ນັກຂ່າວ: ທ່ານຮອງລັດຖະມົນຕີໃຫ້ຮູ້ຈຸດປະສົງ, ຄວາມໝາຍ, ຄວາມສຳຄັນຂອງການໄປປະຕິບັດງານຂອງທ່ານປະທານສະພາແຫ່ງຊາດ?

ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ນີ້ແມ່ນການໄປປະຕິບັດງານຢູ່ຕ່າງປະເທດຢ່າງເປັນທາງການຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະການບູລະນະ, ປັບປຸງສັບຊ້ອນກົງຈັກລັດ ອາຍຸການໃໝ່; ແມ່ນບາດກ້າວຜັນຂະຫຍາຍແນວທາງການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຢ່າງທັນການ, ມີປະສິດທິຜົນ; ສະແດງໃຫ້ເຫັນການສະໜັບສະໜູນຢ່າງແຂງແຮງຂອງຫວຽດນາມ ຕໍ່ກັບລັດທິຫຼາຍຝ່າຍ ແລະເຄົາລົບກົດໝາຍສາກົນ; ສືບຕໍ່ສະແດງອອກໃຫ້ເຫັນການຖືເປັນສຳຄັນ ແລະການປະກອບສ່ວນທີ່ມີຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ກັບ IPU; ເຮັດໃຫ້ການພົວພັນກັບບັນດາປະເທດ, ບັນດາຄູ່ຮ່ວມມືເລິກເຊິ່ງຂຶ້ນຕື່ມ, ຜ່ານນັ້ນສືບຕໍ່ຍາດແຍ່ງເອົາການສະໜັບສະໜູນຂອງເພື່ອນມິດສາກົນ, ບັນດາແຫຼ່ງກຳລັງພາຍນອກ ເພື່ອປະຕິບັດເປົ້າໝາຍພັດທະນາຂອງປະເທດ ໃຫ້ປະກົດຜົນເປັນຈິງ. ສະນັ້ນ, ການໄປປະຕິບັດງານຄັ້ງນີ້ມີຄວາມໝາຍສຳຄັນພິເສດທັງດ້ານຫຼາຍຝ່າຍ ແລະສອງຝ່າຍ, ສະແດງອອກຜ່ານບັນດາຈຸດພົ້ນເດັ່ນດັ່ງລຸ່ມນີ້.

leftcenterrightdel
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ.

ທີໜຶ່ງ, ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ນຳໜ້າ, ຕັ້ງໜ້າ, ຊຸກຍູ້ການຮ່ວມມືໃນຂອບເຂດ IPU; ເປັນເຈົ້າການສະເໜີ ແລະຊຸກຍູ້ຫຼາຍຂໍ້ລິເລີ່ມ, ປະກອບສ່ວນແທດຈິງເຂົ້າໃນການເຄື່ອນໄຫວຂອງ IPU, ກຽມພ້ອມກັບລັດຖະສະພາບັນດາປະເທດສະມາຊິກ ແລະ IPU ປະຕິບັດບັນດາມະຕິ, ຂໍ້ລິເລີ່ມຂອງ IPU ເພື່ອແນໃສ່ປະກອບສ່ວນຮັກສາສັນຕິພາບ, ຮັບປະກັນການພັດທະນາແບບຍືນຍົງເພື່ອຜົນປະໂຫຍດຂອງບັນດາຊາດໃນທົ່ວໂລກ. ຄຽງຂ້າງກັນນັ້ນ, ສະພາແຫ່ງຊາດຫວຽດນາມ ກໍ່ໄດ້ເຂົ້າຮ່ວມ ຫຼາຍກົນໄກນຳພາ, ບໍລິຫານຂອງ IPU, ໄດ້ຮັບຄວາມໄວ້ວາງໃຈສູງຈາກລັດຖະສະພາບັນດາປະເທດສະມາຊິກ ຕໍ່ກຳລັງຄວາມສາມາດນຳພາ ແລະການຊັກຈູງຂອງສະພາແຫ່ງຊາດຫວຽດນາມ. ນີ້ແມ່ນບັນດາພື້ນຖານສຳຄັນເພື່ອໃຫ້ສະພາແຫ່ງຊາດຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດ ແລະປະກອບສ່ວນໃນມະໂນພາບໃໝ່, ຖານະບົດບາດໃໝ່ຢູ່ IPU-152 ນີ້.

