ຕາງໜ້າໃຫ້ຄະນະພັກຕຳຫຼວດສູນກາງ ແລະການນຳກະຊວງຕຳຫຼວດຫວຽດນາມ, ທ່ານພົນເອກ ເລືອງຕາມກວາງ ໄດ້ສະແດງຄວາມຊົມເຊີຍທ່ານພົນໂທ ວັນທອງ ກອງມະນີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ມາຢ້ຽມຢາມ ແລະເຮັດວຽກກັບກະຊວງຕຳຫຼວດຫວຽດນາມ.

leftcenterrightdel
ທ່ານພົນເອກ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ແລະທ່ານພົນໂທ ວັນທອງ ກອງມະນີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ກວດແຖວກຽດຕິຍົດຕໍາຫຼວດປະຊາຊົນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານລັດຖະມົນຕີ ເລືອງເຕີນກວາງ ເນັ້ນໜັກວ່າ ຕໍ່ໜ້າການຜັນແປທີ່ສັບສົນ, ຄາດເດົາໄດ້ຍາກຂອງສະພາບການໂລກ ແລະພາກພື້ນ, ຫວຽດນາມ ແລະລາວ ຍິ່ງສືບຕໍ່ປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນທີ່ສະໜິດຕິດພັນ; ໃນນັ້ນການຮ່ວມມືລະຫວ່າງສອງກະຊວງສວມບົດບາດເປັນເສົາຄໍ້າ, ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງການພົວພັນສອງຝ່າຍໃຫ້ແໜ້ນແຟ້ນຂຶ້ນຕື່ມ.

ທີ່ການພົບປະ, ສອງຝ່າຍໄດ້ພ້ອມກັນຕີລາຄາໝາກຜົນອັນພົ້ນເດັ່ນທີ່ບັນລຸໄດ້ ໃນການພົວພັນຮ່ວມມືລະຫວ່າງສອງກະຊວງໃນໄລຍະຜ່ານມາ.

leftcenterrightdel
ທ່ານພົນເອກ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ພົບປະສອງຝ່າຍກັບທ່ານພົນໂທ ວັນທອງ ກອງມະນີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານພົນເອກ ເລືອງຕາມກວາງ ແລະ ທ່ານພົນໂທ ວັນທອງ ກອງມະນີ ເຫັນດີເປັນເອກະພາບວ່າ ສອງກະຊວງຄວນສືບຕໍ່ເປັນແບບຢ່າງ, ນໍາໜ້າໃນການປະຕິບັດຄວາມຮັບຮູ້ລວມ, ການກໍານົດທິດຍຸດທະສາດລະຫວ່າງທ່ານເລຂາທິການໃຫຍ່ ໂຕເລິມ ກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ; ປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ ຫວຽດນາມ - ລາວ ຕາມທິດແທດຈິງ, ມີປະສິດທິຜົນ, ສຸມໃສ່ການເຊື່ອມຕໍ່ພື້ນຖານໂຄງລ່າງ, ແກ້ໄຂບັນດາຮົ້ວກີດຂວາງດ້ານລະບຽບການບໍລິຫານ, ຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພຢ່າງເຂັດຂາດໃຫ້ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ປະຕິບັດສຳເລັດບັນດາໂຄງການຈຸດສຸມໃຫ້ຖືກກັບການກຳນົດເວລາ.

ໂດຍ: ທູຈາງ