leftcenterrightdel
ທ່ານນາງ ເລເທືອງ ປະທານສະມາຄົມຊາວຫວຽດນາມ ເຂດ Kansai, ຕອບຄຳສໍາພາດຂອງນັກຂ່າວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາງ ເລເທືອງ ຖືວ່າ ສະພາແຫ່ງຊາດຊຸດທີ XV ແລະສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ໄດ້ມີອາຍຸການເຄື່ອນໄຫວທີ່ຕັ້ງໜ້າ, ມີການປ່ຽນແປງໃໝ່ ແລະມີຄວາມຮັບຜິດຊອບໃນສະພາບການປະເທດ ແລະໂລກ ພວມປະເຊີນໜ້າກັບການຜັນແປທີ່ບໍ່ເຄີຍມີມາກ່ອນ, ພິເສດແມ່ນຜົນຮ້າຍຂອງໂລກລະບາດ, ຄວາມບໍ່ສະຫງົບດ້ານເສດຖະກິດ-ການເມືອງ ທົ່ວໂລກ ແລະຄວາມຮຽກຮ້ອງຕ້ອງການກ່ຽວກັບການປະຕິຮູບລະບອບລະບຽບການຢ່າງຮີບດ່ວນ. ສະພາແຫ່ງຊາດ ໄດ້ສະແດງບົດບາດຂອງຕົນຢ່າງຈະແຈ້ງແມ່ນອົງການນິຕິບັນຍັດສູງສຸດໃນປະເທດ, ຍົກສູງຄຸນນະພາບການສ້າງກົດໝາຍ, ຕິດຕາມກວດກາ ແລະຕັດສິນບັນຫາສໍາຄັນຕ່າງໆຂອງປະເທດຢ່າງບໍ່ຢຸດຢັ້ງ. ກົດໝາຍສໍາຄັນຫຼາຍສະບັບໄດ້ປັບປຸງ, ເພີ່ມເຕີມຢ່າງທັນການ, ສ້າງກອບນິຕິກໍາໃຫ້ແກ່ການຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມ, ການປະຕິຮູບການບໍລິຫານ, ການຫັນປ່ຽນດີຈີຕອນ ແລະເຊື່ອມໂຍງເຂົ້າກັບສາກົນ.

ສໍາລັບສະພາປະຊາຊົນທຸກຂັ້ນ, ທ່ານນາງ ເລເທືອງ ສະແດງຄວາມຊົມເຊີຍຕໍ່ຈິດໃຈຢູ່ໃກ້ກັບປະຊາຊົນ, ຕິດແທດກັບປະຊາຊົນ, ເພີ່ມທະວີການຕິດຕາມກວດກາທີ່ແທດຈິງ ແລະສ່ອງແສງໃຫ້ເຫັນຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕ້ັງຢ່າງທັນການ. ໝາກຜົນຕ່າງໆນັ້ນໄດ້ປະກອບສ່ວນປັບປຸງຄວາມເຊື່ອໝັ້້ນຂອງປະຊາຊົນ, ໃນນັ້ນມີປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ສໍາລັບອໍານາດການປົກຄອງທຸກຂັ້ນ.

ກໍ່ຕາມທ່ານນາງ ເລເທືອງ ແລ້ວ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນທຸກຂັ້ນ ທີ່ຈະມາເຖິງນີ້ໄດ້ຈັດຕັ້ງໄວກ່ອນເວລາກຳນົດຕາມແຜນນະໂຍບາຍຂອງພັກ ແລະນີ້ແມ່ນການຕັດສິນໃຈທັນການທີ່ສຸດ, ມີຄວາມໝາຍຍຸດທະສາດ. ສິ່ງເຫຼົ່ານີ້ຈະຊ່ວຍບູລະນະຖັນແຖວພະນັກງານ, ຮັບປະກັນການລຸລ່ວງໃນການເຄື່ອນໄຫວກົງຈັກອໍານາດການປົກຄອງ, ພິເສດແມ່ນໃນສະພາບການຮູບແບບອໍານາດການປົກຄອງທ້ອງຖິ່ນສອງຂັ້ນ ແລະກົງຈັກບໍລິຫານໄດ້ກະທັດຮັດຕາມທິດເຄື່ອນໄຫວມີປະສິດທິພາບ, ປະສິດທິຜົນກວ່າ. ສໍາຄັນກວ່າແມ່ນພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ດ້ວຍບັນດາເປົ້າໝາຍພັດທະນາສູງ ແລະວິໄສທັດໄລຍະຍາວໃຫ້ແກ່ “ສັງກາດບືນຕົວຂຶ້ນຂອງຊາດ”, ເລື່ອງເຮັດໃຫ້ກົງຈັກການຈັດຕັ້ງມີສະຖຽນລະພາບໂດຍໄວຈະສ້າງເງື່ອນໄຂເພື່ອໃຫ້ແຜນນະໂຍບາຍ, ມະຕິເຂົ້າສູ່ການດໍາລົງຊີວິດຕົວຈິງໂດຍໄວ, ບໍ່ຂາດວັກຂາດຕອນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາໄວ ແລະຍືນຍົງຂອງປະເທດໃນໄລຍະໃໝ່.

