leftcenterrightdel
ທ່ານ ເຈ​ິ່ນ​ແທັງ​ເໝີ້ນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ພ້ອມດ້ວຍພັນ​ລະ​ຍາ ແລະຄະ​ນະ​ຜູ້​ແທນ​ຂັ້ນ​ສູງຫວຽດ​ນາມ ເດີນ​ທາງໄປ​ຮອດ​ສະ​ໜາມ​ບິນ Ciampino, ນະ​ຄອນ​ຫຼວງ ໂຣມ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ສ.ອີ​ຕາ​ລີ ຢ່າງ​ເປັນ​ທາງ​ການ. ພາບ: vov.vn

ຕອນ​ເຊົ້າ​ວັນ​ທີ 11 ເມ​ສາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ ເຈ​ິ່ນ​ແທັງ​ເໝີ້ນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ພ້ອມດ້ວຍພັນ​ລະ​ຍາ ແລະຄະ​ນະ​ຜູ້​ແທນ​ຂັ້ນ​ສູງຫວຽດ​ນາມ ໄດ້​​ເດີນ​ທາງໄປ​ຮອດ​ສະ​ໜາມ​ບິນ Ciampino, ນະ​ຄອນ​ຫຼວງ ໂຣມ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ສ.ອີ​ຕາ​ລີ ຢ່າງ​ເປັນ​ທາງ​ການ, ແຕ່​ວັນ​ທີ 11 - 15 ເມ​ສາ.

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ ມີ​ບັນ​ດາ​ການ​ພົບ​ປະ​ຂັ້ນ​ສູງ​, ລວມ​ມີ: ການ​ພົບ​ປະ​ກັບ​ທ່ານ Sergio Mattarella ປະ​ທາ​ນາ​ທິ​ບໍ​ດີ ອີ​ຕາ​ລີ; ​ພົບປະສອງຝ່າຍກັບ​ການ​ນຳ​ສະ​ພາ​ຕ​່ຳ, ສະ​ພາ​ສູງ ອີ​ຕາ​ລີ; ພົບ​ປະ, ເຮັດ​ວຽກກັບ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາມ​ິດ​ຕະ​ພາບ ຫວຽດ​ນາມ - ອີ​ຕາ​ລີ; ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ວິ​ສາ​ຫະ​ກິດ ຫວຽດ​ນາມ - ອີ​ຕາ​ລີ. ນີ້ກໍ່​ແມ່ນ​ໂອ​ກາດ​ ເພື່ອ​ໃຫ​້ 2 ຝ່າຍກວດ​ກາ​ ແລະກຳ​ນົດ​ທິດ​ສ້າງ​ຂອບ​ນິ​ຕິ​ກຳ​ໃຫ້​ສົມ​ບູນ​ແບບ, ສ້າງ​ພື້ນ​ຖານ​ທີ່​ສະ​ດວກ​ໃຫ້​ແກ່​ການ​ເປີດກວ້າງ​ການ​ຮ່ວມ​ມື 2 ຝ່າຍ, ຍົກ​ລະ​ດັບ​ການ​ພົວ​ພັນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ແຫຼ່ງຄັດຈາກ: vovworld.vn