ທ່ານ ໂລເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຂົ້າຮ່ວມ ແລະຊີ້ນຳກອງປະຊຸມ. ພ້ອມກັນເຂົ້າຮ່ວມມີທ່ານ ເລືອງເກື່ອງ, ປະທານປະເທດ; ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ; ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ແລະທ່ານ ເຈິ່ນເກີມຕູ, ຜູ້ປະຈໍາການຄະນະເລຂາທິການ.
ກອງປະຊຸມໄດ້ຈັດຂຶ້ນແບບເຊິ່ງໜ້າຢູ່ຫ້ອງປະຊຸມຢຽນຮົ່ງ, ຫໍສະພາແຫ່ງຊາດ, ເຊື່ອມຕໍ່ທາງໄກກັບ 27.248 ສະຖານທີ່ ຢູ່ສູນກາງ, ບັນດາແຂວງ, ນະຄອນ, ຕາແສງ…
ກ່ຽວກັບມະຕິເລກທີ 79, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ໃນຊຸມປີມໍ່ໆມານີ້, ເສດຖະກິດພາກລັດ ພ້ອມກັບເສດຖະກິດພາກເອກະຊົນ ໄດ້ສ້າງເປັນ 2 ເສົາຄ້ຳສຳຄັນຂອງພື້ນຖານເສດຖະກິດຕະຫຼາດ ກຳນົດທິດສັງຄົມນິຍົມ. ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ: “ເສດຖະກິດພາກລັດ ຕ້ອງແມ່ນບ່ອນອີງນຳພາເສດຖະກິດພາກເອກະຊົນ. ເສດຖະກິດພາກລັດແຂງແຮງເພື່ອກາຍເປັນ “ຖານ”, “ເປີດທາງ” ແລະ “ຕໍ່ກຳລັງແຮງ” ເພື່ອໃຫ້ວິສາຫະກິດພາກເອກະຊົນເຂົ້າຮ່ວມລະບົບມູນຄ່າຢ່າງເລິກເຊິ່ງກວ່າ ແລະ ພັດທະນາອຸດສາຫະກຳໜູນຊ່ວຍ, ຍົກອັດຕາສ່ວນການຫັນເປັນການຜະລິດພາຍໃນປະເທດ, ຈາກນັ້ນກໍ່ສ້າງເປັນບັນດາກຸ່ມເຊື່ອມຕໍ່ກັບຂະແໜງນຳໜ້າ ເພື່ອໃຫ້ມີກຳລັງແກ່ງແຍ້ງໃນພາກພື້ນ ແລະທົ່ວໂລກ”.
    |
 |
|
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn |
ສຳລັບມະຕິເລກທີ 80, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ວັດທະນະທຳບໍ່ພຽງແຕ່ຮ່ວມເດີນທາງກັບການພັດທະນາເທົ່ານັ້ນ, ຫາກຍັງຕ້ອງຢືນຢູ່ “ທີ່ຕັ້ງພາທາງ”, ແມ່ນພື້ນຖານກຳນົດຮູບແບບຄຸນນະພາບຂອງມະນຸດ ແລະ ຄຸນນະພາບແຫ່ງຊາດ.
ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ມະຕິ 2 ສະບັບນີ້ບໍ່ພຽງແຕ່ແມ່ນ 2 ໝວດໜ້າທີ່ໄປພ້ອມກັນເທົ່ານັ້ນ, ຫາກຍັງເປັນໂຄງສ້າງພັດທະນາໜຶ່ງດຽວ, ເພີ່ມເຕີມ ແລະໜູນຊ່ວຍເຊິ່ງກັນ ແລະກັນ.
ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ: “ສິ່ງສຳຄັນທີ່ສຸດແມ່ນການຈັດຕັ້ງປະຕິບັດ. ຊາບຊຶມມະຕິເພື່ອມີການກະທຳ, ການກະທຳແມ່ນເພື່ອສ້າງການຫັນປ່ຽນ, ຫັນປ່ຽນເພື່ອໃຫ້ປະຊາຊົມມີຄວາມຮູ້ສຶກໄດ້ໃນຊີວິດປະຈຳວັນ, ໃນຕົວຈິງ. ສະນັ້ນ, ຂ້າພະເຈົ້າສະເໜີວ່າ ພາຍຫຼັງກອງປະຊຸມນີ້, ຄະນະພັກທຸກຂັ້ນ, ອົງຄະນະພັກ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງຮີບເຮັ່ງສ້າງໂຄງການກະທຳ, ແຜນການຜັນຂະຫຍາຍໃຫ້ລະອຽດ”.
ທ່ານເລຂາທິການໃຫຍ່ ໂຕເລິມ ເຊື່ອໝັ້ນວ່າ ມະຕິ 2 ສະບັບດັ່ງກ່າວຈະໄດ້ນຳເຂົ້າໃນຊີວິດຢ່າງວ່ອງໄວ, ສ້າງການຫັນປ່ຽນຢ່າງເຫັນໄດ້ຊັດ, ປະກອບສ່ວນສ້າງສາປະເທດ ຫວຽດນາມ ໃຫ້ພັດທະນາຢ່າງວ່ອງໄວ, ໝັ້ນຄົງຍືນຍົງ, ເອກະລາດ, ເປັນເຈົ້າຕົນເອງ ແລະ ເຂັ້ມແຂງດ້ວຍຕົນເອງໃນໄລຍະໃໝ່.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