ທີສອງ, ໃນສະພາບການໂລກມີການຜັນແປຢ່າງສັບສົນ, ຫົວຂໍ້ “ລໍ່ລ້ຽງຄວາມຫວັງ, ຮັບປະກັນສັນຕິພາບ ແລະປົກປ້ອງຄວາມຍຸຕິທຳໃຫ້ແກ່ຄົນລຸ້ນຫຼັງ” ຂອງ IPU-152 ແມ່ນຖືກກັບຄວາມເອົາໃຈໃສ່ຕົ້ນຕໍຂອງປະຊາຄົມສາກົນໃນປະຈຸບັນ. ນີ້ກໍ່ແມ່ນພື້ນຖານ ແລະເງື່ອນໄຂຕັດສິນຊີ້ຂາດ ເພື່ອແກ້ໄຂສິ່ງທ້າທາຍລວມ ແລະການກຳນົດອະນາຄົດແບບຍືນຍົງ. ຕາມນັ້ນແລ້ວ, ທ່ານປະທານສະພາແຫ່ງຊາດ ຈະມີບົດກ່າວປາໄສສຳຄັນ, ແບ່ງປັນວິໄສທັດຂອງຫວຽດນາມ ກ່ຽວກັບບັນດາບັນຫາທົ່ວໂລກ ແລະພາກພື້ນ, ພ້ອມທັງສະເໜີບັນດາມາດຕະການກະທຳລະອຽດ ເພື່ອຊຸກຍູ້ການຮ່ວມມືລະຫວ່າງລັດຖະສະພາ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະການຊຸກຍູ້ພັດທະນາແບບຍືນຍົງ, ວັດທະນາຖາວອນໃນທົ່ວໂລກ. ຄຽງຄູ່ກັນນັ້ນ, ສະພາແຫ່ງຊາດຫວຽດນາມ ຈະພ້ອມກັບລັດຖະສະພາບັນດາປະເທດປຶກສາຫາລືການຍົກສູງປະສິດທິຜົນຂອງການສ້າງກົດໝາຍ, ຕິດຕາມກວດກາ ແລະຊຸກຍູ້ການຮ່ວມມືຫຼາຍຝ່າຍ ເພື່ອຫັນບັນດາເປົ້າໝາຍລວມໃຫ້ປະກົດຜົນເປັນຈິງ.

ທີສາມ, ໃນຂອບເຂດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຈະມີການພົບປະ, ແລກປ່ຽນກັບການນຳລັດຖະສະພາບັນດາປະເທດ, ການນຳ IPU ແລະບັນດາອົງການຈັດຕັ້ງສາກົນ. ຜ່ານນັ້ນ, ປະທານສະພາແຫ່ງຊາດ ຈະແຈ້ງບັນດາຜົນງານພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ໃຫ້ຮັບຊາບພາຍຫຼັງດຳເນີນການປ່ຽນແປງໃໝ່ເປັນເວລາ 40 ປີ, ວິໄສທັດ, ຄວາມຄາດຫວັງພັດທະນາຂອງຫວຽດນາມ ໃນສັງກາດໃໝ່ດ້ວຍຄາດໝາຍເຖິງປີ 2030 ກາຍເປັນປະເທດກຳລັງພັດທະນາທີ່ມີອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ ແລະປີ 2045 ກາຍເປັນປະເທດພັດທະນາທີ່ມີລາຍຮັບສູງ; ພ້ອມທັງສົ່ງສານເຖິງປະຊາຄົມສາກົນກ່ຽວກັບແນວທາງການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ.

ສຸດທ້າຍ, ຂ້າພະເຈົ້າ ຖືວ່າການໄປປະຕິບັດງານຈະນຳມາເຊິ່ງກຳລັງແຮງໃໝ່ສຳລັບການພົວພັນຂອງຫວຽດນາມ ກັບບັນດາຄູ່ຮ່ວມມືສຳຄັນ. ສຳລັບ ຕວກກີ, ນີ້ກໍ່ແມ່ນການຢ້ຽມຢາມ ພາຍຫຼັງ 8 ປີ ຂອງທ່ານປະທານສະພາແຫ່ງຊາດຫວຽດນາມ. ການຢ້ຽມຢາມກໍ່ແມ່ນໂອກາດ ເພື່ອໃຫ້ສອງຝ່າຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ຊ່ອງທາງຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດເວົ້າສະເພາະ, ຊຸກຍູ້ການພົວພັນສອງຝ່າຍເວົ້າລວມໃຫ້ແທດຈິງກວ່າເກົ່າ. ສຳລັບ ອີຕາລີ, ການຢ້ຽມຢາມຄັ້ງນີ້ກໍ່ແມ່ນໂອກາດເພື່ອໃຫ້ສອງຝ່າຍຫັນຖະແຫຼງການຮ່ວມຂອງການນຳຂັ້ນສູງສອງປະເທດກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ອີຕາລີ ກໍ່ຄືແຜນການກະທຳກ່ຽວກັບການຮ່ວມມືລະຫວ່າງສອງປະເທດ ຕາມໄລຍະຕ່າງໆໃຫ້ປະກົດຜົນເປັນຈິງ. ການຢ້ຽມຢາມຄັ້ງນີ້ ໄດ້ຕັ້ງຄວາມຫວັງໄວ້ວ່າ ຈະນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ອີຕາລີ ໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ.

