ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ຕີລາຄາ, ກວດກາຄືນການກະກຽມໃຫ້ແກ່ການເລືອກຕັ້ງມາຮອດປະຈຸບັນ; ບັນດາບັນຫາທີ່ເກີດຂຶ້ນໃໝ່ຜ່ານພຶດຕິກໍາຕົວຈິງຕິດຕາມກວດກາຂອງສະພາການເລືອກຕັ້ງແຫ່ງຊາດ ໃນໄລຍະຜ່ານມາ; ເຫັນດີເປັນເອກະພາບບັນດາໜ້າທີ່ຈຸດສຸມແຕ່ນີ້ຮອດວັນເລືອກຕັ້ງໃນວັນທີ 15 ມີນາ ແລະຫຼັງວັນເລືອກຕັ້ງ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ເປັນປະທານກອງປະຊຸມກັບບັນດາອະນຸກຳມະການຂອງສະພາການເລືອກຕັ້ງແຫ່ງຊາດ. ພາບ: ວູຫຽນ

ສະຫຼຸບກອງປະຊຸມ, ທ່ານ ເຈິ່ນແທັງເໝິນ ໄດ້ຮັບຮູ້, ຕີລາຄາສູງຕໍ່ຄວາມຮັບຜິດຊອບ, ການເປັນເຈົ້າການ ແລະຄວາມມານະພະຍາຍາມອັນໃຫຍ່ຫຼວງຂອງບັນດາກໍາມາທິການຂອງສະພາແຫ່ງຊາດ, ອະນຸກໍາມະການຂອງສະພາການເລືອກຕັ້ງແຫ່ງຊາດ, ບັນດາກະຊວງ, ຂະແໜງ ແລະທ້ອງຖິ່ນໃນຕະຫຼອດໄລຍະຜ່ານມາ. ທ່ານປະທານສະພາແຫ່ງຊາດ ໄດ້ເນັ້ນໜັກວ່າ ຄວາມປາຖະໜາຢາກລວມຂອງການນຳພັກ, ລັດ ແລະສະພາການເລືອກຕັ້ງແຫ່ງຊາດ ແມ່ນອັດຕາສ່ວນຜູ້ມີສິດເລືອກຕັ້ງ ໄປປ່ອນບັດບັນລຸລະດັບສູງ, ເພາະວ່ານີ້ແມ່ນງານບຸນຂອງປະເທດຊາດ, ເປັນມື້ທີ່ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ການໄປປ່ອນບັດໂດຍກົງເພື່ອເລືອກເອົາຜູ້ແທນເຂົ້າເປັນສະມາຊິກຂອງສະພາແຫ່ງຊາດ ແລະສະພາປະຊາຊົນ.

ທ່ານປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ບັນດາອົງການ ສືບຕໍ່ສຸມໃສ່ກວດກາຄືນວຽກງານກະກຽມທັງໝົດໃຫ້ແກ່ວັນເລືອກຕັ້ງ. ບັນດາອະນຸກຳມະການຂອງສະພາການເລືອກຕັ້ງແຫ່ງຊາດ ແລະຫ້ອງການສະພາການເລືອກຕັ້ງແຫ່ງຊາດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາທ້ອງຖິ່ນ ເພື່ອກວດກາ, ທົບທວນຄືນບັນດາຂັ້ນຕອນຂອງວຽກກງານເລືອກຕັ້ງ.

ໂດຍ: ຈາງຫງວຽນ