ຕອນບ່າຍວັນທີ 27 ມີນາ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ໄດ້ໃຫ້ການຕ້ອນຮັບຄະນະພະນັກງານ IMF ນໍາໂດຍທ່ານ Martin Sommer ພວມຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.

leftcenterrightdel
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Martin Sommer ຫົວໜ້າຄະນະຕິດຕາມກວດກາເສດຖະກິດມະຫາພາກຂອງ IMF. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ແຈ້ງໃຫ້ຄະນະພະນັກງານ IMF ຮັບຊາບກ່ຽວກັບສະພາບການ ແລະການກໍານົດທິດພັດທະນາຂອງຫວຽດນາມ ໃນໄລຍະຈະມາເຖິງ, ໃນນັ້ນ ຫວຽດນາມ ວາງເປົ້າໝາຍເຕີບໂຕບໍ່ພຽງແຕ່ເຂົ້າໃນການກະຕຸກຊຸກຍູ້ເທົ່ານັ້ນ, ຫາກຍັງຕ້ັງພື້ນຖານແບບຍືນຍົງ, ລວມມີປັດໄຈຕ່າງໆ, ຄື: ເຮັດໃຫ້ລະບອບລະບຽບການ, ວິທະຍາສາດ-ເຕັກໂນໂລຢີ ແລະນະວັດຕະກໍາ, ຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວ, ສະມັດຕະພາບແຮງງານ ແລະຄວາມສາມາດໃນການແກ່ງແຍ້ງໃຫ້ສໍາເລັດ.

ຕີລາຄາສູງ IMF ໄດ້ມີການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນກັບຫວຽດນາມ ໃນໄລຍະຜ່ານມາ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ການຕີລາຄາ, ຂໍ້ສະເໜີຕ່າງໆຂອງກອງທຶນເງິນຕາສາກົນ (IMF) ໄດ້ສະໜອງພື້ນຖານສໍາຄັນ, ປະກອບສ່ວນໜູນຊ່ວຍຫວຽດນາມ ວາງແຜນຜັງ ແລະປະຕິບັດນະໂຍບາຍເງິນຕາ, ປີການເງິນຢ່າງເປັນເຈົ້າການ, ມີໄຫວພິບ, ຜ່ານນັ້ນຮັກສາຄວາມໝັ້ນຄົງເສດຖະກິດມະຫາພາກ ແລະຊຸກຍູ້ການເຕີບໂຕ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ Martin Sommer ຕີລາຄາສູງການວາງນະໂຍບາຍ ແລະການບໍລິຫານພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ຕໍ່ການຜັນແປຂອງໂລກ, ພ້ອມທັງຢືນຢັນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນໍາໃຊ້ການໜູນຊ່ວຍຂອງ IMF ຢ່າງມີປະສິດທິຜົນທີ່ສຸດ, ໂດຍສະເພາະແມ່ນນໍາໃຊ້ຂໍ້ສະເໜີຕ່າງໆກ່ຽວກັບນະໂຍບາຍ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ໂດຍໄວ ແລະຍືນຍົງ.

ໂດຍ: ໄຊນີດາ