ເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຄະນະພັກການທະຫານສູນກາງ
ກປ.ອອນໄລ - ຕອນເຊົ້າວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ ໄດ້ຈັດຕັ້ງກອງປະຊຸມພິຈາລະນາ, ຮັບຮອງເອົາເນື້ອໃນເພີ່ມເຕີມ, ສ້າງໂຄງການດໍາເນີນງານຂອງຄະນະພັກການທະຫານສູນກາງ ໃນການປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XII, ອາຍຸການ 2025-2030 ໃຫ້ສົມບູນແບບ; ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ. ທ່ານເລຂາທິການໃຫຍ່ ໂຕເລິມ, ເລຂາຄະນະພັກການທະຫານສູນກາງ ໄດ້ເຂົ້າຮ່ວມ ແລະກ່າວຄໍາເຫັນຊີ້ນຳທີ່ກອງປະຊຸມ.
ກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາເນື້ອໃນເພີ່ມເຕີມ, ສ້າງໂຄງການດໍາເນີນງານຂອງຄະນະພັກການທະຫານສູນກາງໃນການປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XII, ອາຍຸການ 2025-2030 ໃຫ້ສົມບູນແບບ; ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ແລະເນື້ອໃນສຳຄັນຈຳນວນໜຶ່ງ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ, ເລຂາຄະນະພັກການທະຫານສູນກາງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ:qdnd.vn |
ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ, ຕາງໜ້າຄະນະພັກການທະຫານສູນກາງ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຫັນດີເປັນເອກະພາບຕໍ່ເນື້ອໃນໂຄງການດໍາເນີນງານລວມມີລາຍການປະຕິບັດງານໃຫຍ່ ແລະບັນດາເປົ້າໝາຍ; ໜ້າທີ່, ແຜນຮ່າງ, ລາຍການລະອຽດ. ທ່ານເລຂາທິການໃຫຍ່ ມອບໝາຍໃຫ້ຄະນະປະຈຳຄະນະພັກການທະຫານສູນກາງ ຊີ້ນຳອົງການຮັບເອົາຄຳເຫັນຂອງບັນດາສະຫາຍຜູ້ແທນ ແລະຄະນະພັກການທະຫານສູນກາງຢ່າງຄົບຖ້ວນ, ສ້າງເນື້ອໃນເພີ່ມເຕີມໃຫ້ສົມບູນແບບ, ປັບປຸງໂຄງການດຳເນີນງານຂອງຄະນະພັກການທະຫານສູນກາງ, ຍື່ນສະເໜີຕໍ່ຮອງເລຂາຄະນະພັກການທະຫານສູນກາງ ລົງນາມປະກາດໃຊ້ ເພື່ອໃຫ້ບັນດາອົງການ, ກົມກອງຜັນຂະຫຍາຍປະຕິບັດ.
ທ່ານເລຂາທິການໃຫຍ່ ຮຽກຮ້ອງໃຫ້ບັນດາຄະນະພັກ ຂຶ້ນກັບຄະນະພັກການທະຫານສູນກາງ, ຄະນະພັກກອງບັນຊາການນະຄອນຫຼວງຮ່າໂນ້ຍ ກວດກາຄືນ, ເພີ່ມເຕີມ, ປັບປຸງໂຄງການດຳເນີນງານຂອງຄະນະພັກ ປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກອາຍຸການ 2025-2030, ມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XII ແລະມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ.
ໂດຍ: ເຈິ່ນຮວ່ຽນ