ຜູ້ປະຈຳການຄະນະເລຂາທິການສູນກາງພັກ ສິ້ນສຸດການຢ້ຽມຢາມທາງການ ລາວ ແລະ ກຳປູເຈຍ ຢ່າງຈົບງາມ
ກປ.ອອນໄລ - ໃນ 2 ມື້ເຮັດວຽກ, ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມີ 20 ລາຍການເຄື່ອນໄຫວຢູ່ ລາວ ແລະ ກຳປູເຈຍ.
    |
 |
|
ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ສິ້ນສຸດການຢ້ຽມຢາມ ສປປ ລາວ ແລະ ລາຊະອານາຈັກ ກຳປູເຈຍ ດ້ວຍຜົນສໍາເລັດຢ່າງຈົບງາມ. ພາບ: ສໍານັກຂ່າວສານຫວຽດນາມ. |
ຕອນຄ່ຳວັນທີ 10 ເມສາ, ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງກັບເມືອຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສປປ ລາວ ແລະ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ, ແຕ່ວັນທີ 9 ຫາວັນທີ 10 ເມສາ, ຕາມຄຳເຊີນຂອງ ທ່ານ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດ ລາວ ແລະ ທ່ານ Samdech Say Chhum, ຮອງປະທານພັກປະຊາຊົນ ກຳປູເຈຍ, ຫົວໜ້າຄະນະຜູ້ປະຈຳການ ຄະນະປະຈຳສູນກາງພັກປະຊາຊົນ ກຳປູເຈຍ.
ໃນ 2 ມື້ເຮັດວຽກ, ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີ 20 ລາຍການເຄື່ອນໄຫວຢູ່ ລາວ ແລະ ກຳປູເຈຍ.
ໃນຂອບເຂດການຢ້ຽມຢາມ, ຝ່າຍ ຫວຽດນາມ ໄດ້ແລກປ່ຽນກັບການນຳຂັ້ນສູງຂອງ ລາວ ແລະ ກຳປູເຈຍ ກ່ຽວກັບບັນດາການກຳນົດທິດໃຫຍ່ ເພື່ອແນໃສ່ຊຸກຍູ້ການຮ່ວມມືຢ່າງຮອບດ້ານ, ໃນນັ້ນເນັ້ນໜັກເຖິງເລື່ອງຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງມີປະສິດທິຜົນ. ຈຸດສຸມແມ່ນນຳການພົວພັນໃຫ້ເຂົ້າສູ່ລວງເລິກ, ແທດຈິງ, ຕິດພັນກັບຜົນປະໂຫຍດຕົວຈິງຂອງປະຊາຊົນ.
ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ກໍ່ໄດ້ເປັນສັກຂີພິຍານທີ່ພິທີມອບ-ຮັບເອກະສານຮ່ວມມືລະຫວ່າງຫ້ອງວ່າການສູນກາງພັກກອມມູນິດ ຫວຽດນາມ ກັບຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ; ບົດບັນທຶກຊ່ວຍຈຳລະຫວ່າງທ້ອງຖິ່ນຈຳນວນໜຶ່ງຂອງ ຫວຽດນາມ ກັບແຂວງເຂດຊາຍແດນຈຳນວນໜຶ່ງຂອງ ລາວ ແລະ ກຳປູເຈຍ.
ໂດຍ: ກວຽດເຕິມ