ເປີດນໍາໃຊ້ສະຖານທູດຫວຽດນາມ ປະຈໍາ ຢູ່ Ireland
ກປ.ອອນໄລ - ຕອນບ່າຍວັນທີ 26 ມີນາ, ທີ່ Dublin, ສະຖານທູດຫວຽດນາມ ປະຈໍາ Ireland ໄດ້ຈັດພິທີເປີດການນໍາໃຊ້ ຂຶ້ນຢ່າງສົມກຽດ.
ກ່າວຄໍາເຫັນທີ່ພິທີ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເນັ້ນໜັກວ່າ ນີ້ເປັນຂີດໝາຍອັນສໍາຄັນ, ດໍາເນີນກົງກັບໂອກາດ ສອງປະເທດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1996-2026).
    |
 |
|
ບັນດາຜູ້ແທນຕັດແຖບຜ້າເປີດນໍາໃຊ້ສະຖານທູດຫວຽດນາມ ປະຈໍາຢູ່ Ireland. ພາບ: ຈ່າຫງວຽນ. |
ເຫດການດັ່ງກ່າວ ໄດ້ເປີດໜ້າປະຫວັດສາດໃໝ່ໃນການພົວພັນ ຫວຽດນາມ - Ireland, ພ້ອມທັງຢັ້ງຢືນຄໍາໝັ້ນສັນຍາຢ່າງແຮງຂອງຫວຽດນາມ ໃນການຊຸກຍູ້ການຮ່ວມມືຮອບດ້ານກັບ Ireland, ນັບແຕ່ການເມືອງ, ການຄ້າ, ການສຶກສາ, ວິທະຍາສາດ-ເຕັກໂນໂລຊີ ຕະຫຼອດຮອດວັດທະນະທໍາ ແລະການພົບປະແລກປ່ຽນປະຊາຊົນ.
ຕາງໜ້າກະຊວງການຕ່າງປະເທດ ແລະການຄ້າ Ireland, ທ່ານ Neale Richmond ຮອງລັດຖະມົນຕີ ໄດ້ສົ່ງຄໍາອວຍພອນມາຍັງສະຖານທູດ ຫວຽດນາມ ປະຈໍາຢູ່ Ireland; ພ້ອມທັງເນັ້ນໜັກວ່າ ການເປີດນໍາໃຊ້ສະຖານທູດ ພາຍຫຼັງການຢ້ຽມຢາມທາງລັດຖະກິດຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໃນປີ 2024 ເປັນພະຍານຫຼັກຖານທີ່ພິສູດໃຫ້ເຫັນຢ່າງຈະແຈ້ງໃຫ້ແກ່ການພົວພັນທີ່ນັບມື້ນັບສະໜິດຕິດພັນ, ກໍຄືຄໍາໝັ້ນສັນຍາລວມຂອງຫວຽດນາມ ແລະ Ireland ໃນການຊຸກຍູ້ການຮ່ວມມືສອງຝ່າຍ.
    |
 |
|
ທ່ານນາງ ເລທິທູຮັ່ງ ແລະທ່ານ Neale Richmond ເປັນປະທານຮ່ວມກອງປະຊຸມປຶກສາຫາລືການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ Ireland. ພາບ: ກະຊວງການຕ່າງປະເທດ. |
ໃນວັນດຽວກັນ, ທ່ານນາງ ເລທິທູຮັ່ງ ແລະທ່ານ Neale Richmond ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດລະຫວ່າງສອງປະເທດ ເພື່ອທົວທວນຄືນສະພາບການຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ, ໃນການຜັນຂະຫຍາຍປະຕິບັດບັນດາ ຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງສອງປະເທດ; ພ້ອມທັງແລກປ່ຽນມາດຕະການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານ ລະຫວ່າງ ຫວຽດນາມ ແລະ Ireland.
ໂດຍ: ໄຊຊະນະ