ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງແທັງຮວ໋າ ປີ 2026
ກປ.ອອນໄລ - ຕອນເຊົ້າວັນທີ 29 ມີນາ, ເມື່ອເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງແທັງຮວ໋າ ປີ 2026 ຢູ່ແຂວງແທັງຮວ໋າ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານ ຍາມໃດກໍຮ່ວມເດີນທາງ, ສະໜັບສະໜູນບັນດາທ້ອງຖິ່ນ, ວິສາຫະກິດ, ຜົນສຳເລັດຂອງວິສາຫະກິດ ແມ່ນຜົນສຳເລັດຂອງປະເທດ, ຖືຄວາມຫຍຸ້ງຍາກ, ສິ່ງທ້າທາຍຂອງວິສາຫະກິດກໍແມ່ນຄວາມຫຍຸ້ງຍາກ, ສິ່ງທ້າທາຍຂອງຕົນເພື່ອພ້ອມກັນແກ້ໄຂ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ. ພາບ: qdnd.vn |
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງການແນະນຳກ່ຽວກັບຄວາມສາມາດບ່ົມຊ້ອນ, ທ່າແຮງ, ສະພາບແວດລ້ອມ ແລະສະພາບການລົງທຶນຂອງແຂວງແທັງຮວ໋າ. ທາງແຂວງກໍປະກາດບັນຊີລາຍຊື່ບັນດາໂຄງການບຸລິມະສິດດຶງດູດການລົງທຶນ ໄລຍະ 2026-2030, ລວມມີ 173 ໂຄງການຂອງ 6 ຂົງເຂດຕົ້ນຕໍ, ດ້ວຍເງິນລົງທຶນທັງໝົດຄາດວ່າ ກວ່າ 570.000 ຕື້ດົ່ງ, ເທົ່າກັບປະມານ 24 ຕື້ໂດລາສະຫະລັດ.
    |
 |
|
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn |
ພິເສດ, ການນຳແຂວງ ໄດ້ມອບຂໍ້ຕົກລົງແຜນນະໂຍບາຍລົງທຶນ, ໃບຢັ້ງຢືນການລົງທຶນໃຫ້ແກ່ 28 ໂຄງການ ດ້ວຍເງິນລົງທຶນທັງໝົດປະມານ 30.000 ຕື້ດົ່ງ (ກວ່າ 1,13 ຕື້ໂດລາສະຫະລັດ); ບັນດາອົງການມອບບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືກັບບັນດານັກລົງທຶນ 14 ໂຄງການ, ດ້ວຍເງິນລົງທຶນທັງໝົດເກືອບ 73.000 ຕື້ດົ່ງ (2,7 ຕື້ໂດລາສະຫະລັດ) ໃນຂົງເຂດພື້ນຖານໂຄງລ່າງຄົມມະນາຄົມ, ການບິນ, ເຂດອຸດສາຫະກຳ, ໂລຈິດສະຕິກ, ການຄົ້ນຄວ້າພັດທະນາ…
    |
 |
|
ການນໍາແຂວງແທັງຮວ໋າ ມອບຂໍ້ຕົກລົງແຜນນະໂຍບາຍລົງທຶນ, ໃບຢັ້ງຢືນການລົງທຶນ ແລະລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືໃຫ້ແກ່ບັນດາໂຄງການ. ພາບ: qdnd.vn |
* ໃນວັນດຽວກັນ, ຢູ່ເຂດເສດຖະກິດ ຫງີເຊີນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະປະຕິບັດງານ ໄດ້ມີການເຮັດວຽກກັບການນຳໂຮງງານກັ່ນນ້ຳມັນ ຫງີເຊີນ ກ່ຽວກັບສະພາບການຜະລິດດຳເນີນທຸລະກິດໃນສະພາບການຕະຫຼາດພະລັງງານທົ່ວໂລກມີການຜັນແປທີ່ສັບສົນ.
ກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ໄດ້ຮັບຮູ້ ແລະຕີລາຄາສູງຄວາມມານະພະຍາຍາມຂອງພະນັກງານ, ຜູ້ອອກແຮງງານຂອງໂຮງງານກັ່ນນ້ຳມັນ ຫງີເຊີນ ໃນການຮັກສາການຜະລິດ, ປະກອບສ່ວນຮັບປະກັນແຫຼ່ງສະໜອງນ້ຳມັນເຊື້ອໄຟໃຫ້ແກ່ພື້ນຖານເສດຖະກິດ, ພ້ອມທັງໜັກເຖິງຄວາມຮຽກຮ້ອງຕ້ອງຍົກສູງກໍາລັງຄວາມສາມາດໃນການຮັບມືໃຫ້ດີຂຶ້ນ, ເປັນເຈົ້າການກວ່າອີກຕໍ່ໜ້າການຜັນແປຂອງສະພາບການໂລກ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ລົງສໍາຫຼວດກວດກາໂຄງການສາງແຮໄວ້ນ້ຳມັນເຊື້ອໄຟໃນເຂດເສດຖະກິດ ຫງີເຊີນ, ແຂວງແທັງຮວ໋າ. ພາບ: baochinhphu.vn |
ໃນຂອບເຂດການເຮັດວຽກ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະປະຕິບັດງານໄດ້ລົງກວດກາຕົວຈິງສະຖານທີ່ຄາດຈະກໍ່ສ້າງສາງແຮໄວ້ນ້ຳມັນດິບ ຢູ່ຫງີເຊີນ ດ້ວຍຂະໜາດປະມານ 1 ລ້ານໂຕນ. ນີ້ແມ່ນໂຄງການທີ່ມີຄວາມໝາຍຍຸດທະສາດ, ປະກອບສ່ວນຍົກສູງກຳລັງຄວາມສາມາດແຮໄວ້ແຫ່ງຊາດ, ເປັນເຈົ້າການຮັບມືກັບການຜັນແປຂອງຕະຫຼາດພະລັງງານໂລກ.
ໂດຍ: ທູຈາງ