ຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນ, ແບ່ງປັນ ແລະຮ່ວມມືຢ່າງແໜ້ນແຟ້ນກັບ ອີຢູ
ກປ.ອອນໄລ - ວັນທີ 22 ກຸມພາ, ເມື່ອຕອບຄຳຖາມຂອງນັກຂ່າວ ໂດຍສະເໜີໃຫ້ຮູ້ປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງວັນທີ 17 ກຸມພາ, ອີງໃສ່ຜົນການກວດກາຄືນຊັ້ນທຽບເທົ່າກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານດ້ານພາສີອາກອນຂອງອົງການຮ່ວມມື ແລະພັດທະນາເສດຖະກິດ (OECD) ສຳລັບຫວຽດນາມ ໃນໄລຍະ 2021-2023, ສະຫະພາບເອີລົບ (ອີຢູ) ໄດ້ນໍາຫວຽດນາມ ເຂົ້າບັນຊີລາຍຊື່ບັນດາພາກພື້ນທີ່ບໍ່ຮ່ວມມືດ້ານພາສີອາກອນ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ:
ໂດຍແມ່ນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຫວຽດນາມ ຍາມໃດກໍ່ຖືການຮ່ວມມື ແລະແລກປ່ຽນກັບ OECD, ພິເສດແມ່ນການຮັບປະກັນຄວາມໂປ່ງໃສ ແລະປະສິດທິຜົນຂອງລະບົບພາສີອາກອນ, ຜ່ານນັ້ນສ້າງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດທີ່ເປັນປົກກະຕິ, ໂປ່ງໃສ ແລະສະດວກສະບາຍໃຫ້ແກ່ປະຊາຄົມວິສາຫະກິດ, ໃນນັ້ນມີວິສາຫະກິດ ແລະນັກລົງທຶນຕ່າງປະເທດ.
ໃນວິວັດກວດກາຄືນຊັ້ນທຽບເທົ່າກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານດ້ານພາສີອາກອນຂອງ OECD, ຫວຽດນາມ ໄດ້ຮັບເອົາ, ປັບປຸງ, ແລະໃນໄລຍະມໍ່ໆມານີ້ໄດ້ເພີ່ມເຕີມເອກະສານນິຕິກຳຫຼາຍສະບັບໃນຂົງເຂດພາສີ, ການເງິນ, ການຄຸ້ມຄອງວິສາຫະກິດ, ຜ່ານນັ້ນຊ່ວຍຍົກສູງລະດັບປະຕິບັດຕາມມາດຕະຖານສາກົນກ່ຽວກັບຄວາມໂປ່ງໃສ ແລະການແລກປ່ຽນຂໍ້ມູນດ້ານພາສີ. ປະຈຸບັນ, ລັດຖະບານຫວຽດນາມ ພວມສ້າງ ແລະຜັນຂະຫຍາຍແຜນການກະທໍາແຫ່ງຊາດປະຕິບັດບັນດາຂໍ້ສະເໜີແນະຂອງເວທີປາໄສທົ່ວໂລກກ່ຽວກັບຄວາມໂປ່ງໃສ ແລະ ແລກປ່ຽນຂໍ້ມູນຂ່າວສານດ້ານພາສີອາກອນຂອງ OECD, ພ້ອມທັງເພີ່ມທະວີການຮ່ວມມືສາກົນໃນຂົງເຂດພາສີອາກອນກັບບັນດາຄູ່ຮ່ວມມື, ໃນນັ້ນມີ ອີຢູ.
    |
 |
|
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ຈ່າຫງວຽນ |
ບົນຈິດໃຈສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອີຢູ, ຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນ, ແບ່ງປັນ ແລະຮ່ວມມືຢ່າງແໜ້ນແຟ້ນ, ມີຄວາມຮັບຜິດຊອບກັບສະພາເອີລົບ ແລະບັນດາປະເທດສະມາຊິກອີຢູ ກ່ຽວກັບໝາກຜົນທີ່ຫວຽດນາມ ບັນລຸໄດ້ໃນການປັບປຸງລະບົບກົດໝາຍ, ກົນໄກ, ນະໂຍບາຍຕາມທິດຄົບຊຸດ, ໂປ່ງໃສ, ຍຸຕິທຳ, ເໝາະສົມກັບມາດຕະຖານ ແລະທໍານຽມສາກົນ, ຈາກນັ້ນຊ່ວຍມີການຕີລາຄາຢ່າງພາວະວິໄສ, ຮອບດ້ານກວ່າອີກ, ກໍຄືຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ກັບບັນດາຄູ່ຮ່ວມມືເອີລົບ ເພື່ອການພັດທະນາ ແລະວັດທະນາຖາວອນລວມ.
ໂດຍ: ທູຈາງ