ນັກຂ່າວ: ສະເໜີທ່ານຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບບັນດາຂີດໝາຍພົ້ນເດັ່ນໃນການພົວພັນສອງຝ່າຍລະຫວ່າງຫວຽດນາມ ກັບອີຕາລີ ແລະຕວກກີ ໃນໄລຍະຜ່ານມາ ກໍ່ຄືຄວາມຫວັງກ່ຽວກັບການໄປປະຕິບັດງານໃນຄັ້ງນີ້?

ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ອີຕາລີ ແລະຕວກກີ ລ້ວນແຕ່ແມ່ນບັນດາຄູ່ຮ່ວມມືທີ່ເປັນມູນເຊື້ອ, ຍາວນານ, ສຳຄັນແຖວໜ້າຂອງຫວຽດນາມ ຢູ່ພາກພື້ນເອີລົບ ແລະຕາເວັນອອກກາງ. ໃນຊຸມປີຜ່ານມາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະສອງປະເທດນັບມື້ນັບພັດທະນາຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ.

ທີໜຶ່ງ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງນັບມື້ນັບໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ. ຫວຽດນາມ ແລະອີຕາລີ, ຕວກກີ ໄດ້ຮັກສາການຢ້ຽມຢາມ ແລະການພົບປະທຸກຂັ້ນເປັນປະຈຳ; ສ້າງຕັ້ງ ແລະຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ. ຢູ່ເວທີປາໄສຫຼາຍຝ່າຍ, ເວທີລັດຖະສະພາ, ຫວຽດນາມ ແລະສອງປະເທດດັ່ງກ່າວ ໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນກັນເປັນປະຈຳ, ແບ່ງປັນຫຼາຍບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ຫວຽດນາມ ລ້ວນແຕ່ໄດ້ສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບກັບສອງປະເທດຄູ່ຮ່ວມມືນີ້.

ທີສອງ, ອີຕາລີ ແລະຕວກກີ ລ້ວນແຕ່ແມ່ນຄູ່ຮ່ວມມືເສດຖະກິດ-ການຄ້າສຳຄັນຂອງຫວຽດນາມ.

ທີສາມ, ການຮ່ວມມືໃນຂົງເຂດຕ່າງໆ, ຄື: ວິທະຍາສາດ-ເຕັກໂນໂລຢີ, ວັດທະນະທຳ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ. ການນຳບັນດາຝ່າຍກໍ່ໄດ້ເອົາໃຈໃສ່ຊຸກຍູ້. ການຮ່ວມມືວິທະຍາສາດເຕັກໂນໂລຢີລະຫວ່າງ ຫວຽດນາມ ແລະອີຕາລີ ນັບມື້ນັບພັດທະນາດ້ວຍບັນດາລາຍການ, ການເຄື່ອນໄຫວຮ່ວມມືລະອຽດສຳລັບແຕ່ລະໄລຍະ, ສອດຄ່ອງກັບຄວາມຕ້ອງການ ແລະຄວາມສາມາດບົ່ມຊ້ອນຂອງສອງຝ່າຍ. ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ຕວກກີ. ບັນດາບຸລິມະສິດໃນປະຈຸບັນລວມມີການຊຸກຍູ້ການພົບປະແລກປ່ຽນປະຊາຊົນ ແລະເປີດກວ້າງການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ພະລັງງານທົດແທນ, ກະສິກຳ, ຫັນປ່ຽນດີຈີຕອນ ແລະວິທະຍາສາດເຕັກໂນໂລຢີ.

ສຳລັບພື້ນຖານການພົວພັນທີ່ເປັນມູນເຊື້ອອັນຍາວນານ, ການຮ່ວມມືອັນດີງາມ, ຂ້າພະເຈົ້າ ຕັ້ງຄວາມຫວັງ ແລະເຊື່ອໝັ້ນວ່າການໄປປະຕິບັດງານຄັ້ງນີ້ຂອງທ່ານປະທານສະພາແຫ່ງຊາດຈະບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ, ປະກອບສ່ວນແທດຈິງເຂົ້າໃນການປັບປຸງ ແລະເປີດກວ້າງຂົງເຂດຮ່ວມມືລະຫວ່າງຫວຽດນາມ ກັບອີຕາລີ ແລະຕວກກີ.

ຂ້າພະເຈົ້າ ກໍ່ເຊື່ອໝັ້ນວ່າການໄປປະຕິບັດງານຄັ້ງນີ້ຈະເປີດກາລະໂອກາດໃໝ່, ກຳລັງຜັກດັນສຳຄັນ, ປຸກລະດົມແຫຼ່ງກຳລັງຮັບໃຊ້ປະເທດ, ກ້າວໄປເຖິງຄວາມຄາດຫວັງພັດທະນາອັນແຮງກ້າໃນສັງກາດໃໝ່, ສືບຕໍ່ປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາແບບຍືນຍົງຢູ່ພາກພື້ນ ແລະໃນໂລກ.

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ!

ໂດຍ: ແສງເດືອນ