ທ່ານນາງ ເລເທືອງ ເນັ້ນໜັກວ່າ, ໃນອາຍຸການໃໝ່, ຄວາມຮຽກຮ້ອງຕ້ອງການສໍາລັບບັນດາສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນແມ່ນສູງຫຼາຍ. ສະມາຊິກແຕ່ລະຄົນຕ້ອງສະແດງໃຫ້ເຫັນຄຸນທາດ, ສະຕິປັນຍາ, ຄວາມສັດຊື່ບໍລິສຸດ ແລະວິໄສທັດຍຸດທະສາດ, ຖືຜົນປະໂຫຍດຂອງປະເທດ-ຂອງຊາດມາກ່ອນ. ພ້ອມດຽວກັນນັ້ນ, ສະມາຊິກຈະຕ້ອງປ່ຽນແປງໃໝ່ຈິດຕະນາການຢ່າງບໍ່ຢຸດຢັ້ງ, ຍົກສູງຄວາມສາມາດດ້ານວິຊາສະເພາະ, ເຂົ້າໃຈພຶດຕິກໍາຕົວຈິງ, ຮັບຟັງ ແລະສ່ອງແສງຢ່າງຖືກຕ້ອງກ່ຽວກັບທັດສະນະຂອງຜູ້ມີສິດເລືອກຕັ້ງ. ໃນສະພາບການທີ່ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ, ຄວາມສາມາດໃນການສ້າງກົດໝາຍ, ຕິດຕາມກວດການະໂຍບາຍ ແລະສາມາດເຂົ້າເຖິງບັນດາບັນຫາທົ່ວໂລກທີ່ນັບມື້ນັບມີຄວາມສໍາຄັນ. ສໍາລັບປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ທ່ານນາງ ເລເທືອງ ປາດຖະໜາວ່າ ສະມາຊິກຊຸດໃໝ່ຈະສືບຕໍ່ເອົາໃຈໃສ່, ປັບປຸງນະໂຍບາຍຕໍ່ກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃຫ້ສົນບູນ, ສ້າງເງື່ອນໄຂເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ປະກອບສ່ວນພັດທະນາປະເທດໃຫ້ຫຼາຍກວ່າອີກ.

ກ່ຽວກັບການຮ່ວມມືລະຫວ່າງລັດຖະສະພາ ແລະການທູດນິຕິບັນຍັດ, ທ່ານນາງ ເລເທືອງ ຖືວ່າ ໃນສະພາບການພາກພື້ນ ແລະໂລກມີການຜັນແປຢ່າງວ່ອງໄວ, ການຮ່ວມມືລະຫວ່າງລັດຖະສະພາຕ້ອງໄດ້ຮັບການຊຸກຍູ້ຢ່າງແຂງແຮງກວ່າອີກ, ທັງດ້ານສອງຝ່າຍ ແລະຫຼາຍຝ່າຍ. ຕາມທ່ານນາງ ແລ້ວ, ສະພາແຫ່ງຊາດຫວຽດນາມ ຕ້ອງສືບຕໍ່ເສີມຂະຫຍາຍບົດບາດເປັນເຈົ້າການ, ຕັ້ງໜ້າໃນເວທີປາໄສລັດຖະສະພາພາກພື້ນ ແລະສາກົນ, ເພີ່ມທະວີການແລກປ່ຽນບົດຮຽນສ້າງກົດໝາຍ, ຕິດຕາມກວດກາ ແລະກໍ່ສ້າງນະໂຍບາຍພັດທະນາແບບຍືນຍົງ.

