ເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບກ່ຽວກັບເຂດກາຊາ ມີປະມຸກລັດ ແລະການນຳຂອງກວ່າ 50 ປະເທດ, ແມ່ນປະເທດສະມາຊິກ ກໍ່ຕັ້ງ ແລະຜູ້ສັງເກດການຂອງສະພາສັນຕິພາບ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ແລະບັນດາຫົວໜ້າຄະນະເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບກ່ຽວກັບເຂດກາຊາ. ພາບ: REUTERS/Kevin Lamarque

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຕີລາຄາສູງເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມ, ຢືນຢັນ ສະຫງວນຄວາມເຄົາລົບຢ່າງເລິກເຊິ່ງຕໍ່ຫວຽດນາມ, ປະເທດທີ່ເປັນໜ້າເຄົາລົບນັບຖື, ດ້ວຍບົດບາດ ແລະຜົນສະທ້ອນນັບມື້ນັບໃຫຍ່. ສິ່ງນີ້ສະແດງໃຫ້ເຫັນອິດທິພົນຊື່ສຽງສາກົນຂອງຫວຽດນາມ ພວມໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ກໍາລັງຄວາມສາມາດສ້າງສັນຕິພາບຂອງຫວຽດນາມ ໂດຍບັນດາປະເທດມະຫາອຳນາດ ແລະເພື່ອນມິດສາກົນຍອມຮັບ ແລະເຄົາລົບ.

ໃນໄລຍະເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບກ່ຽວກັບເຂດກາຊາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີການພົບປະ ແລະແລກປ່ຽນກັບທ່ານປະທານາທິບໍດີອິນໂດເນເຊຍ, ທ່ານປະທານາທິບໍດີ ອຸຊເບກິສຖານ, ທ່ານປະທານາທິບໍດີ ກາຊັກສະຖານ, ທ່ານນາຍົກລັດຖະມົນຕີ ກໍາປູເຈຍ, ທ່ານນາຍົກລັດຖະມົນຕີ ອາກເມນີ, ທ່ານນາຍົກລັດຖະມົນຕີ  ຮຸງກາຣີ, ທ່ານນາຍົກລັດຖະມົນຕີ ປາກິດສະຖານ...

ໂດຍ: ເຈິ່ນຮວ່ຽນ