ເຂົ້າຮ່ວມການເຮັດວຽກມີບັນດາສະຫາຍ ກໍາມະການກົມການເມືອງ: ພົນເອກ ຟານວັນຢາງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ພົນເອກ ຫງວຽນຈ້ອງເຫງັຍ ເລຂາທິການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງ; ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ; ບັນດາສະຫາຍກໍາມະການສູນກາງພັກ, ການນໍາບັນດາກະຊວງ, ຂະແໜງການ, ອົງການຂັ້ນສູນກາງ.
    |
 |
|
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ກັບການນໍາກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ. ພາບ: ສໍານັກຂ່າວສານຫວຽດນາມ. |
ທີ່ການເຮັດວຽກ, ຄະນະປະຕິບັດງານໄດ້ຮັບຟັງການນໍາກະຊວງປ້ອງກັນປະເທດ, ກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ, ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ ລາຍງານໝາກຜົນການນໍາພາ, ຊີ້ນໍາ, ຈັດຕັ້ງປະຕິບັດວຽກງານທຸກດ້ານກ່ຽວກັບການພັດທະນາອຸດສາຫະກໍາປ້ອງກັນຊາດ ໃນອາຍຸການ 2021-2025.
ຕາງໜ້າການນໍາພັກ, ລັດ, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງ, ຮັບຮູ້, ຍ້ອງຍໍຊົມເຊີຍບັນດາໝາກຜົນ, ຜົນງານອັນພົ້ນເດັ່ນຂອງກອງທັບ ໃນການພັດທະນາອຸດສາຫະກໍາປ້ອງກັນຊາດໃນອາຍຸການຜ່ານມາ, ປະກອບສ່ວນຍົກສູງຄວາມສາມາດເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍູ້ໄວການກໍ່ສ້າງກອງທັບ ປະຕິວັດ, ມີລະບຽບແບບແຜນ, ແຫຼມຄົມ, ທັນສະໄໝ.
    |
 |
|
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ເຮັດວຽກກັບກະຊວງປ້ອງກັນປະເທດ ແລະບັນດາກະຊວງ, ຂະແໜງການ ກ່ຽວກັບຜົນການເຄື່ອນໄຫວຄົ້ນຄວ້າ, ຜະລິດ, ພັດທະນາອຸດສາຫະກໍາປ້ອງກັນຊາດ. ພາບ: ສໍານັກຂ່າວສານຫວຽດນາມ. |
ໄຈ້ແຍກສະພາບການ, ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງປ້ອງກັນປະເທດ ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ກໍ່ສ້າງກອງທັບ ຢ່າງມີປະສິດທິຜົນ, ໃນນັ້ນມີການພັດທະນາອຸດສາຫະກໍາປ້ອງກັນຊາດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ແລະບັນດາມະຕິຂອງພັກ, ການຊີ້ນໍາຂອງຄະນະພັກການທະຫານສູນກາງ ແລະທ່ານເລຂາທິການໃຫຍ່ ໂຕເລິມ. ເນັ້ນໜັກເຖິງຈິດໃຈເສີມຂະຫຍາຍກໍາລັງແຮງພາຍໃນ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າການທາງຍຸດທະສາດ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສືບຕໍ່ກໍາແໜ້ນ ແລະຄາດຄະເນສະພາບການ, ເປັນເສນາທິການທາງຍຸດທະສາດ ໃຫ້ພັກ, ລັດ ກ່ຽວກັບການທະຫານ, ການປ້ອງກັນຊາດ, ອຸດສາຫະກໍາປ້ອງກັນຊາດ; ຮັບມື, ແກ້ໄຂສະພາບການຢ່າງມີໄຫວພິບ, ມີປະສິດທິຜົນ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ.
ບັນດາຝ່າຍທີ່ກ່ຽວຂ້ອງ ພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ, ຫັນເປັນດີຈີຕອນ, ສ້າງບາດກ້າວບຸກທະລຸ, ເປັນເຈົ້າຂອງທາງເຕັກໂນໂລຊີອອກແບບ, ປະດິດສ້າງ, ຜະລິດ, ສ້ອງແປງ, ດັດແປງອາວຸດ ເປັນທັນສະໄໝ; ຈັດຕັ້ງປະຕິບັດບັນດາໂຄງການ, ແຜນຮ່າງຈຸດສຸມກ່ຽວກັບອຸດສາຫະກໍາປ້ອງກັນຊາດ, ໂດຍສະເພາະແມ່ນຜະລິດຕະພັນເຕັກໂນໂລຊີສູງ; ຝຶກອົບຮົມ, ບໍາລຸງສ້າງ, ຍົກສູງຄຸນນະພາບຊັບພະຍາກອນມະນຸດ; ຜັນຂະຫຍາຍປະຕິບັດໃຫ້ມີປະສິດທິພາບກວ່າອີກການສົມທົບລະຫວ່າງການປ້ອງກັນຊາດ ກັບການພັດທະນາເສດຖະກິດ-ສັງຄົມ, ພັດທະນາຜະລິດຕະພັນທີ່ນໍາໃຊ້ໃນຂົງເຂດການທະຫານ ແລະພົນລະເມືອງ, ຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນ.
ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ດ້ວຍມູນເຊື້ອອັນສະຫງ່າລາສີ, ຈິດໃຈສາມັກຄີ, ປະຊາທິປະໄຕ, ປ່ຽນແປງໃໝ່, ມີຄວາມຮັບຜິດຊອບ, ການຕັດສິນໃຈສູງ, ກອງທັບປະຊາຊົນຫວຽດນາມ ແນ່ນອນວ່າ ຈະປະຕິບັດສໍາເລັດທຸກໜ້າທີ່, ສົມເປັນທະຫານລຸງໂຮ່ ແລະເສີມສ້າງມູນເຊື້ອ, ພາບພົດທະຫານ ລຸງໂຮ່ “ຈົ່ງຮັກພັກດີຕໍ່ພັກ, ກະຕັນຍູຮູ້ບຸນຄຸນຕໍ່ປະຊາຊົນ, ໜ້າທີ່ໃດກໍເຮັດສໍາເລັດ, ຄວາມຫຍຸ້ງຍາກໃດກໍຜ່ານຜ່າ, ສັດຕູໂຕໃດ ກໍຕີເອົາຊະນະ”.
ໂດຍ: ໄຊຊະນະ