leftcenterrightdel
ສະຫາຍ ເຈິ່ນເກິ໊ມຕູ໊  ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພົບປະກັບສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະ, ສະຫາຍ ຜູ້ປະຈໍາການຄະນະເລຂາທິການ ເຈິ່ນເກິ໊ມຕູ໊ ໄດ້ແຈ້ງໃຫ້ສະຫາຍນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກ່ຽວກັບໝາກຜົນຜົນສຳເລັດຂອງການພົບປະສອງຝ່າຍກັບສະຫາຍ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ; ຢືນຢັນວ່າ ສະເໝີຕົ້ນສະເໝີປາຍ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດແຖວໜ້າໃນສາຍພົວພັນແບບພິເສດ “ໜຶ່ງບໍ່ມີສອງ” ກັບລາວ.

ສະຫາຍ ເຈິ່ນເກິ໊ມຕູ໊ ຖືວ່າ ເລື່ອງສອງປະເທດເຫັນດີຍົກລະດັບ ແລະເຮັດໃຫ້ເນື້ອໃນການພົວພັນເປັນ “ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ” ເລິກເຊິ່ງກວ່າອີກ ໄດ້ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ສ້າງພື້ນຖານຍຸດທະສາດແບບຍືນຍົງ, ເປີດແງ່ຫວັງໃຫ້ການພົວພັນສອງປະເທດພັດທະນາຢ່າງແຂງແຮງໃນໄລຍະໃໝ່.

leftcenterrightdel
ສະຫາຍ ເຈິ່ນເກິ໊ມຕູ໊ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ແລະສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: ສໍານັກຂ່າວສານຫວຽດນາມ

ສະຫາຍ ເຈິ່ນເກິ໊ມຕູ໊ ຕີລາຄາສູງຈິດໃຈຊີ້ນຳຢ່າງເດັດຂາດ, ລະອຽດ ແລະການສົມທົບຢ່າງແໜ້ນແຟ້ນລະຫວ່າງລັດຖະບານສອງປະເທດໃນການຜັນຂະຫຍາຍເນື້ອໃນການຮ່ວມມື. ສອງຝ່າຍກໍ່ເຫັນດີເປັນເອກະພາບຊຸກຍູ້ການເຊື່ອມຕໍ່ລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ ແລະທ້ອງຖິ່ນສອງປະເທດຢ່າງແຂງແຮງກວ່າອີກ; ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ; ຂຸດຄົ້ນຄວາມ ສາມາດບົ່ມຊ້ອນ, ທ່າໄດ້ປຽບເພີ່ມເຕີມຂອງແຕ່ລະປະເທດເປັນຢ່າງດີ, ສູ້ຊົນນຳວົງເງິນການຄ້າສອງຝ່າຍໃຫ້ເຕີບໂຕແບບຍືນຍົງ, ບັນລຸ 10 ຕື້ໂດລາສະຫະລັດ ໃນໄລຍະຈະມາເຖິງ; ເພີ່ມທະວີການເຊື່ອມຕໍ່ຍຸດທະສາດ, ເຊື່ອມຕໍ່ສອງພື້ນຖານເສດຖະກິດ, ສຸມໃສ່ຜັນຂະຫຍາຍໂຄງການຈຸດສຸມ, ໃນນັ້ນມີການເຊື່ອມຕໍ່ຄົມມະນາຄົມ.

ໃນສະພາບການທີ່ສັບສົນຄືໃນປະຈຸບັນ, ການນຳສອງທ່ານ ເນັ້ນໜັກວ່າ ກວ່າເວລາໃດໝົດຕ້ອງເພີ່ມທະວີຄວາມສາມັກຄີໃນການພົວພັນສອງຝ່າຍ ແລະໃນເວທີປາໄສຫຼາຍຝ່າຍ. ການນຳສອງທ່ານ ສະແດງຄວາມເຊື່ອໝັ້ນວ່າ, ດ້ວຍຄວາມຕັດສິນໃຈຂອງການນຳຂັ້ນສູງ ແລະຄວາມມານະພະຍາຍາມຂອງກະຊວງ, ຂະແໜງການ, ທ້ອງຖິ່ນ, ປະຊາຄົມວິສາຫະກິດ ແລະປະຊາຊົນສອງປະເທດ, ການພົວພັນ ຫວຽດນາມ-ລາວ ຈະສືບຕໍ່ພັດທະນາ, ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

ໂດຍ: ເຈິ່ນຮວ່ຽນ