ຄຽງຂ້າງກັນນັ້ນ, ການທູດນິຕິບັດຍັດຕ້ອງໄດ້ຕິດພັນຢ່າງແໜ້ນແຟ້ນກັບການທູດພັກ, ການທູດລັດ ແລະການທູດປະຊາຊົນ, ຮັບໃຊ້ເປົ້າໝາຍພັດທະນາເສດຖະກິດ, ວິທະຍາສາດ-ເຕັກໂນໂລຢີ, ການສຶກສາ-ບໍລຸງສ້າງ ແລະການຫັນປ່ຽນສີຂຽວຢ່າງໂດຍກົງ. ໃນນັ້ນ, ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສາມາດເປັນຂົວເຊື່ອມຕໍ່ທີ່ສໍາຄັນ, ປະກອບສ່ວນແຜ່ຂະຫຍາຍຮູບພາບຫວຽດນາມ ຂະຫຍັນຂັນເຄື່ອນ, ມີຄວາມຮັບຜິດຊອບ ແລະເຊື່ອມໂຍງຢ່າງເລິກເຊິ່ງ ກວ້າງຂວາງກັບໂລກ. ທ່ານນາງ ສະແດງຄວາມເຊື່ອໝັ້ນວ່າ ການທູດນິຕິບັນຍັດນັບມື້ນັບໄດ້ຍົກລະດັບນັ້ນຈະປະກອບສ່ວນສ້າງກໍາລັງຜັກດັນໃໝ່ໃຫ້ແກ່ການພັດທະນາຂອງປະເທດຢ່າງຮອບດ້ານ ແລະຍືນຍົງ.

ໃນນາມທີ່ເປັນປະທານສະມາຄົມຊາວຫວຽດນາມ ເຂດ Kansai, ທ່ານນາງ ເລເທືອງ ໃຫ້ຮູ້ວ່າ ການກັບເມືອເຂົ້າຮ່ວມການປ່ອນບັດເລືອກຕັ້ງໂດຍກົງຢູ່ຫວຽດນາມ ແມ່ນວິທີປະຕິບັດສິດພົນລະເມືອງ, ພ້ອມທັງສະແດງຄວາມຮັບຜິດຊອບດ້ານການເມືອງ ແລະອາລົມຈິດອັນເລິກເຊິ່ງ ກັບບ້ານເກີດເມືອງນອນ, ປະເທດຊາດ. ການກັບມາປ່ອນບັດຢູ່ຫວຽດນາມ ຊ່ວຍໃຫ້ທ່ານນາງຮູ້ສຶກໄດ້ເຖິງຄຸນຄ່າຂອງບັດເລືອກຕ້ັງຢ່າງຄົບຖ້ວນ, ສະແດງຄວາມເຊື່ອໝັ້ນ ແລະການຮ່ວມເດີນທາງດ້ວຍນະໂຍບາຍຊີ້ຂາດທີ່ສໍາຄັນຂອງປະເທດ.

ຄຽງຂ້າງນັ້ນ, ການກະທຳນີ້ແມ່ນແນໃສ່ແຜ່ຂະຫຍາຍນ້ຳໃຈຮັບຜິດຊອບຂອງພົນລະເມືອງໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ເຖິງວ່າຈະດໍາລົງຊີວິດຢູ່ແຫ່ງຫົນໃດກໍ່ຕາມແຕ່ຊາວຫວຽດນາມ ແຕ່ລະຄົນຍັງມຸ່ງໜ້າໄປຫາປະເທດຊາດ ແລະເຂົ້າຮ່ວມການດໍາລົງຊີວິດດ້ານການເມືອງຂອງປະເທດ. ເລື່ອງເຂົ້າຮ່ວມການປ່ອນບັດເລືອກຕັ້ງໂດຍກົງກໍ່ຊ່ວຍໃຫ້ທ່ານນາງ ຍັບເຂົ້າໃກ້ກັບພຶດຕິກໍາຕົວຈິງຢູ່ພາຍໃນປະເທດ, ຮັບຟັງແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ, ຈາກນັ້ນ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບບ້ານເກີດເມືອງນອນ, ປະກອບສ່ວນປັບປຸງກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ເປັນປຶກແຜ່ນແໜ້ນໜາໃນໄລຍະພັດທະນາໃໝ່.

ໂດຍ: ໄຊນີດາ