leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ເດີນທາງມາຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການດ້ວຍຜົນສໍາເລັດຢ່າງຈົບງາມ. ພາບ: qdnd.vn

ໃນການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ເປັນເວລາ 3 ວັນ, ທ່ານ ຟ້າມມິງຈີ້ງ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມີແຜນການເຮັດວຽກດ້ວຍການເຄື່ອນໄຫວເກືອບ 30 ເຫດການ. ຜ່ານບັນດາການພົບປະສົນທະນາກັບການນຳລັດເຊຍ, ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າ ຕ້ອງເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງສອງປະເທດ ແລະສອງຊາດ ເລິກເຊິ່ງກວ່າ.

ສິ່ງທີ່ໜ້າສົນໃຈ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ແລະທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Mishustin ໄດ້ພ້ອມກັນເປັນສັກຂີພິຍານພິທີລົງນາມສັນຍາລະຫວ່າງລັດຖະບານແຫ່ງ ສສ.ຫວຽດນາມ ແລະລັດຖະບານ ສະຫະພັນລັດເຊຍ ກ່ຽວກັບການຮ່ວມມືກໍ່ສ້າງໂຮງງານໄຟຟ້ານິວເຄຼຍໃນດິນແດນຂອງຫວຽດນາມ. ນີ້ແມ່ນຂີດໝາຍປະຫວັດສາດ, ສ້າງຂີດໝາຍເລີ່ມເຄື່ອນໄຫວໂຄງການນິວເຄຼຍຂອງຫວຽດນາມ ຄືນໃໝ່.

ໂດຍ: ກວຽດເຕິມ