ທ່ານ ຫງວຽນຈີ້ຢຸ້ງ ໄດ້ແຈ້ງໃຫ້ຊາບກ່ຽວກັບການກໍານົດທິດພັດທະນາເສດຖະກິດ, ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາຂອງຫວຽດນາມ, ພ້ອມທັງເນັ້ນໜັກເຖິງແຜນນະໂຍບາຍຂອງລັດຖະບານຫວຽດນາມ ແມ່ນສົ່ງເສີມວິສາຫະກິດ ເຢຍລະມັນ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດ, ຄື: ການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ວິທະຍາສາດ-ເຕັກໂນໂລຊີສູງ (ອັດຕະໂນມັດ, ຜະລິດ/ໂຮງງານອັດສະລິຍະ, ປັນຍາປະດິດ...).

ສ່ວນທ່ານ Bodo Ramelow ຢັ້ງຢືນວ່າ ເຢຍລະມັນ ຍາມໃດກໍເຊີດຊູບົດບາດ, ຖານະທີ່ຕັ້ງຂອງຫວຽດນາມ ຢູ່ພາກພື້ນ ແລະໃນໂລກ. ທ່ານ ສະແດງຄວາມປະທັບໃຈຕໍ່ການພັດທະນາກະໂດດຂັ້ນຂອງຫວຽດນາມ ໃນໄລຍະຜ່ານມາ; ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ  ແລະຕັ້ງຄວາມຫວັງຕໍ່ທິດທາງຍຸດທະສາດພັດທະນາທີ່ສໍາຄັນໃນໄລຍະໃໝ່ ເຊິ່ງກອງປະຊຸມໃຫຍ່ ໄດ້ວາງອອກ.

leftcenterrightdel
ທ່ານ ຫງວຽນຈີ້ຢຸ້ງ ຮອງນາຍົກລັດຖະມົນຕີ ຢ້ຽມຢາມກຸ່ມບໍລິສັດເຕັກໂນໂລຊີ laser ອຸດສາຫະກໍາ Trumpf ທີ່ນະຄອນ Stuttgart. ພາບ: ສໍານັກຂ່າວສານຫວຽດນາມ.

ກໍໃນໂອກາດນີ້, ໄປຢ້ຽມຢາມສູນເລີ່ມທຸລະກິດ (CfE) ຂຶ້ນກັບມະຫາວິທະຍາໄລເຕັກນິກ Berlin (TU Berlin), ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີ້ຢຸ້ງ ສະເໜີ CfE ແລະສູນນະວັດຕະກໍາແຫ່ງຊາດຫວຽດນາມ (NIC) ຍູ້ແຮງການຮ່ວມມື, ຈາກນັ້ນໜູນຊ່ວຍບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະອົງການຈັດຕັ້ງຂອງຫວຽດນາມ ໃນຂົງເຂດບໍາລຸງສ້າງ, ຄົ້ນຄວ້າວິທະຍາສາດ.

ໃນຂອບເຂດການເຄື່ອນໄຫວ ແລະເຮັດວຽກຢູ່ເຢຍລະມັນ, ທ່ານ ຫງວຽນຈີ້ຢຸ້ງ ໄດ້ເຮັດວຽກກັບບັນດາກຸ່ມບໍລິສັດໃຫຍ່ຂອງເຢຍລະມັນ, ຄື: ກຸ່ມບໍລິສັດຊອບແວວິສາຫະກິດແຖວໜ້າໂລກ SAP, ບໍລິສັດສະໜອງອຸປະກອນ, ມາດຕະການ ແລະບໍລິການການແພດ Siemens Healthineers ທີ່ Berlin; ຢ້ຽມຢາມ ແລະເຮັດວຽກກັບກຸ່ມບໍລິສັດອຸດສາຫະກໍາ Bosch ແລະກຸ່ມບໍລິສັດເຕັກໂນໂລຊີ laser ອຸດສາຫະກໍາ Trumpf ທີ່ນະຄອນ Stuttgart - ໃຈກາງຂອງຂະແໜງອຸດສາຫະກໍາ ເຢຍລະມັນ.

ທ່ານຮອງນາຍົກລັດຖະມົນຕີ ສະເໜີບັນດາບໍລິສັດແຖວໜ້າຂອງເຢຍລະມັນ ສືບຕໍ່ລົງທຶນ, ເປີດກວ້າງການຜະລິດ, ດໍາເນີນທຸລະກິດຢູ່ຫວຽດນາມ ແລະພິເສດແມ່ນຄົ້ນຄວ້າ ຕັ້ງສູນຄົ້ນຄວ້າ ແລະພັດທະນາ (R&D) ແລະສູນນະວັດຕະກໍາ ຢູ່ ຫວຽດນາມ.

ໂດຍ: ໄຊຊະນະ