ຜັນຂະຫຍາຍປະຕິບັດມະຕິ ເລກທີ 57-NQ/TW ຕ້ອງໄດ້ປະຕິບັດຢ່າງຂ້ຽວຂາດ, ມີແບບມີແຜນ, ໜັກແໜ້ນ ແລະມີປະສິດທິຜົນກວ່າ
ກປ.ອອນໄລ - ຕອນບ່າຍວັນທີ 12 ມີນາ, ທີ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ເປັນປະທານວາລະກອງປະຊຸມຄັ້ງທີໜຶ່ງ ປີ 2026 ຂອງຄະນະປະຈຳຄະນະຊີ້ນຳຂັ້ນສູນກາງ ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະຫັນເປັນດີຈີຕອນ.
ກ່າວຄໍາເຫັນສະຫຼຸບວາລະກອງປະຊຸມ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຮຽກຮ້ອງໃຫ້ຜັນຂະຫຍາຍປະຕິບັດມະຕິ ເລກທີ 57 ຂອງກົມການເມືອງ ວ່າດ້ວຍການບຸກທະລຸໃນການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະຫັນເປັນດີຈີຕອນຂອງປະເທດຊາດ ຕ້ອງໄດ້ປະຕິບັດຢ່າງຂ້ຽວຂາດ, ມີແບບມີແຜນ, ໜັກແໜ້ນ ແລະມີປະສິດທິຜົນກວ່າ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ ກ່າວຄໍາເຫັນຊີ້ນຳ. ພາບ: ສໍານັກຂ່າວສານຫວຽດນາມ |
ໂດຍຊີ້ແຈ້ງ 7 ໜ້າທີ່ທີ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະທົ່ວລະບົບການເມືອງ ຕ້ອງປະຕິບັດໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ຮຽກຮ້ອງໃຫ້ປະຕິບັດຢ່າງຄົບຊຸດ ແລະຮີບເຮັ່ງ: “ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງສຸມໃສ່ຊີ້ນຳສົ່ງເສີມການໝູນໃຊ້ວິທະຍາສາດເຕັກໂນໂລຢີ ແລະການຫັນເປັນດີຈີຕອນ ຢູ່ໃນແຕ່ຂະແໜງການ, ແຕ່ລະຂົງເຂດ, ແຕ່ລະວິສາຫະກິດ. ກວດກາຄືນ, ຕີລາຄາເຕັກໂນໂລຢີທີ່ພວມນໍາໃຊ້ໃນຂົງເຂດຜະລິດ ເພື່ອໃຫ້ມີມາດຕະການແນໃສ່ຍົກລະດັບ, ຫັນປ່ຽນເຕັກໂນໂລຢີ, ສ້າງສະມັດຕະພາບການແຮງງານສູງກວ່າ, ມີປະສິດທິຜົນກວ່າ, ປະກອບສ່ວນໂດຍກົງເຂົ້າໃນການປະຕິບັດການເຕີບໂຕເປັນສອງຕົວເລກ. ສະເໜີໃຫ້ຄະນະພັກສະພາແຫ່ງຊາດ, ຄະນະພັກລັດຖະບານ, ຄະນະພັກກະຊວງຍຸຕິທຳ ແລະບັນດາອົງການຮີບຮ້ອນກວດກາຄືນກົດໝາຍວ່າດ້ວຍວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະຫັນເປັນດີຈີຕອນຢ່າງຮອບດ້ານ ເພື່ອເພີ່ມເຕີມເຂົ້າໃນການກໍານົດທິດນິຕິບັນຍັດ ອາຍຸການສະພາແຫ່ງຊາດ ຊຸດທີ XVI ແລະຍຸດທະສາດການກໍ່ສ້າງ, ປັບປຸງກົດໝາຍໃຫ້ສົມບູນແບບໃນໄລຍະຈະມາເຖິງ”.
    |
 |
|
ບັນຍາກາດທີ່ວາລະກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ |
ໂອກາດນີ້, ທ່ານ ໂຕເລິມ ເລຂາທິການໃຫຍ່ ຍັງໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ປັບປຸງກົນໄກດ້ານການເງິນຢ່າງມີຄວາມໄຫວພິບ, ສຸມໃສ່ກໍ່ສ້າງພື້ນຖານໂຄງລ່າງຖານຂໍ້ມູນ, ຜັນຂະຫຍາຍປະຕິບັດມາດຕະການພັດທະນາເຕັກໂນໂລຢີຍຸດທະສາດຢ່າງແຂງແຮງ, ໃນນັ້ນຄວນຍົກສູງຄຸນນະພາບຊັບພະຍາກອນມະນຸດ, ສືບຕໍ່ຍູ້ແຮງການຮ່ວມມືສາກົນໃນຂົງເຂດວິທະຍາສາດເຕັກໂນໂລຢີ.
ໂດຍ: ທູຈາງ