ວິສາຫະກິດຫວຽດນາມ ຕ້ອງມານະພະຍາຍາມປະກອບສ່ວນ ເພື່ອບັນລຸເປົ້າໝາຍການເຕີບໂຕສອງຕົວເລກ
ກປ.ອອນໄລ - ຕອນເຊົ້າວັນທີ 27 ມີນາ, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ເປັນປະທານກອງປະຊຸມ "ວິສາຫະກິດປະກອບສ່ວນເຂົ້າໃນການເຕີບໂຕສອງຕົວເລກ ແລະນາຍົກລັດຖະມົນຕີຮູ້ບຸນຄຸນວິສາຫະກິດ".
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຖືວ່າ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ສືບຕໍ່ຢືນຢັນເຖິງເປົ້າໝາຍການເຕີບໂຕສະເລ່ຍ 10% ຕໍ່ປີ ຫຼືຫຼາຍກວ່າ, ເຊິ່ງນຳຫວຽດນາມ ເຂົ້າສູ່ສັງກາດໃໝ່ຢ່າງໜັກແໜ້ນ. ເຖິງຢ່າງໃດກໍ່ຕາມ, ສະພາບການສາກົນ ແລະພາຍໃນປະເທດຍັງມີສິ່ງທ້າທາຍຫຼາຍຢ່າງ, ທ່ານນາຍົກລັດຖະມົນຕີ ຖືວ່າ ບໍ່ໄດ້ທີ່ຈະສືບຕໍ່ອີງໃສ່ກໍາລັງໜູນທີ່ເປັນມູນເຊື້ອເຊັ່ນ: ການສົ່ງອອກ, ການລົງທຶນ, ການບໍລິໂພກ, ແຕ່ຕ້ອງປ່ຽນໄປສູ່ຮູບແບບການເຕີບໂຕໃໝ່ໂດຍອີງໃສ່ວິທະຍາສາດເຕັກໂນໂລຊີ, ນະວັດຕະກໍາ, ການຫັນປ່ຽນດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ ແລະເສດຖະກິດປະດິດຄິດສ້າງຢ່າງແຮງ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ມາເຂົ້າຮ່ວມກອງປະຊຸມ "ວິສາຫະກິດປະກອບສ່ວນເຂົ້າໃນການເຕີບໂຕສອງຕົວເລກ ແລະນາຍົກລັດຖະມົນຕີຮູ້ບຸນຄຸນວິສາຫະກິດ". ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ: "ຄວາມຮັບຮູ້ ກ່ຽວກັບວິສາຫະກິດຂອງພວກເຮົາໄດ້ມີການປ່ຽນແປງ. ພວກເຮົາເຫັນຢ່າງຈະແຈ້ງເຖິງພາລະກໍາຂອງວິສາຫະກິດໃນການພັດທະນາປະເທດຢ່າງວ່ອງໄວ ແລະຍືນຍົງ. ສະນັ້ນ, ວິສາຫະກິດຕ້ອງເປັນອັດຕະພາບ, ເປັນໃຈກາງຂອງການປ່ຽນແປງໃໝ່ການພັດທະນານີ້. ວິສາຫະກິດທັງຕ້ອງປະກອບສ່ວນເຂົ້າໃນການສ້າງແນວທາງນະໂຍບາຍ, ສ້າງກົດບັນຢັດ, ທັງຈັດຕັ້ງປະຕິບັດແນວທາງນະໂຍບາຍ ແລະກົດບັນຢັດເຫຼົ່ານີ້ຢ່າງມີປະສິດທິຜົນ".
ບົນຈິດໃຈນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາວິສາຫະກິດສະມາຊິກ, ບັນດາວິສາຫະກິດພາຍໃນ ແລະຕ່າງປະເທດ, ຮ່ວມມືພ້ອມກັນເພື່ອພັດທະນາ. ບັນດາວິສາຫະກິດຕ້ອງເຂົ້າຮ່ວມຢ່າງຕັ້ງໜ້າກັບລັດເພື່ອລົງທຶນໃນການພັດທະນາເວທີດີຈີຕອນແຫ່ງຊາດນໍາໃຊ້ຮ່ວມ, ຂໍ້ມູນເປີດ, ຜັນຂະຫຍາຍໂຄງການ, ໂຄງການວິທະຍາສາດເຕັກໂນໂລຊີລະດັບຊາດ, ໂດຍສຸມໃສ່ຂະແໜງ, ຂົງເຂດທີ່ມີບຸລິມະສິດ.
ໂດຍ: ຈາງຫງວຽນ