ທີ່ການພົບປະສອງຝ່າຍ, ສອງສະຫາຍໄດ້ແລກປ່ຽນກ່ຽວກັບສະພາບການຂອງແຕ່ລະພັກ ແລະແຕ່ລະປະເທດ; ແຈ້ງໃຫ້ກັນຮັບຊາບກ່ຽວກັບໝາກຜົນພາຍຫຼັງການເລືອກຕັ້ງສະພາແຫ່ງຊາດ, ສະພາບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ຂອງແຕ່ລະຝ່າຍ.

ສອງຝ່າຍໄດ້ແລກປ່ຽນບົດຮຽນອັນລ້ຳຄ່າໃນວຽກງານກໍ່ສ້າງ, ປັບປຸງພັກ, ການຕ້ານ ແລະສະກັດກັ້ນການສໍ້ລາດບັງຫຼວງ, ຫຍໍ້ທໍ້, ຍົກສູງກຳລັງຄວາມສາມາດໃນການນຳພາ ແລະກຳລັງແຮງສູ້ຮົບຂອງບັນດາອົງການຈັດຕັ້ງຂອງພັກ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ.

leftcenterrightdel
ສະຫາຍ ເຈີ່ນເກິ໊ມຕູ໋, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ກ່າວຄໍາເຫັນທີ່ການພົບປະສອງຝ່າຍ. ພາບ: qdnd.vn

ກ່ຽວກັບການພົວພັນລະຫວ່າງສອງປະເທດ, ສອງຝ່າຍຕີລາຄາສູງການພັດທະນາທີ່ຕັ້ງໜ້າ, ຮອບດ້ານຂອງການພົວພັນຫວຽດນາມ - ລາວ ໃນໄລຍະມໍ່ໆມານີ້. ສອງຝ່າຍເນັ້ນໜັກເຖິງການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ແລະກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ພ້ອມທັງເຫັນດີເປັນເອກະພາບຕໍ່ມາດຕະການສຳຄັນຈໍານວນໜຶ່ງເພື່ອແນໃສ່ຍູ້ແຮງການຮ່ວມມືສາຍພັກ, ສືບຕໍ່ຜັນຂະຫຍາຍກົນໄກຮ່ວມມືລະຫວ່າງສອງພັກ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານຍຸດທະສາດ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ; ຍູ້ແຮງການຮ່ວມມືລະຫວ່າງກະຊວງ, ຂະແໜງການ, ທ້ອງຖິ່ນ; ຍົກສູງຄຸນນະພາບວຽກງານສົມທົບໃນການຄົ້ນຄ້ວາທິດສະດີ, ສະຫຼຸບພຶດຕິກໍາຕົວຈິງ, ບໍາລຸງກໍ່ສ້າງພະນັກງານ. ສອງຝ່າຍກໍ່ເຫັນດີເພີ່ມທະວີການຮ່ວມມືດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເພີ່ມທະວີການສົມທົບກັນຕ້້ານ ແລະສະກັດກັ້ນອາດຊະຍາກຳຂ້າມຊາດ, ໃນນັ້ນມີອາດຊະຍາກຳຄ້າຢາເສບຕິດ ແລະອາດຊະຍາກຳເຕັກໂນໂລຢີສູງ.

leftcenterrightdel
ສະຫາຍ ວິໄລ ຫຼ້າຄຳຟອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ກ່າວຄໍາເຫັນທີ່ການພົບປະສອງຝ່າຍ. ພາບ: qdnd.vn

ສອງຝ່າຍເນັ້ນໜັກເຖິງການເຮັດໃຫ້ເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ໃນການພົວພັນຫວຽດນາມ - ລາວ ໃຫ້ເລິກເຊິ່ງກ່ວາອີກ, ຮັບປະກັນຄວາມສະໜິດຕິດພັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະແທດຈິງໃນທຸກຂົງເຂດຮ່ວມມື, ເໝາະສົມກັບຄວາມຮຽກຮ້ອງຕ້ອງການພັດທະນາຂອງແຕ່ລະປະເທດໃນໄລຍະໃໝ່. ໃນນັ້ນຄວນສຸມໃສ່ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ; ຍູ້ແຮງການເຊື່ອມຈອດດ້ານພື້ນຖານໂຄງລ່າງ, ຄົມມະນາຄົມ; ເພີ່ມທະວີການຮ່ວມມືໃນຂົງເຂດການສຶກສາ-ບຳລຸງກໍ່ສ້າງ; ວິທະຍາສາດ-ເຕັກໂນໂລຢີ; ວັດທະນະທໍາ; ການທ່ອງທ່ຽວ;  ສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ສອງຝ່າຍເຫັນດີເປັນເອກະສັນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານໂຄສະນາເຜີຍແຜ່ ແລະສຶກສາອົບຮົມກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.

leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີເພີ່ມທະວີການແບ່ງປັນ, ແລກປ່ຽນຂໍ້ມູນຂ່າວສານ, ຕີລາຄາສະພາບການ, ສົມທົບກັນໃນບັນຫາທົ່ວໂລກ ແລະໃນເວທີປາໄສພາກພື້ນ ແລະສາກົນ, ເພີ່ມທະວີການຮ່ວມມືແມ່ນ້ຳຂອງ.

ສອງຝ່າຍສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈສູງຂອງສອງພັກ, ສອງລັດ, ຄວາມເຫັນດີເຫັນພ້ອມຂອງປະຊາຊົນສອງປະເທດ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດລະຫວ່າງຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງແຂງແຮງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

* ຕໍ່ຈາກນັ້ນ, ສະຫາຍ ເຈີ່ນເກິ໊ມຕູ໋ ແລະສະຫາຍ ວິໄລ ຫຼ້າຄຳຟອງ ໄດ້ເປັນສັກຂີພິຍານພິທີແລກປ່ຽນເອກະສານຮ່ວມມື, ແນໃສ່ສືບຕໍ່ຮັດແໜ້ນສາຍພົວພັນການຮ່ວມມືລະຫວ່າງບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດ, ປະກອບສ່ວນປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດຫວຽດນາມ-ລາວ; ແລະເປັນສັກຂີພິຍານພິທີແລກປ່ຽນເອກະສານຮ່ວມມືລະຫວ່າງຄະນະຜູ້ແທນຂັ້ນສູງສອງປະເທດ ຫວຽດນາມ-ລາວ.

leftcenterrightdel
ສະຫາຍ ເຈີ່ນເກິ໊ມຕູ໋, ຜູ້ປະຈໍາການຄະນະເລຂາທິການສູນກາງ ພັກ ກອມມູນິດຫວຽດນາມ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: qdnd.vn

ໃນຕອນເຊົ້າວັນດຽວກັນ, ສະຫາຍ ເຈີ່ນເກິ໊ມຕູ໋, ກຳມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການ ພ້້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມີການພົບປະກັບສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ.

ໂດຍ: ທູຈາງ