄວາມເຫັນດີເຫັນພ້ອມຂອງປະຊາຊົນສອງປະເທດ, ການພົວພັນ ຫວຽດນາມ-ລາວ ຈະສືບຕໍ່ພັດທະນາຢ່າງແຂງແຮງ, ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນກວ່າອີກໃນໄລຍະໃໝ່, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ.

leftcenterrightdel
ທ່ານ ເຈິ່ນເກິ໊ມຕູ໊ ຜູ້ປະຈໍາການຄະນະເລຂາທິການ ພົບປະກັບພະນັກງານສະຖານທູດ ແລະປະຊາຄົມຊາວຫວຽດນາມ ອາໄສ ຢູ່ລາວ. ພາບ: qdnd.vn

* ພາຍຫຼັງການພົບປະ, ທ່ານ ເຈິ່ນເກິ໊ມຕູ໊ ຜູ້ປະຈໍາການຄະນະເລຂາທິການ ໄດ້ມີການພົບປະກັບພະນັກງານ, ພາລະກອນສະຖານທູດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວ.

ໂດຍ: ທູຈາງ