ຫວຽດນາມ ແລະທະນາຄານໂລກ ຊຸກຍູ້ຂໍ້ລິເລີ່ມຮ່ວມມືດ້ານຊັບພະຍາກອນນໍ້າ
ກປ.ອອນໄລ - ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ສະໜັບສະໜູນຂໍ້ລິເລີ່ມຕ່າງໆຂອງທະນາຄານໂລກ (WB) ໃນຂົງເຂດນໍ້າ, ໂດຍຖືວ່າ ຂໍ້ລິເລີ່ມຕ່າງໆນີ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການກັບສະພາບຕົວຈິງຂອງຫວຽດນາມ.
ຕອນເຊົ້າວັນທີ 27 ມີນາ, ທີ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານນາງ Mariam J. Sherman ຜູ້ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ, ລາວ ແລະ ກຳປູເຈຍ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຕີລາຄາສູງບົດບາດຂອງ WB, ຄູ່ຮ່ວມມືພັດທະນາແຖວໜ້າ, ໄດ້ໃຫ້ການໜູນຊ່ວຍຫວຽດນາມ ໃນຂົງເຂດຕ່າງໆຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນກະສິກໍາ ແລະສິ່ງແວດລ້ອມ. ໂຄງການຕ່າງໆໂດຍ WB ຊ່ວຍເຫຼືອໃຫ້ລະບົບຊົນລະປະທານ, ຄຸ້ມຄອງຊັບພະຍາກອນນໍ້າ, ສະໜອງນໍ້າ, ພິເສດຢູ່ເຂດຊົນນະບົດ ແລະທົ່ງພຽງແມ່ນໍ້າຂອງ, ປະກອບສ່ວນຮັກສາຄວາມໝັ້ນຄົງແຫຼ່ງນໍ້າ, ຄວາມປອດໄພຂອງອ່າງ, ເຂື່ອນ ແລະການພັດທະນາແບບຍືນຍົງ.
    |
 |
|
ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຕ້ອນຮັບທ່ານນາງ Mariam J. Sherman ຜູ້ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ, ລາວ ແລະ ກຳປູເຈຍ. ພາບ: VGP |
ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ສະໜັບສະໜູນຂໍ້ລິເລີ່ມຕ່າງໆຂອງທະນາຄານໂລກ (WB) ໃນຂົງເຂດນໍ້າ, ໂດຍຖືວ່າ ຂໍ້ລິເລີ່ມຕ່າງໆນີ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງຂອງສະພາບຕົວຈິງຢູ່ ຫວຽດນາມ. ສໍາລັບແຜ່ນຮາງ “1 ລ້ານແຮກຕາເຂົ້າປ່ອຍອາຍພິດຕໍ່າຢູ່ທົ່ງພຽງແມ່ນໍ້າຂອງ”, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເຫັນດີເປັນເອກະພາບມອບໃຫ້ກະຊວງກະສິກໍາ ແລະສິ່ງແວດລ້ອມ ເປັນອົງການຮັບຜິດຊອບ, ຈັດທຳໂຄງການ, ດ້ວຍແຫຼ່ງກໍາລັງຈາກ WB ແລະງົບປະມານສູນກາງ.
ທ່ານນາງ Mariam J. Sherman ຕີລາຄາສູງການເຫັນດີເຫັນພ້ອມ ແລະຄໍາໝັ້ນສັນຍາຢ່າງແຂງແຮງຂອງຝ່າຍຫວຽດນາມ ສໍາລັບຂໍ້ລິເລີ່ມຮ່ວມມືຕ່າງໆຂອງ WB ໃນການຄຸ້ມຄອງຊັບພະຍາກອນນໍ້າ; ຢືນຢັນການເຂົ້າຮ່ວມຂໍ້ລິເລີ່ມທົ່ວໂລກບໍ່ພຽງແຕ່ປະກອບສ່ວນຍົກສູງພາບພົດແຫ່ງຊາດເທົ່ານັ້ນ ຫາກຍັງສ້າງກາລະໂອກາດ ເພື່ອໃຫ້ຫວຽດນາມ ໜູນໃຊ້ແຫຼ່ງກໍາລັງຕ່າງໆ ແລະນັກຊ່ຽວຊານຈາກ WB.
ໂດຍ: ດັ້ງເກື່ອງ