ຫວຽດນາມ ແລະກຳປູເຈຍ ສົມທົບກັນຜັນຂະຫຍາຍຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ
ກປ.ອອນໄລ - ວັນທີ 30 ມີນາ, ທ່ານ ຫງວຽນແມ້ງເກື່ອງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການຢ້ຽມຢາມ ແລະເຮັດວຽກຢູ່ກຳປູເຈຍ.
ໃນການຢ້ຽມຢາມ, ທ່ານ ຫງວຽນແມ້ງເກື່ອງ ໄດ້ມາເຂົ້າຢ້ຽມຂໍ່ານັບທ່ານ Samdech Say Chhum ຮອງປະທານ, ຫົວໜ້າຜູ້ປະຈໍາການ ຄະນະປະຈຳສູນກາງພັກປະຊາຊົນກຳປູເຈຍ ແລະທ່ານ Prak Sokhonn, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະຮ່ວມມືສາກົນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນກຳປູເຈຍ; ເຮັດວຽກກັບທ່ານ Suos Yara ຮອງຫົວໜ້າຜູ້ທີ່ໜຶ່ງ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນກຳປູເຈຍ ແລະທ່ານ Ung Rachana ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະຮ່ວມມືສາກົນກຳປູເຈຍ.
    |
 |
|
ທ່ານ Prak Sokhonn, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະຮ່ວມມືສາກົນກຳປູເຈຍ (ເບື້ອງຂວາ) ຕ້ອນຮັບທ່ານ ຫງວຽນແມ້ງເກື່ອງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ມາເຂົ້າຢ້ຽມຂໍ່ານັບ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ການພົບປະຕ່າງໆ, ສອງຝ່າຍຕີລາຄາສູງຜົນການຢ້ຽມຢາມທາງລັດຖະກິດກໍາປູເຈຍ ຂອງທ່ານເລຂາທິການໃຫຍ່ ໂຕເລິມ (ວັນທີ 6 ກຸມພາ ປີ 2026), ກໍຄືຄວາມຮັບຮູ້ລວມບັນລຸໄດ້ ທີ່ກອງປະຊຸມຂັ້ນສູງລະຫວ່າງກົມການເມືອງສູນກາງພັກກອມມູນິດຫວຽດນາມ ກັບຄະນະປະຈຳສູນກາງພັກປະຊາຊົນກໍາປູເຈຍ ແລະການພົບປະລະຫວ່າງການນໍາຂອງ 3 ພັກ ຫວຽດນາມ-ກຳປູເຈຍ-ລາວ ໃນໄລຍະຜ່ານມາ; ເຫັນດີສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ພິເສດແມ່ນຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມຈອດເສດຖະກິດ, ການເຊື່ອມຈອດພື້ນຖານໂຄງລ່າງ ແລະການເຊື່ອມຈອດຕ່ອງໂສ້ການສະໜອງ.
ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືຜ່ານຊ່ອງທາງພັກ, ກະກຽມໃຫ້ການຢ້ຽມຢາມຂັ້ນສູງຂອງການນໍາພັກ ແລະລັດ ໃນໄລຍະຈະມາເຖິງຢ່າງຮອບຄອບຖີ່ຖ້ວນ; ພ້ອມທັງຊຸກຍູ້ການລົງນາມໃນເອກະສານຮ່ວມມືລະຫວ່າງບັນດາຄະນະຂອງພັກ ເພື່ອແນໃສ່ນໍາການຮ່ວມມືລະຫວ່າງບັນດາຄະນະຂອງພັກ ເຂົ້າສູ່ລວງເລິກ. ສອງຝ່າຍຍັງເຫັນດີສ້າງແຜນການລະອຽດ ເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກໍາປູເຈຍ ໃນປີ 2027, ຜ່ານນັ້ນເຊີດຊູຄຸນຄ່າປະຫວັດສາດອັນໃຫຍ່ຫຼວງຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີສະໜິດຕິດພັນ ແລະການຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງສອງປະເທດ.
ໂດຍ: ທູຈາງ