ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ກອງປະຊຸມໃຫຍ່ ຄັ້ງທີ XIV ໄດ້ກໍານົດບັນດາວິໄສທັດ, ກໍານົດທິດໄລຍະຍາວຂອງຫວຽດນາມ, ໂດຍສະເພາະແມ່ນການກໍານົດຮູບແບບການພັດທະນາໃໝ່ໂດຍອີງໃສ່ 5 ເສົາຄ້ຳຍຸດທະສາດ, ລວມມີການປັບປຸງລະບອບລະບຽບການ, ກະຈ່າງແຈ້ງ ແລະມີລັກສະນະຄາດຄະເນສູງ; ພັດທະນາພື້ນຖານໂຄງລ່າງຄົບຊຸດ, ທັນສະໄໝ; ພັດທະນາຊັບພະຍາກອນຄຸນນະພາບສູງ; ຖືວິທະຍາສາດ, ເຕັກໂນໂລຢີ ແລະປ່ຽນແປງໃໝ່ປະດິດສ້າງ ເປັນກໍາລັງແຮງຂັບເຄື່ອນຫຼັກແຫຼ່ງ; ພັດທະນາສີຂຽວ ແລະຍືນຍົງໂດຍອີງໃສ່ເສດຖະກິດສີຂຽວ, ສັງຄົມສີຂຽວ ແລະຮອບດ້ານ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລີມ ກ່າວຄຳເຫັນທີ່ພິທີຕ້ອນຮັບ. ພາບ: ສຳນັກຂ່າວສານຫວຽດນາມ. 

ໃນວິວັດທະນາການນີ້, ຫວຽດນາມ ກໍານົດເສດຖະກິດເອກະຊົນແມ່ນກໍາລັງແຮງຂັບເຄື່ອນການເຕີບໂຕສຳຄັນທີ່ສຸດ; ເສດຖະກິດມີທຶນຕ່າງປະເທດ ແມ່ນພາກສ່ວນສຳຄັນຂອງພື້ນຖານເສດຖະກິດ, ໄດ້ສົ່ງເສີມພັດທະນາຍາວນານ, ຍືນຍົງ, ຮ່ວມມື ແລະແກ່ງແຍ້ງຢ່າງປອດໃສກັບພາກພື້ນເສດຖະກິດອື່ນ. ຫວຽດນາມ ພ້ອມແລ້ວຮ່ວມເດີນທາງພ້ອມກັບບັນດາວິສາຫະກິດໃນການສ້າງຕ່ອງໂສ້ການສະໜອງມີປະສິດທິຜົນກວ່າ, ສີຂຽວກວ່າ, ຍືນຍົງກວ່າ; ໃຫ້ຄຳໝັ້ນສັນຍາວ່າ ແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບໃນເຄືອຂ່າຍເສດຖະກິດທົ່ວໂລກ ແລະພາກພື້ນ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລີມ ແລະຜູ້ແທນທີ່ພິທີຕ້ອນຮັບບັນດາກຸ່ມບໍລິສັດ, ວິສາຫະກິດສາກົນ. ພາບ: ສຳນັກຂ່າວສານຫວຽດນາມ

ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ສະແດງຄວາມຂອບອົກຂອບໃຈ, ຊົມເຊີຍການປະກອບຄຳເຫັນ, ສະເໜີຢ່າງມີເນື້ອແທ້ທີ່ການພົບປະ, ສະແດງອອກໃຫ້ເຫັນຄວາມເອົາໃຈໃສ່, ເຂົ້າໃຈ, ປາດຖະໜາຢາກຂອງວິສາຫະກິດ ຕໍ່ກັບຕະຫຼາດ, ພື້ນຖານເສດຖະກິດຫວຽດນາມ; ຢືນຢັນວ່າ ຈະຊີ້ນໍາບັນດາອົງການຂອງຫວຽດນາມ ນັບແຕ່ນິຕິບັນຍັດ, ບໍລິຫານ, ຕຸລາການ, ບັນດາອົງການໃນລະບົບການເມືອງ, ອຳນວຍຄວາມສະດວກທີ່ສຸດເພື່ອໃຫ້ວິສາຫະກິດ, ນັກທຸລະກິດຫວຽດນາມ ເຕີບໃຫຍ່ເຂັ້ມແຂງ, ເປີດກວ້າງການຮ່ວມມືສາກົນ, ບືນຕົວຂຶ້ນທຽບເທົ່າລະດັບພາກພື້ນ ແລະສາກົນ ໃນຕ່ອງໂສ້ການສະໜອງທົ່ວໂລກ.

ຜູ້ຕາງໜ້າໃຫ້ແກ່ຄະນະວິສາຫະກິດ, ທ່ານ Arif Patrick Rachmat, ປະທານສະພາດໍາເນີນທຸລະກິດ ອາຊີ ສະແດງຄວາມຂອບອົກຂອບໃຈທ່ານເລຂາທິການໃຫຍ່ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ; ຢືນຢັນວ່າ ສືບຕໍ່ປະກອບສ່ວນໃຫ້ແກ່ການພັດທະນາຂອງ ຫວຽດນາມ ຕາມທິດໄວກວ່າ, ອັດສະລິຍະກວ່າ ເພື່ອກ້າວເຂົ້າສູ່ໄລຍະພັດທະນາໃໝ່; ໃຫ້ຄຳໝັ້ນສັນຍາເປີດກວ້າງທັງຂະໜາດ ແລະຂົງເຂດລົງທຶນເຂົ້າຫວຽດນາມ ຢ່າງບໍ່ຢຸດຢັ້ງ, ໃນນັ້ນບຸລິມະສິດພັດທະນາພື້ນຖານໂຄງລ່າງ, ປັນຍາປະດິດ, ພະລັງງານສີຂຽວ, ສະອາດ, ກະສິກໍາອັດສະລິຍະ, ເຕັກໂນໂລຢີສຳຮອງ, ໂລຢິກສະຕິກ, ຊອບແວ, ການບໍລິການການເງິນ.

ໂດຍ: ແສງເດືອນ