ໃນບັນຍາກາດທີ່ເປີດອົກເປີດໃຈ ແລະຈິງໃຈ, ສອງຝ່າຍໄດ້ແລກປ່ຽນຫຼາຍເນື້ອໃນກ່ຽວກັບການຮ່ວມມືລະຫວ່າງສອງປະເທດ ກໍ່ຄືບັນຫາໂລກ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອາເມລິກາ ພັດທະນາຢ່າງໝັ້ນຄົງ, ແທດຈິງ ແລະມີປະສິດທິຜົນ. ການນຳສອງທ່ານມີຄວາມປິຕິຊົມຊື່ນຕໍ່ໝາກຜົນຢ່າງຕັ້ງໜ້າໃນການຮ່ວມມືດ້ານການເມືອງ-ການທູດ, ເສດຖະກິດ-ການຄ້າ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ວິທະຍາສາດ-ເຕັກໂນໂລຢີ, ການສຶກສາ-ບໍາລຸງສ້າງ ແລະພົບປະແລກປ່ຽນປະຊາຊົນ... ພ້ອມທັງສະເໜີສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະການພົບປະຂັ້ນສູງ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານປະທານາທິບໍດີ ອາເມລິກາ Donald Trump. ພາບ: ສໍານັກຂ່າວສານຫວຽດນາມ

ແລກປ່ຽນດ້ານເສດຖະກິດ-ການຄ້າ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ນີ້ແມ່ນເສົາຄໍ້າສຳຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອາເມລິກາ; ຫວັງວ່າສອງຝ່າຍຈະສືບຕໍ່ມີການເຈລະຈາຢ່າງກົງໄປກົງມາ, ແທດຈິງກ່ຽວກັບບັນຫາທີ່ຍັງຄົງຄ້າງ ບົນຈິດໃຈດຸ່ນດ່ຽງ,  ກົມກຽວຜົນປະໂຫຍດ, ສອດຄ່ອງກັບເງື່ອນໄຂ ແລະຜົນປະໂຫຍດອັນຊອບທຳຂອງແຕ່ລະຝ່າຍ, ເພື່ອຜົນປະໂຫຍດຂອງວິສາຫະກິດ ແລະປະຊາຊົນສອງປະເທດ.

ສ່ວນທ່ານປະທານາທິບໍດີອາເມລິກາ Donald Trump ຊົມເຊີຍ ແລະຂອບໃຈຫວຽດນາມ ທີ່ໄດ້ປະກາດການເຂົ້າຮ່ວມສະພາສັນຕິພາບກ່ຽວກັບເຂດກາຊາ; ຕີລາຄາສູງເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມວາລະໄຂສະພາສັນຕິພາບກ່ຽວກັບເຂດກາຊາ, ຖືວ່າ ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນບົດບາດ, ທີ່ຕັ້ງນັບມື້ນັບສູງຂອງຫວຽດນາມ ໃນເວທີສາກົນ, ກໍ່ຄືຄຳໝັ້ນສັນຍາຢ່າງແຂງແຮງຂອງຫວຽດນາມ ສໍາລັບສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືໃນທົ່ວໂລກ. ພ້ອມທັງຢືນຢັນວ່າ ສືບຕໍ່ຖືຫວຽດນາມ ເປັນຄູ່ຮ່ວມມືສຳຄັນຢູ່ພາກພື້ນ; ຕີລາຄາສູງບົດບາດ ແລະທັດສະນະນັບມື້ນັບເພີ່ມຂຶ້ນຂອງຫວຽດນາມ ຢູ່ເວທີປາໄສພາກພື້ນ ແລະຫຼາຍຝ່າຍ.

ໂດຍ: ເຈິ່ນຮວ່ຽນ