ທູດພິເສດຂອງທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບປະທານພັກປະເທດ ລັດເຊຍ ເອກະພາບ ແລະປະທານພັກກອມມູນິດສະຫະພັນລັດເຊຍ
ກປ.ອອນໄລ - ວັນທີ 24 ກຸມພາ, ທີ່ມົດສະກູ, ທ່ານ ເລຮວ່າຍຈຸງ ທູດພິເສດຂອງທ່ານເລຂາທິການໃຫຍ່ ໂຕເລິມ, ກໍາມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມີການພົບປະກັບທ່ານ Dmitry Medvedev ປະທານພັກປະເທດລັດເຊຍ ເອກະພາບ ແລະທ່ານ Gennady Zyuganov ປະທານພັກກອມມູນິດສະຫະພັນລັດເຊຍ ເພື່ອແຈ້ງໃຫ້ຊາບກ່ຽວກັບໝາກຜົນກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ.
ສະຫາຍ ເລຮວ່າຍຈຸງ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາເນື້ອໃນຫຼັກຂອງກອງປະຊຸມໃຫຍ່, ພ້ອມທັງໃຫ້ຮູ້ວ່າ ກອງປະຊຸມໃຫຍ່ ຄັ້ງທີ XIV ປະສົບຜົນສໍາເລັດຢ່າງຈົບງາມ, ເຮັດສໍາເລັດພາລະກໍາປະຫວັດສາດອັນໃຫຍ່ຫຼວງ, ສະຫຼຸບຢ່າງເລິກເຊິ່ງພຶດຕິກໍາຕົວຈິງການປະຕິວັດຫວຽດນາມ ພາຍຫຼັງ 40 ປີ ແຫ່ງການປ່ຽນແປງໃໝ່ຮອບດ້ານ, ປະຫວັດສາດ, ເບື້ອງຕົ້ນສ້າງທິດສະດີກ່ຽວກັບການປ່ຽນແປງໃໝ່ ເພື່ອກໍານົດທິດທາງພັດທະນາຂອງຫວຽດນາມ ໃນສັງກາດໃໝ່.
    |
 |
|
ທ່ານ ເລຮວ່າຍຈຸງ ພົບປະກັບທ່ານ Dmitry Medvedev ປະທານພັກປະເທດລັດເຊຍເອກະພາບ. ພາບ: mofa.gov.vn |
ສະຫາຍ ເລຮວ່າຍຈຸງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ, ການພົວພັນກັບພັກປະເທດລັດເຊຍເອກະພາບ ແລະພັກກອມມູນິດສະຫະພັນລັດເຊຍ ຢ່າງສະເໝີຕົ້ນສະເໝີປາຍ; ຍົກອອກຂໍ້ສະເໜີຈໍານວນໜຶ່ງກ່ຽວກັບການຊຸກຍູ້ການຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ກັບສອງພັກ ໃນໄລຍະຈະມາເຖິງ.
ສ່ວນ ສອງສະຫາຍ Dmitry Medvedev ແລະ Gennady Zyuganov ຕີລາຄາສູງບັນດາຜົນງານ ທີ່ ຫວຽດນາມ ບັນລຸໄດ້ໃນວິວັດການປ່ຽນແປງໃໝ່ ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ. ສະຫາຍ Medvedev ເນັ້ນໜັກວ່າ ຫວຽດນາມ ບໍ່ສາມາດຜ່ານຜ່າຄວາມຫຍຸ້ງຍາກໄດ້ຫາກບໍ່ມີການນໍາພາ, ຊີ້ນໍາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ. ສະຫາຍ Zyuganov ຢັ້ງຢືນວ່າ ຫວຽດນາມ ເປັນແບບຢ່າງໃຫ້ແກ່ບັນດາປະເທດພວມພັດທະນາໃນສະພາບການປັດຈຸບັນ, ທິດສະດີກ່ຽວກັບການປ່ຽນແປງໃໝ່ຈະປະກອບສ່ວນສໍາຄັນໃຫ້ແກ່ຂະບວນການກອມມູນິດ ແລະກໍາມະກອນສາກົນ. ສອງສະຫາຍປະທານພັກ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ປະເທດຫວຽດນາມ ຈະສືບຕໍ່ບັນລຸໄດ້ບັນດາເປົ້າໝາຍພັດທະນາໃນສັງກາດໃໝ່.
    |
 |
|
ທ່ານ ເລຮວ່າຍຈຸງ ແລະທ່ານ Gennady Zyuganov ປະທານພັກກອມມູນິດສະຫະພັນລັດເຊຍ. ພາບ: mofa.gov.vn |
ສະຫາຍ Medvedev ຢັ້ງຢືນວ່າ ຫວຽດນາມ ເປັນຄູ່ຮ່ວມສໍາຄັນ ແລະໄວ້ເນື້ອເຊື່ອໃຈຂອງລັດເຊຍ ຢູ່ພາກພື້ນອາຊີ-ປາຊີຟິກ; ສະເໜີທິດທາງຮ່ວມມືໃຫຍ່ຕ້ອງຊຸກຍູ້, ຢັ້ງຢືນພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມ ໃນຫຼາຍຂົງເຂດ, ໃນນັ້ນມີໄຟຟ້ານິວເຄຼຍ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວິທະຍາສາດ-ເຕັກໂນໂລຊີ, ວັດທະນະທໍາ, ການສຶກສາ...
ສ່ວນສະຫາຍ Gennady Zyuganov ເຫັນດີສົມທົບກັນຊຸກຍູ້ການພົວພັນໃນຊ່ອງທາງພັກ, ພິເສດແມ່ນວຽກງານແລກປ່ຽນທິດສະດີ, ສະໜັບສະໜູນການຮ່ວມມືໃນຊ່ອງທາງລັດຖະສະພາ, ລະຫວ່າງບັນດາທ້ອງຖິ່ນ ທີ່ບັນດາບ່ອນທີ່ມີພັກກອມມູນິດສະຫະພັນລັດເຊຍ ມີຕົວແທນໃນອໍານາດການປົກຄອງ ແລະທີ່ບັນດາອົງການຈັດຕັ້ງທາງສັງຄົມຂອງສອງພັກ.
ໂດຍ: ໄຊຊະນະ