ທີ່ການພົບປະ, ທ່ານ ຮຸນແຊນ ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະຕີລາຄາສູງຕໍ່ການຢ້ຽມຢາມກໍາປູເຈຍ ຢ່າງເປັນທາງການຂອງທ່ານ ເຈິ່ນເກິມຕູ໊ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ, ຢັ້ງຢືນວ່າ ນີ້ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ການພັດທະນາຢ່າງແຂງແຮງ, ໝັ້ນແກ່ນ ແລະສະໜິດແໜ້ນຂອງການພົວພັນ ຫວຽດນາມ-ກໍາປູເຈຍ.

leftcenterrightdel
ທ່ານ ເຈິ່ນເກິມຕູ໊ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ພົບປະກັບທ່ານ ຮຸນແຊນ ຮັກສາການປະມຸກລັດ, ປະທານພັກປະຊາຊົນກໍາປູເຈຍ, ປະທານສະພາສູງ ແຫ່ງ ລາຊະອານາຈັກກໍາປູເຈຍ. ພາບ: ຫວຽດຮ່າ.

ສອງຝ່າຍສະແດງຄວາມປະຕິຊົມຊື່ນຕໍ່ການພັດທະນາຢ່າງແຮງ, ຮອບດ້ານຂອງການພົວພັນສອງພັກ, ສອງລັດ ໃນທຸກຂົງເຂດ... ກ່ຽວກັບທິດທາງຮ່ວມມື, ທ່ານ ເຈິ່ນເກິມຕູ໊ ສະເໜີໃຫ້ສອງຝ່າຍສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງໜັກແໜ້ນ, ຖືນີ້ແມ່ນປັດໄຈຫຼັກແຫຼ່ງ ແລະລຸລ່ວງ, ຮັກສາບົດບາດກໍານົດທິດຍຸດທະສາດໃຫ້ແກ່ການພົບພັນສອງຝ່າຍ; ຮັກສາການຢ້ຽມຢາມ, ພົບປະ ແລະແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປົກກະຕິ, ແທດຈິງ ແລະມີປະສິດທິຜົນ; ເພີ່ມທະວີການຜູກພັນດ້ານເສດຖະກິດລະຫວ່າງສອງປະເທດ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ຫວຽດຮ່າ. ພາບ: ຫວຽດຮ່າ.

ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ແບ່ງປັນບົດຮຽນ ເພື່ອພ້ອມກັນພັດທະນາ, ກໍ່ສ້າງປະເທດ, ເສັ້ນຊາຍແດນສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາລະຫວ່າງສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະພັດທະນາຢູ່ພາກພື້ນ.

ສອງຝ່າຍ ເຫັນດີຈະສົມທົບກັນຢ່າງແໜ້ນແຟ້ນໃນການຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງຫວຽດນາມ ແລະກໍາປູເຈຍ ໃນປີ 2027.

* ວັນທີ 10 ເມສາ, ທີ່ພະນົມເປັນ, ທ່ານ ເຈິ່ນເກິມຕູ໊ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ໄດ້ພົບປະກັບທ່ານ ຮຸນ ມາແນັດ ນາຍົກລັດຖະມົນຕີກໍາປູເຈຍ.

ທີ່ການພົບປະ, ການນໍາສອງທ່ານ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະປະເທດ ແລະຖືວ່າ ໃນສະພາບການໂລກ ແລະພາກພື້ນ ມີການຜັນແປທີ່ສັບສົນຫຼາຍຢ່າງ, ຄາດເດົາໄດ້ຍາກ, ການພົວພັນຮ່ວມມື, ຄວາມສາມັກຄີ, ສະໜິດຕິດພັນລະຫວ່າງຫວຽດນາມ - ກໍາປູເຈຍ ກໍຄືລະຫວ່າງ ກໍາປູເຈຍ-ລາວ-ຫວຽດນາມ ຍິ່ງຕ້ອງໄດ້ຮັບການປັບປຸງຍິ່ງກວ່າເວລາໃດໝົດ.

leftcenterrightdel
ທ່ານ ເຈິ່ນເກິມຕູ໊ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ພົບປະກັບທ່ານ ຮຸນ ມາແນັດ ນາຍົກລັດຖະມົນຕີກໍາປູເຈຍ. ພາບ: ຫວຽດຮ່າ.

ທ່ານ ເຈິ່ນເກິມຕູ໊ ຢັ້ງຢືນວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍຖືເປັນສໍາຄັນ ແລະສະຫງວນບຸລິມະສິດສູງໃຫ້ແກ່ການປັບປຸງ, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານກັບກໍາປູເຈຍ, ຖືນີ້ແມ່ນຊັບສົມບັດລວມອັນລໍ້າຄ່າຂອງສອງຊາດ, ມີຄວາມໝາຍຍຸດທະສາດຕໍ່ສະຖຽນລະພາບ ແລະການພັດທະນາຂອງແຕ່ລະປະເທດ.

ໂອກາດນີ້, ທ່ານ ເຈິ່ນເກິມຕູ໊ ສະເໜີຝ່າຍກໍາປູເຈຍ ສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາສະຖານະພາບທາງກົດໝາຍ ເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ກໍາປູເຈຍ ມີຊີວິດເປັນປົກກະຕິ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາວັດທະນາຖາວອນຂອງກໍາປູເຈຍ ແລະການພົວພັນສອງປະເທດ.

