ທີ່ການເຈລະຈາ, ຜູ້ຕາງໜ້າສະມາຄົມ, ວິສາຫະກິດຍີ່ປຸ່ນ ແລະກະຊວງ, ຂະແໜງ, ທ້ອງຖິ່ນຕ່າງໆຂອງຫວຽດນາມ ໄດ້ສຸມໃສ່ແລກປ່ຽນກ່ຽວກັບຄວາມມານະພະຍາຍາມປະຕິຮູບຂອງລັດຖະບານຫວຽດນາມ - ກໍາລັງໜູນທີ່ສຳຄັນໃຫ້ການພັດທະນາເສດຖະກິດ ແລະບາງຂໍ້ສະເໜີຈາກວິສາຫະກິດຍີ່ປຸ່ນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາວິສາຫະກິດຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄໍາເຫັນສະຫຼຸບ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ການເຈລະຈາສະແດງໃຫ້ເຫັນເຖິງການຖືເປັນສໍາຄັນພິເສດຂອງລັດຖະບານຫວຽດນາມ ຕໍ່ການພົວພັນຮ່ວມມືລະຫວ່າງ ຫວຽດນາມ-ຍີ່ປຸ່ນ ກໍ່ຄືສຳລັບຜົນສໍາເລັດຂອງບັນດາວິສາຫະກິດຍີ່ປຸ່ນ ທີ່ດຳເນີນທຸລະກິດຢູ່ຫວຽດນາມ, ປະກອບສ່ວນເຂົ້າໃນການພັດທະນາຢ່າງຈະເລີນຮຸ່ງເຮືອງຂອງສອງປະເທດ.

ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ຄວາມຄິດເຫັນ, ມອບໃຫ້ກະຊວງການເງິນ ແລະຫຼາຍກະຊວງ, ຂະແໜງ, ທ້ອງຖິ່ນຄົ້ນຄວ້າ, ພ້ອມກັບບັນດາຄູ່ຮ່ວມມືຍີ່ປຸ່ນ ຢ່າງຮີບດ່ວນ ເພື່ອແກ້ໄຂຂໍ້ແນະນຳ, ຂໍ້ສະເໜີດ້ວຍຈິດໃຈແຫ່ງການກະທຳທີ່ເດັດຂາດ.

ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ວິສາຫະກິດຍີ່ປຸ່ນ ສືບຕໍ່ໄວ້ເນື້ອເຊື່ອໃຈ ແລະສະໜິດຕິດພັນກັບຫວຽດນາມ ໃນຂະບວນການພັດທະນາ; ປະກອບສ່ວນຢ່າງບໍ່ຢຸດຢັ້ງເຂົ້າໃນການພັດທະນາທີ່ຈະເລີນຮຸ່ງເຮືອງຂອງສອງປະເທດພ້ອມທັງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ຄວາມຈະເລີນຮຸ່ງເຮືອງໃນພາກພື້ນອາຊີ ແລະໃນໂລກ ລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ.

ໂດຍ: ຈາງຫງວຽນ