ຫວຽດນາມ-ຟີລິບປິນ ຍົກລະດັບການຮ່ວມມື ໃນທຸກຂົງເຂດ
ກປ.ອອນໄລ - ຕອນບ່າຍວັນທີ 25 ມີນາ, ທ່ານ ເລຮວ່າຍຈູງ, ກໍາມະການກົມການເມືອງ, ລັດຖະມົນຕີການຕ່າງປະເທດ ໄດ້ໂອ້ລົມທາງໂທລະສັບກັບທ່ານນາງ Maria Theresa Lazaro ລັດຖະມົນຕີການຕ່າງປະເທດຟີລິບປິນ ເພື່ອແລກປ່ຽນກ່ຽວກັບການພົວພັນສອງຝ່າຍ ຫວຽດນາມ-ຟິລິບປີນ ແລະບາງບັນຫາພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ທີ່ການໂອ້ລົມທາງໂທລະສັບ, ສອງລັດຖະມົນຕີການຕ່າງປະເທດ ຕີລາຄາສູງການຮ່ວມມືລະຫວ່າງສອງປະເທດ ແລະສອງກະຊວງການຕ່າງປະເທດ ໃນໄລຍະທີ່ຜ່ານມາ, ເຫັນດີສືບຕໍ່ຍົກລະດັບການຮ່ວມມືໃນທຸກຂົງເຂດ, ແຕ່ການເມືອງ, ການພົວພັນຕ່າງປະເທດ ຈົນເຖິງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການພົບປະແລກປ່ຽນປະຊາຊົນ, ປະກອບສ່ວນຢ່າງແທ້ຈິງເຂົ້າໃນການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (12-7-1976 / 17-6-2026). ສອງຝ່າຍ ເນັ້ນໜັກເຖິງຄວາມສໍາຄັນຂອງການຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ໃນທຸກຊ່ອງທາງພັກ, ລັດ, ສະພາແຫ່ງຊາດ, ເສີມຂະຫຍາຍກົນໄກການຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນກົນໄກຄະນະກໍາມະການຮ່ວມກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ-ຟີລິບປິນ, ສູ້ຊົນໃຫ້ບັນລຸວົງເງິນການຄ້າສອງຝ່າຍກວ່າ 10 ຕື້ໂດລາສະຫະລັດໂດຍໄວ.
    |
 |
|
ທ່ານ ເລຮວ່າຍຈູງ, ກໍາມະການກົມການເມືອງ, ລັດຖະມົນຕີການຕ່າງປະເທດ ໂອ້ລົມທາງໂທລະສັບກັບທ່ານນາງ Maria Theresa Lazaro ລັດຖະມົນຕີການຕ່າງປະເທດຟີລິບປິນ. ພາບ: ໜັງສືພິມໂລກ ແລະຫວຽດນາມ |
ທ່ານ ເລຮວ່າຍຈູງ ຢືນຢັນວ່າ ຫວຽດນາມ ສະໜັບສະໜູນຟີລິບປິນ ຮັບດໍາລົງຕໍາແໜ່ງປະທານອາຊຽນ 2026 ສໍາເລັດຜົນ ກໍ່ຄືໃຫ້ບຸລິມະສິດຂອງປີເປັນປະທານອາຊຽນ ເພື່ອແນໃສ່ປະຕິບັດຫົວຂໍ້ “ພ້ອມກັນນຳພາອະນາຄົດຮ່ວມ”; ຕີລາຄາສູງບົດບາດເປັນປະທານ, ຊັກນໍາຂອງຟິລິບປີນ ຢູ່ບັນດາກອງປະຊຸມຂັ້ນລັດຖະມົນຕີສໍາຄັນ ທີ່ໄດ້ຈັດຕັ້ງແຕ່ຕົ້ນປີ 2026 ແລະຄວາມມານະພະຍາຍາມຂອງຟີລິບປິນ ໃນການຊັກນໍາ, ຊຸກຍູ້ທັດສະນະ, ຄວາມຮັບຜິດຊອບ ກໍ່ຄືທິດທາງປະພຶດລວມຂອງອາຊຽນ ຕໍ່ສະພາບທີ່ເຄັ່ງຕຶງປີນຂັ້ນໄດ໋ຢູ່ຕາເວັນອອກກາງ ດ້ວຍການອອກຖະແຫຼງການຂອງລັດຖະມົນຕີການຕ່າງປະເທດອາຊຽນ ແລະຈັດຕັ້ງກອງປະຊຸມທາງໄກລັດຖະມົນຕີການຕ່າງປະເທດອາຊຽນ ສະໄໝພິເສດທີ່ຜ່ານມາ.
ໂດຍ: ໄຊນີດາ