* ຕອນເຊົ້າວັນທີ 10 ເມສາ, ທີ່ພະນົມເປັນ, ທ່ານ ເຈິ່ນເກິມຕູ໊ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ໄດ້ພົບປະກັບທ່ານນາງ Khuon Sudary ປະທານສະພາແຫ່ງຊາດ ກໍາປູເຈຍ.

leftcenterrightdel
ທ່ານ ເຈິ່ນເກິມຕູ໊ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ພົບປະກັບທ່ານນາງ Khuon Sudary ປະທານສະພາແຫ່ງຊາດ ກໍາປູເຈຍ. ພາບ: ຫວຽດຮ່າ.

ທ່ານ ເຈິ່ນເກິມຕູ໊ ຢັ້ງຢືວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍເພີ່ມພູນຄູນສ້າງ ແລະເພີ່ມທະວີການພົວພັນຖ້ານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງສອງຊາດ ແລະປະຊາຊົນສອງປະເທດ; ຍາມໃດກໍສະຫງວນບຸລິມະສິດສູງໃຫ້ແກ່ການພົວພັນມິດຕະພາບກັບກໍາປູເຈຍ ແລະຈະສືບຕໍ່ປັບປຸງ ສະໜັບສະໜູນສະພາແຫ່ງຊາດສອງປະເທດ ເພີ່ມທະວີການຮ່ວມມືໃນໄລ ຍະຈະມາເຖິງ.

ສອງຝ່າຍ ເຫັນດີຍູ້ແຮງການເຊື່ອມຕໍ່ສອງພື້ນຖານເສດຖະກິດຕາມທິດຮອບດ້ານ, ຍືນຍົງ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ; ສົມທົບກັນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ, ຕອບສະໜອງຜົນປະໂຫຍດອັນເປັນພື້ນຖານ, ຍາວນານຂອງແຕ່ລະປະເທດ.

* ກໍໃນວັນທີ 10 ເມສາ, ທີ່ນະຄອນຫຼວງພະນົມເປັນ, ທ່ານ ເຈິ່ນເກິມຕູ໊ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ແລະທ່ານ Say Chhum ຮອງປະ ທານພັກປະຊາຊົນກໍາປູເຈຍ, ຫົວໜ້າຜູ້ປະຈໍາການ ຄະນະປະຈໍາສູນກາງພັກປະຊາຊົນກໍາປູເຈຍ ໄດ້ດໍາເນີນການພົບປະສອງຝ່າຍ.

leftcenterrightdel
ທ່ານ ເຈິ່ນເກິມຕູ໊ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ແລະທ່ານ Say Chhum ຮອງປະທານພັກປະຊາຊົນກໍາປູເຈຍ, ຫົວໜ້າຜູ້ປະຈໍາການ ຄະນະປະຈໍາສູນກາງພັກປະຊາຊົນກໍາປູເຈຍ. ພາບ: ຫວຽດຮ່າ.

ສອງຝ່າຍ ເຫັນດີຮັກສາການພົບປະຂັ້ນສູງ ແລະແລກປ່ຽນລະຫວ່າງການນໍາສອງພັກ, ສອງລັດ, ລະຫວ່າງບັນດາຄະນະຂອງພັກ ແລະອົງການຂອງສອງປະເທດ ເປັນປົກກະຕິ; ເພີ່ມທະວີການຮ່ວມມືໃນການປ້ອງກັນ, ຕ້ານອາດຊະຍາກໍາ, ໃນນັ້ນມີອາດຊະຍາກໍາຂ້າມຊາດ, ອາດຊະຍາກໍາຢາເສບຕິດ, ອາດຊະຍາກໍາເຕັກໂນໂລຊີສູງ, ປະກອບສ່ວນຮັກສາຄວາມສະຫງົບ, ສະຖຽນລະພາບ ເພື່ອຮັບໃຊ້ການພັດທະນາຂອງແຕ່ລະປະເທດ ແລະຂອງທັງພາກພື້ນ; ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ ... ເຫັນດີສົມທົບກັນຢ່າງແໜ້ນແຟ້ນໃນການຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ ໃນປີ 2027.

ການນໍາສອງທ່ານ ກໍເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນ ເຊິ່ງກັນແລະກັນທີ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນໃນຂອບເຂດອາຊຽນ, ການຮ່ວມມືແມ່ນໍ້າຂອງ; ປະກອບສ່ວນຕັ້ງໜ້າເຂົ້າໃນການຮັກສາຄວາມສາມັກຄີ, ເປັນເອກະພາບ ແລະບົດບາດໃຈກາງຂອງອາຊຽນ; ຊຸກຍູ້ແກ້ໄຂບັນດາບັນຫາພາກພື້ນບົນພື້ນຖານການເຈລະຈາ, ຮ່ວມມື, ເຄົາລົບກົດໝາຍສາກົນ.

* ຕອນຄໍ່າວັນທີ 10 ເມສາ, ເຮືອບິນໂດຍສານ ທ່ານ ເຈິ່ນເກິມຕູ໊ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈາກສະໜາມບິນສາກົນ ເຕໂຈ (ພະນົມເປັນ) ໄດ້ລົງຈອດຢູ່ສະໜາມບິນສາກົນ ໂນ້ຍບ່າຍ, ສິ້ນສຸດການຢ້ຽມຢາມ ສປປ ລາວ ແລະລາຊະອານາຈັກກໍາປູເຈຍ ຢ່າງເປັນ ທາງການ ດ້ວຍຜົນສໍາເລັດຢ່າງຈົບງາມ.

ໂດຍ: ໄຊຊະນະ