ທ່ານ ຟ້າມແທັງບິ່ງ ເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ຜ່ານກອງປະຊຸມຂ້ັນລັດຖະມົນຕີເຈລະຈາ 3+3 (ກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ກະຊວງຕໍາຫຼວດ), ສອງຝ່າຍຈະເສີມຂະຫຍາຍບົດບາດເສົາຄໍ້າ, ຈຸດສຸມ, ເປັນປະຈໍໍາຂອງຂະແໜງການທູດ, ການປ້ອງກັນຊາດ ແລະຕໍາຫຼວດ ໃນການຮັກສາ ແລະຊຸກຍູ້ການພົວພັນສອງຝ່າຍພັດທະນາສະຖຽນລະພາບ, ຮັກສາສະພາບແວດລ້ອມສັນຕິພາບເພື່ອປະຕິບັດເປົ້າໝາຍພັດທະນາຕ່າງໆຢ່າງມີໄຊ. ສໍາລັບສອງປະເທດມີເສັ້ນຊາຍແດນຮ່ວມຄື ຫວຽດນາມ ແລະຈີນ, ກົນໄກຮ່ວມມືລະຫວ່າງຂະແໜງການທີ່ມີຄວາມໝາຍສໍາຄັນໃນການຄຸ້ມຄອງຊາຍແດນ, ຕ້ານ ແລະສະກັດກັ້ນອາດຊະຍາກໍາ, ຮັບມືກັບສິ່ງທ້າທາຍຕ່າງໆທີ່ບໍ່ເປັນການທະຫານ.

leftcenterrightdel
ທ່ານ ຟ້າມແທັງບິ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຈີນ. ພາບ: vov.vn

ທ່ານ ຟ້າມແທັງບິ່ງ ເຊື່ອໝັ້ນວ່າ ສອງຝ່າຍຈະຍູ້ແຮງການເຊື່ອມຕໍ່ໂຄງລ່າງລະຫວ່າງສອງປະເທດ, ໃຫ້ບຸລິມະສິດທາງລົດໄຟ, ທາງບົກດ່ວນ, ໂຄງລ່າງດ່ານຊາຍແດນ. ພ້ອມທັງ, ໝູນໃຊ້ສັນຍາການຄ້າເສລີໃຫ້ເປັນຢ່າງດີ ຄືເຂດການຄ້າເສລີອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) - ຈີນ ລຸ້ນ 3.0 (ACFTA 3.0) ແລະສັນຍາການຮ່ວມມືເສດຖະກິດຮອບດ້ານລະດັບພາກພືື້ນ (RCEP), ປັບປຸງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ, ເພີ່ມທະວີການເຊື່ອມຕໍ່ລະບອບລະບຽບການ, ມາດຕະຖານ ແລະລະບຽບການ, ສ້າງເງື່ອນໄຂສະດວກໃຫ້ການຄ້າສອງຝ່າຍພັດທະນາໃຫ້ດຸນດ່ຽງ ແລະຍືນຍົງ.

ໂດຍ: ໄຊນີດາ