ຫວຽດນາມ-ເບລາຣຸດ ເພີ່ມທະວີການຮ່ວມມືໃນຂົງເຂດກວດການິຕິກໍາ
ກປ.ອອນໄລ - ຕອນບ່າຍວັນທີ 2 ເສມາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Volkov Alexei Aleksandrovich ປະທານຄະນະກຳມະການກວດການິຕິກໍາເບລາຣຸດ ທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ ການພົວພັນ ຫວຽດນາມ-ເບລາຣຸດ ໄດ້ມີບາດກ້າວພັດທະນາອັນດີງາມໃນໄລຍະຜ່ານມາ. ໃນນັ້ນ, ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນເປັນປະຈຳ ແລະມີການພົບປະຂັ້ນສູງ; ກົນໄກຄະນະກຳມະການລະຫວ່າງລັດຖະບານ ໄດ້ຮັບການຮັກສາເປັນປົກກະຕິ. ເຖິງຢ່າງໃດກໍ່ຕາມ, ການຮ່ວມມືດ້ານການຄ້າ ແລະການລົງທຶນຍັງບໍ່ທັນສົມກັບການພົວພັນດ້ານການເມືອງ ແລະຄວາມສາມາດບົ່ມຊ້ອນ, ຄວາມຫວັງຂອງສອງຝ່າຍ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Volkov Alexei Aleksandrovich ປະທານຄະນະກຳມະການກວດການິຕິກໍາເບລາຣຸດ. ພາບ: ສຳນັກຂ່າວສານຫວຽດນາມ |
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ; ເພີ່ມທະວີການພົບປະໃນຂອບເຂດກອງປະຊຸມສາກົນ ແລະເວທີປາໄສຫຼາຍຝ່າຍ; ເສີມຂະຫຍາຍບົດບາດຂອງຄະນະກຳມະການລະຫວ່າງລັດຖະບານ; ສຸມໃສ່ກວດກາຄືນ, ເຫັນດີເປັນເອກະພາບມາດຕະການແນໃສ່ແກ້ໄຂຂໍ້ຕິດຂັດໃນການພົວພັນດ້ານເສດຖະກິດລະຫວ່າງສອງຝ່າຍ; ຊຸກຍູ້ການລົງທຶນຂອງວິສາຫະກິດສອງຝ່າຍ, ເປັນຕົ້ນແມ່ນໃນຂົງເຂດ ທີ່ຝ່າຍ ເບລາຣຸດ ມີທ່າແຮງ, ຄື: ກະສິກຳ, ຝຸ່ນ, ເຄື່ອງຈັກ, ອຸປະກອນ, ເຄມີ... ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ປາດຖະໜາວ່າ ສອງຝ່າຍເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຍູ້ແຮງການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຢີ, ການສຶກສາ, ບໍາລຸງສ້າງ, ວັດທະນະທໍາ, ກິລາ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ, ການຮ່ວມມືລະຫວ່າງທ້ອງຖິ່ນ...
ສ່ວນທ່ານ Volkov Alexei Aleksandrovich ຂອບໃຈລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເອົາໃຈໃສ່, ຊີ້ນຳ ແລະສ້າງເງື່ອນໄຂ ເພື່ອຄະນະກຳມະການກວດການິຕິກໍາເບລາຣຸດ ແລະກະຊວງຕໍາຫຼວດຫວຽດນາມ ຮ່ວມມືໃນຕະຫຼອດໄລຍະຜ່ານມາ; ປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນ, ສ້າງເງື່ອນໄຂເພື່ອໃຫ້ສອງຝ່າຍຮ່ວມມືຢ່າງສະດວກ, ມີປະສິດທິຜົນກວ່າອີກໃນຂົງເຂດທີ່ສອງຝ່າຍມີຄວາມສົນໃຈ ແລະໄດ້ວາງອອກ, ເປັນຕົ້ນແມ່ນການຮ່ວມມືທ້ອງຖິ່ນ ແລະຮາກຖານບໍາລຸງສ້າງຂອງທ້ອງຖິ່ນໃນຂົງເຂດກວດການິຕິກໍາ.
ໂດຍ: ເຈິ່ນຮວ່ຽນ