ຢ້ຽມຢາມ, ອວຍພອນບຸນເຕັດບັນດາກໍາລັງທີ່ພວມເຮັດວຽກຢູ່ສະຖານທີ່ກໍ່ສ້າງ, ທ່ານນາຍົກລັດຖະມົນຕີ ສະແດງຄວາມປິຕິຊົມຊື່ນ, ຮັບຮູ້, ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຂອງນະຄອນຮ່າໂນ້ຍ, ບັນດາຄະນະ, ກະຊວງ, ຂະແໜງການທີ່ພວມເຮັດວຽກ 24 ຊົ່ວໂມງ ໃນສະຖານທີ່ກໍ່ສ້າງ, ພິເສດແມ່ນພະນັກງານ, ວິສະວະກອນ, ກໍາມະກອນ ທີ່ໄດ້ເສຍສະຫຼະເວລາສ່ວນຕົວຂອງຊຸມວັນພັກບຸນເຕັດ, ເຮັດວຽກຢູ່ສະຖານທີ່ກໍ່ສ້າງ ເພື່ອເລັ່ງຄວາມຄືບໜ້າປະຕິບັດໂຄງການ, ນໍາບັນດາເສັ້ນທາງລົດໄຟຕົວເມືອງເຂົ້າໃຊ້ງານໂດຍໄວ, ຂຸດຄົ້ນຢ່າງຄົບຊຸດ, ມີປະສິດທິພາບ, ເພື່ອໃຫ້ທັນກັບຄວາມຕ້ອງການພັດທະນາຂອງນະຄອນຫຼວງ.
    |
 |
|
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ມອບໜ້າທີ່ໃຫ້ບັນດາຫົວໜ່ວຍກໍ່ສ້າງເສັ້ນທາງລົດໄຟຕົວເມືອງ ທີ 3, ຕອນ ໂຍນ-ສະຖານີລົດໄຟ ຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ພາຍຫຼັງລົງກວດກາພູມີປະເທດຕົວຈິງຜັນຂະຫຍາຍໂຄງການ, ໃຫ້ກໍາລັງໃຈບັນດາກໍາລັງທີ່ພວມເຮັດວຽກຢູ່ສະຖານທີ່ກໍ່ສ້າງ, ທ່ານນາຍົກລັດຖະມົນຕີ ໄດ້ເຮັດວຽກກັບບັນດາກະຊວງ, ຂະແໜງການ, ອົງການຂັ້ນສູນກາງ, ນະຄອນຮ່າໂນ້ຍ, ເຈົ້າຂອງໂຄງການ, ຜູ້ຮັບເໝົາກໍ່ສ້າງອອກແບບ, ກໍ່ສ້າງເພື່ອແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ໂຄງການ.
ສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຊົມເຊີຍ, ຕີລາຄາສູງບັນດາໝາກຜົນທີ່ໜ້າລະດົມສົ່ງເສີມໃນການຜັນຂະຫຍາຍໂຄງການ; ຖືວ່າມາຮອດເວລານີ້, ໂຄງການເສັ້ນທາງລົດໄຟຕົວເມືອງທົດລອງນະຄອນ ຮ່າໂນ້ຍ, ຕອນ ໂຍນ-ສະຖານີລົດໄຟ ຮ່າໂນ້ຍ ໄດ້ ແລະພວມຜັນຂະຫຍາຍຢ່າງຂ້ຽວຂາດ, ຮັບປະກັນຄຸນນະພາບ.
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ປັບປຸງ, ປະກາດໃຊ້ຂັ້ນຕອນ, ມາດຕະຖານ, ລະບົບມາດຕະຖານເຕັກນິກທາງລົດໄຟຕົວເມືອງ. ຮີບຮ້ອນໃຫ້ສໍາເລັດການວາງແຜນພັດທະນາຂະແໜງທາງລົດໄຟ, ລວມມີທາງລົດໄຟຕົວເມືອງດ້ວຍວິໄສທັດ ກວ່າ 100 ປີ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຕ້ອງພັດທະນາຂະແໜງທາງລົດໄຟ ດ້ວຍເຕັກໂນໂລຊີເອກະພາບ, ໃຊ້ລວມ, ທັນສະໄໝ, ເພີ່ມປະສິດທິພາບການລົງທຶນ, ຕິດພັນກັບການຖ່າຍທອດເຕັກໂນໂລຊີ.
ຄຽງຂ້າງນັ້ນ, ຕ້ອງພັດທະນາຂະແໜງອຸດສາຫະກໍາສໍາຮອງ, ລະບົບນິເວດຂະແໜງອຸດສາຫະກໍາທາງລົດໄຟໄວທີ່ສຸດ, ຕອບສະໜອງຄວາມຮຽກຮ້ອງ ຕ້ອງການຕົວຈິງ; ຊຸກຍູ້ການບໍາລຸງສ້າງຊັບພະຍາກອນມະນຸດທາງລົດໄຟ. ພ້ອມກັນນັ້ນ, ຈັດຕັ້ງການຄຸ້ມຄອງຕ້ອງທັນສະໄໝ, ອັດສະລິຍະຕາມທິດຫັນເປັນດີຈີຕອນ, ຫັນເປັນສີຂຽວ, ຫັນເປັນຫວຽດນາມ, ທາບທາມບົດຮຽນຂອງບັນດາປະເທດທີ່ສອດຄ່ອງກັບເງື່ອນໄຂຂອງຫວຽດນາມ.
ໂດຍ: ໄຊຊະນະ