ຫວຽດນາມ ສະໜັບສະໜູນຢ່າງແຮງລະບົບການຄ້າຫຼາຍຝ່າຍ
ກປ.ອອນໄລ - ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ຢືນຢັນຄືນໃໝ່ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແລະຍາມໃດ ຫວຽດນາມ ກໍ່ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງ WTO.
    |
 |
|
ທ່ານ ມາຍຟານຢຸງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ຄຽງຂ້າງ WTO ພົບປະກັບທ່ານນາງ Ngozi Okonjo-Iweala ຜູ້ອຳນວຍການໃຫຍ່ອົງການ WTO. ພາບ: ສໍານັກຂ່າວສານຫວຽດນາມ. |
ວັນທີ 10 ເມສາ, ທ່ານ ມາຍຟານຢຸງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ຄຽງຂ້າງອົງການການຄ້າໂລກ (WTO) ໄດ້ມີການພົບປະກັບທ່ານນາງ Ngozi Okonjo-Iweala ຜູ້ອຳນວຍການໃຫຍ່ອົງການ WTO, ເພື່ອແລກປ່ຽນກ່ຽວກັບການກຳນົດທິດວຽກງານໃນໄລຍະຈະມາເຖິງຂອງອົງການ, ກໍ່ຄືຢືນຢັນຄືນໃໝ່ການສະໜັບສະໜູນຂອງຫວຽດນາມ ຕໍ່ລະບົບການຄ້າຫຼາຍຝ່າຍ.
ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ຢືນຢັນຄືນໃໝ່ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແລະຍາມໃດ ຫວຽດນາມ ກໍ່ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງອົງການ WTO, ເຂົ້າຮ່ວມບັນດາການເຄື່ອນໄຫວ, ວາລະປຶກສາຫາລື ແລະເຫດການຢູ່ນອກກອງປະຊຸມຢ່າງຄົບຖ້ວນ. ສຳລັບຫວຽດນາມ, WTO ສືບຕໍ່ຮັກສາບົດບາດສຳຄັນພິເສດໃນການສ້າງບັນດາຫຼັກການການຄ້າໃຫ້ມີສະຖຽນລະພາບ, ອາດສາມາດຄາດຄະເນໄດ້ ແລະມີຄວາມຍຸຕິທຳ, ຜ່ານນັ້ນກໍ່ປະກອບສ່ວນປົກປ້ອງຜົນປະໂຫຍດອັນຊອບທຳຂອງບັນດາສະມາຊິກ, ໂດຍສະເພາະແມ່ນບັນດາປະເທດພວມພັດທະນາ.
ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ໄດ້ແຈ້ງໃຫ້ທ່ານ ນາງ Ngozi Okonjo-Iweala ຊາບເລື່ອງ ຫວຽດນາມ ຕົກລົງເຂົ້າຮ່ວມສັນຍາເຕັກໂນໂລຊີຂໍ້ມູນຂ່າວສານເປີດກວ້າງ (ITA2) ຢ່າງເປັນທາງການ.
ໂດຍ: ກວຽດເຕິມ