ຫວຽດນາມ ສະແດງບົດບາດຊຸກຍູ້ລັດທິຫຼາຍຝ່າຍຢ່າງແຮງ
ກປ.ອອນໄລ - ວັນທີ 08 ເມສາ, ຢູ່ສຳນັກງານບັນດາອົງການ ສປຊ ປະຈຳ ວຽນນາ (ໂອຕາລິດ) ໄດ້ດຳເນີນກອງປະຊຸມລະຫວ່າງຫົວໜ້າຄະນະບັນດາປະເທດ ອາຊຽນ ແລະກຸ່ມ ອາເມລິກາ ລາຕິນ ແລະ Caribe (GRULAC) ເພື່ອແນໃສ່ແລກປ່ຽນບັນດາມາດຕະການເພີ່ມທະວີການປະສານສົມທົບລະຫວ່າງສອງຂົງເຂດໃນບັນດາເວທີປາໄສຫຼາຍຝ່າຍຢູ່ ວຽນນາ.
ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ກ່ຽວກັບຂົງເຂດນິວເຄຼຍ, ທ່ານ ຫວູເລຖາຍຮວ່າງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດ ໄດ້ເນັ້ນໜັກເຖິງບົດບາດເປັນໃຈກາງຂອງອົງການພະລັງງານປະລະມານູສາກົນ (IAEA) ໃນໂຄງການສ້າງຄຸ້ມຄອງບໍລິຫານນິວເຄຼຍທົ່ວໂລກ.
    |
 |
|
ທ່ານ ຫວູເລຖາຍຮວ່າງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານເອກອັກຄະລັດຖະທູດ ກໍໃຫ້ຮູ້ວ່າ ຫວຽດນາມ ມີຄວາມເປັນກຽດເມື່ອໄດ້ດຳລົງບົດບາດປະທານບົ່ງຕົວໃນກອງປະຊຸມສຳຫຼວດກວດຄືນ NPT ຄັ້ງທີ 11 ໃນເດືອນ ເມສາ 2026 ແລະ ໄດ້ເຂົ້າເຖິງໜ້າທີ່ອັນສຳຄັນນີ້ດ້ວຍຈິດໃຈຄວາມຮັບຜິດຊອບ, ພາວະວິໄສ ແລະຊຸກຍູ້ການໂອ້ລົມສົນທະນາທີ່ມີຄວາມສ້າງສັນຜ່ານການປຶກສາຫາລືຢ່າງກວ້າງຂວາງໃນບັນດາກຸ່ມພາກພື້ນ ແລະບັນດາປະເທດສະມາຊິກ, ໃນນັ້ນມີບັນດາປະເທດ GRULAC.
ໃນໄລຍະຈະມາເຖິງ, ອາຊຽນ ຈະສືບຕໍ່ເພີ່ມທະວີການສົມທົບກັບ GRULAC ໃນການຊຸກຍູ້ແບບວິທີເຂົ້າເຖິງຢ່າງດຸ່ນດ່ຽງ, ຮັບປະກັນລັກສະນະຄົບຖ້ວນຂອງສົນທິສັນຍາ, ພ້ອມດຽວກັນນັ້ນກໍຖືເປັນສຳຄັນເຖິງແງ່ມູມພັດທະນາຢ່າງຄົບຖ້ວນ, ພິເສດແມ່ນເສົາຄ້ຳ III ກ່ຽວກັບການນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ, ລວມທັງການເພີ່ມທະວີການເຂົ້າເຖິງເຕັກໂນໂລຢີ, ຍົກສູງກຳລັງຄວາມສາມາດ ແລະຊຸກຍູ້ການຮ່ວມມືທາງດ້ານເຕັກນິກໂດຍຜ່ານ IAEA.
ໂດຍ: ກວຽດເຕິມ