ຫວຽດນາມ-ຈີເລ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ
ກປ.ອອນໄລ - ວັນທີ 25 ມີນາ, ທີ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO), ສະມາຄົມມິດຕະພາບ ແລະການຮ່ວມມື ຫວຽດນາມ-ຈີເລ ສົມທົບກັບສະຖານທູດຈີເລ ປະຈໍາ ຫວຽດນາມ ຈັດຕັ້ງການພົບປະມິດຕະພາບສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ຈີເລ (25-3-1971 / 25-3-2026).
ກ່າວຄໍາເຫັນທີ່ເຫດການ, ທ່ານ ຟານແອງເຊີນ ປະທານ VUFO ເນັ້ນໜັກວ່າ ປີ 1971, ຈີເລ ກາຍເປັນປະເທດອາເມລິກາໃຕ້ ທໍາອິດສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ. ໃນໄລຍະ 55 ປີຜ່ານມາ, ການພົວພັນສອງປະເທດໄດ້ມີບາດກ້າວພັດທະນາສໍາຄັນທັງລວງເລິກ ແລະລວງກວ້າງ. ເລື່ອງສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານປີ 2007 ໄດ້ສ້າງຂອບການຮ່ວມມືທີ່ໝັ້ນຄົງ, ຍາວນານ. ສັນຍາການຄ້າເສລີ ປີ 2011-ສັນຍາສະບັບທໍາອິດຂອງຫວຽດນາມ ກັບປະເທດອາເມລິກາລາຕິນ ໄດ້ເປີດກາລະໂອກາດໃໝ່ໃຫ້ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ. ປະຈຸບັນ, ການຄ້າສອງຝ່າຍຫວຽດນາມ-ຈີເລ ບັນລຸເກືອບ 2 ຕື້ໂດລາສະຫະລັດໃນແຕ່ລະປີ.
    |
 |
|
ທ່ານ ຟານແອງເຊີນ ປະທານ VUFO ກ່າວຄໍາເຫັນທີ່ເຫດການ. ພາບ: qdnd.vn |
ເນັ້ນໜັກການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພົວພັນສອງຝ່າຍ, ປະທານ VUFO ສະແດງຄວາມເຊື່ອໝັ້ນວ່າ ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ຈີເລ ຈະສືບຕໍ່ພັດທະນາຢ່າງແຂງແຮງ, ແທດຈິງ ແລະມີປະສິດທິຜົນກວ່າ.
    |
 |
|
ບັນຍາກາດທີ່ການພົບປະ. ພາບ: qdnd.vn |
ໃນຂະນະນັ້ນ, ທ່ານນາງ Nasly Bernal Prado ເອກອັກຄະລັດຖະທູດ ຈີເລ ປະຈໍາ ຫວຽດນາມ ຢືນຢັນວ່າ ການພົບປະມິດຕະພາບຫວຽດນາມ-ຈີເລ ເປັນຂີດໝາຍປະຫວັດສາດແຫ່ງນໍ້າໃຈສາມັກຄີ, ມິດຕະພາບ, ການເຄົາລົບ ແລະຮ່ວມມືໄດ້ເລີ່ມຕົ້ນແຕ່ການພົບປະປະຫວັດສາດປີ 1969 ລະຫວ່າງ ປະທານໂຮ່ຈີມິນ ແລະປະທານສະພາສູງ (ຫຼັງຈາກນັ້ນ ແມ່ນປະທານາທິບໍດີ ຈີເລ) Salvador Allende. ທ່ານນາງ Nasly Bernal Prado ສະແດງຄວາມເຊື່ອໝ້ັນ ແລະຢືນຢັນວ່າ ຈີເລ ແລະຫວຽດນາມ ຈະສືບຕໍ່ຮັດແໜ້ນກວ່າອີກການພົວພັນ ທີ່ບໍ່ພຽງແຕ່ນໍາມາເຊິ່ງຜົນປະໂຫຍດໃຫ້ທັງສອງປະເທດ ເທົ່ານັ້ນ ຫາກຍັງປະກອບສ່ວນເຮັດໃຫ້ພາກພື້ນອາເມລິກາລາຕິນ ແລະອາຊີຕາເວັນອອກສ່ຽງໃຕ້ ຫຍັບເຂົ້າໃກ້ກັນກວ່າອີກດ້ວຍ.
ໂດຍ: ໄຊນີດາ