ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພັດທະນາການພົວພັນສອງປະເທດ ກໍ່ຄືບົດບາດທົ່ວໂລກຂອງອັງກິດ
ກປ.ອອນໄລ - ວັນທີ 24 ກຸມພາ, ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບທ່ານ Charles Henry Gordon-Lennox, ດຸກແຫ່ງ Richmond ແລະ Gordon (ອັງກິດ) ພ້ອມດ້ວຍພັນລະຍາ ທີ່ພວມຢ້ຽມຢາມຫວຽດນາມ ຕາມຄຳເຊີນຂອງກະຊວງການຕ່າງປະເທດຫວຽດນາມ.
ທີ່ການພົບປະ, ທ່ານນາງ ເລທິທູຮັ່ງ ຂອບໃຈທ່ານ Charles Henry Gordon-Lennox ແລະພັນລະຍາ ທີ່ໄດ້ສົມທົບກັນ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງການຢ້ຽມຢາມລາຊະອານາຈັກອັງກິດ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນເດືອນຕຸລາ 2025; ຕີລາຄາສູງຕໍ່ບົດບາດຂອງທ່ານ Charles Henry Gordon-Lennox ໃນການອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າມໍລະດົກຢູ່ທີ່ Goodwood Estate - ສັນຍະລັກຂອງວັດທະນະທຳ ແລະປະຫວັດສາດຂອງອັງກິດ, ພ້ອມທັງຮັບຮູ້ການເຂົ້າຮ່ວມຢ່າງຕັ້ງໜ້າຂອງທ່ານ Charles Henry Gordon-Lennox ໃນບັນດາການເຄື່ອນໄຫວກຸສົນ ແລະວົງຄະນະຍາດຊຸມຊົນ.
    |
 |
|
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບທ່ານ Charles Henry Gordon-Lennox, ດຸກ ແຫ່ງ Richmond ແລະ Gordon (ອັງກິດ) ແລະພັນລະຍາ. ພາບ: ແທງລອງ |
ທ່ານນາງ ເລທິທູຮັ່ງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພັດທະນາການພົວພັນສອງປະເທດ ກໍ່ຄືບົດບາດທົ່ວໂລກຂອງລາຊະອານາຈັກ ອັງກິດ; ຕີລາຄາສູງຕໍ່ການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດ ຄື: ການຄ້າ - ການລົງທຶນ, ການເງິນ, ການສຶກສາ - ກໍ່ສ້າງ, ນະວັດຕະກຳ, ພະລັງງານ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ...; ເນັ້ນໜັກວ່າ ການພົວພັນສອງຝ່າຍມີບາດກ້າວພັດທະນາຢ່າງແຂງແຮງ ດ້ວຍເລື່ອງສອງປະເທດສ້າງຕັ້ງຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເນື່ອງໃນການຢ້ຽມຢາມອັງກິດຂອງທ່ານເລຂາທິການໃຫຍ່ ໂຕເລິມ (ເດືອນຕຸລາ 2025); ອັງກິດເປັນຕະຫຼາດສົ່ງອອກໃຫຍ່ອັນດັບສາມຂອງຫວຽດນາມ ຢູ່ເອີຣົບ ແລະຫວຽດນາມ ເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບສອງຂອງອັງກິດ ໃນອາຊຽນ.
ສອງຝ່າຍໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການເຊື່ອມຕໍ່ປະຊາຄົມວິສາຫະກິດຂອງສອງປະເທດ; ສົມທົບກັນເພີ່ມທະວີການພົບປະແລກປ່ຽນດ້ານວັດທະນະທຳ, ການສຶກສາ, ກິລາ ແລະການກຸສົນ, ຖືນີ້ແມ່ນພື້ນຖານທີ່ສຳຄັນເພື່ອເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງສອງປະເທດ.
ໂດຍ: ຈາງຫງວຽນ