ເມື່ອແລກປ່ຽນກັບສື່ມວນຊົນຕໍ່ໜ້າການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການໃນລະຫວ່າງວັນທີ 22-25 ມີນາ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ  ເນັ້ນໜັກວ່າ ການຢ້ຽມຢາມແມ່ນບາດກ້າວເພື່ອແນໃສ່ຜັນຂະຫຍາຍແນວທາງການພົວພັນຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາ, ຫັນການພົວພັນຂອງຫວຽດນາມ ເປັນຫຼາຍຮູບຫຼາຍແບບ ເຊິ່ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໄດ້ຮັບຮອງເອົາຢ່າງມີປະສິດທິຜົນ, ສະແດງໃຫ້ເຫັນບົດບາດນໍາໜ້າ, ປະຕິບັດໜ້າທີ່ຈຸດສຸມ, ເປັນປະຈໍາຂອງວຽກງານການພົວພັນຕ່າງປະເທດ ໃນການຍາດແຍ່ງເອົາແຫຼ່ງກໍາລັງຢ່າງສຸດຂີດ, ສ້າງກາລະໂອກາດ ແລະເງື່ອນໄຂທີ່ສະດວກຢູ່ພາຍນອກເພື່ອຮັບໃຊ້ການພັດທະນາປະເທດຊາດໃນສັງກາດໃໝ່.

leftcenterrightdel
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ນີ້ກໍ່ແມ່ນໂອກາດເພື່ອໃຫ້ສອງຝ່າຍຢັ້ງຢືນຄືນໃໝ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ໝັ້ນແກ່ນຜ່ານການເວລາ, ການຮ່ວມມືຢ່າງຈິງໃຈ, ໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ, ພ້ອມທັງດ້ວຍວິໄສທັດໃຫ້ໄລຍະຕໍ່ໄປ, ເພີ່ມທະວີ ແລະປັບປຸງການພົວພັນທັງດ້ານລວງກວ້າງ ແລະລວງເລິກ, ມຸ່ງໄປເຖິງການຍົກລະດັບການຮ່ວມມືລະຫວ່າງສອງປະເທດ.

ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຈະມີການພົບປະກັບການນຳຂັ້ນສູງຂອງລັດເຊຍ, ຢ້ຽມຢາມຫົວໜ່ວຍເສດຖະກິດ, ວິທະຍາສາດ, ການສຶກສາ, ກວດກາຄືນການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືທີ່ບັນລຸໄດ້, ແກ້ໄຂຄວາມຫຍຸ້ງຍາກ ແລະຂໍ້ຕິດຂັດທີ່ຍັງຄົງຂ້າງ, ສ້າງພະລັງແຮງຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດ.

leftcenterrightdel
ທ່ານ Gennady Bezdetko ເອກອັກຄະລັດຖະທູດ ສະຫະພັນລັດເຊຍ ປະຈຳຫວຽດນາມ. ພາບ: ສະຖານທູດ ສະຫະພັນລັດເຊຍ ປະຈຳຫວຽດນາມ

ຕາມທ່ານ Gennady Bezdetko ເອກອັກຄະລັດຖະທູດ ສະຫະພັນລັດເຊຍ ປະຈຳຫວຽດນາມ ແລ້ວ, ຝ່າຍລັດເຊຍ ຫວັງວ່າ ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃນຄັ້ງນີ້ຈະປະກອບສ່ວນປັບປຸງການຮ່ວມມື ລັດເຊຍ - ຫວຽດນາມ ໃນຂົງເຂດບຸລິມະສິດ. ຝ່າຍລັດເຊຍ ໄດ້ກະກຽມໃຫ້ການລົງນາມໃນເອກະສານຮ່ວມມືໃນຂົງເຂດຕ່າງໆ, ໃນນັ້ນ ມີຂົງເຂດພະລັງງານ. ທ່ານ Gennady Bezdetko ຫວັງວ່າ ບັນດາຂໍ້ຕົກລົງຈະມາເຖິງຈະສ້າງກໍາລັງໜູນໃຫ້ການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດ, ກ່ອນອື່ນໝົດແມ່ນໃນຂົງເຂດເສດຖະກິດ.

ໂດຍ: ທູຈາງ