ບໍ່ພຽງແຕ່ເປັນຂີດໝາຍການຫັນປ່ຽນຈາກການຄ້າແຕ່ຢ່າງດຽວໄປເປັນຄູ່ຮ່ວມມືຍຸດທະສາດຫຼາຍຂັ້ນ, ຂີດໝາຍປະຫວັດສາດນີ້ ຍັງຍົກສູງທີ່ຕັ້ງຂອງຫວຽດນາມ, ຈາກຝ່າຍທີ່ໄດ້ຮັບການໜູນຊ່ວຍກາຍເປັນຄູູ່ຮ່ວມມືຍຸດທະສາດ, ພ້ອມກັບ ອີຢູ ສ້າງການຮ່ວມມືຢູ່ “ສະໜາມ” ທີ່ກວ້າງກວ່າ.
    |
 |
|
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ Antonio Costa ປະທານສະພາເອີລົບ ເຂົ້າຮ່ວມການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ |
ໃຫ້ຄໍາໝັ້ນສັນຍາລວມ ເພື່ອສັນຕິພາບ, ວັດຖະນາຖາວອນ
ຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນຫວຽດນາມ-ອີຢູ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໄດ້ຍົກອອກໃນຂອບເຂດການຢ້ຽມຢາມຫວຽດນາມ ຂອງທ່ານ Antonio Costa ປະທານສະພາເອີລົບ ທີ່ຜ່ານມາ, ຕາມຄໍາເຊີນຂອງທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ.
ຖະແຫຼງການຮ່ວມໄດ້ຊີ້ແຈ້ງວ່າ: ການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອີຢູ ອີງໃສ່ພື້ນຖານຜົນງານທີ່ພົ້ນເດັ່ນຕ່າງໆຂອງການພົວພັນສອງຝ່າຍໃນຕະຫຼອດ 35 ປີຜ່ານມາ, ດ້ວຍກຳລັງຄວາມສາມາດບົ່ມຊ້ອນຮ່ວມມືທີ່ກວ້າງຂວາງ ແລະໄວ້ເນື້ອເຊື່ອໃຈຕໍ່ອະນາຄົດທີ່ດີງາມຂອງການພົວພັນສອງຝ່າຍ, ເພື່ອຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງຝ່າຍ. ສອງຝ່າຍໄດ້ຢືນຢັນຄວາມສໍາຄັນຂອງການພົວພັນຄູ່ຮ່ວມມືໂດຍອີງໃສ່ຜົນປະໂຫຍດລວມ ແລະແບ່ງປັນບັນດາຄຸນຄ່າກ່ຽວກັບສັນຕິພາບ, ຄວາມໝັ້ນຄົງ ແລະວັດທະນາຖາວອນໃນການຈັດລະບຽບສາກົນບົນພື້ນຖານກົດໝາຍສາກົນ.
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ເນັ້ນໜັ້ກວ່າ: ຫວຽດນາມ ຖືອີຢູ ແມ່ນໜຶ່ງໃນບັນດາຄູ່່ຮ່ວມມືສໍາຄັນແຖວໜ້າໃນນະໂຍບາຍການພົວພັນຕ່າງປະເທດ, ປາດຖະໜາຢາກພັດທະນາຢ່າງເລິກເຊິ່ງ ກວ້າງຂວາງ, ຮອບດ້ານກັບອີຢູ, ກໍ່ຄືປັບປຸງການພົວພັນມິດຕະພາບ, ການຮ່ວມມືກັບບັນດາປະເທດສະມາຊິກອີຢູ ຢ່າງບໍ່ຢຸດຢັ້ງ. ທ່ານ Antonio Costa ປະທານສະພາເອີລົບ ກໍ່ຢືນຢັນວ່າ, ອີຢູ ຖືຫວຽດນາມ ແມ່ນຄູ່ຮ່ວມມືສໍາຄັນຢູ່ພາກພື້ນອາຊຽນ ແລະໃນຍຸດທະສາດມະຫາສະໝຸດອິນເດຍ-ປາຊີຟິກ, ແມ່ນຄູ່ຮ່ວມມືແບ່ງປັນທັດສະນະຄ້າຍຄືກັນກັບອີຢູ ກ່ຽວກັບການເຄົາລົບກົດໝາຍສາກົນ, ສະໜັບສະໜູນການຄ້າເສລີ, ສິດເສລີໃນການເດີນເຮືອ.
ໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສອງຝ່າຍສືບຕໍ່ເຮັດໃຫ້ການພົວພັນຮ່ວມມືເລິກເຊິ່ງຂຶ້ນຕື່ມເພື່ອນຳມາເຊິ່ງຜົນປະໂຫຍດທີ່ແທດຈິງ, ປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະວັດທະນາຖາວອນ. ຕາມນັ້ນແລ້ວ, ສອງຝ່າຍໄດ້ສົມທົບກັນຜັນຂະຫຍາຍເນື້ອໃນຈິດໃຈຂອງຖະແຫຼງການຮ່ວມ, ດ້ວຍຫົກການກໍານົດທິດຈຸດສຸມ, ລວມມີ: ການຮ່ວມມືດ້ານການເມືອງ; ການພົວພັນດ້ານເສດຖະກິດ, ການຄ້າ ແລະການລົງທຶນ; ການຮ່ວມມືເພື່ອສັນຕິພາບ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີ, ການພົບປະແລກປ່ຽນປະຊາຊົນ; ການຮ່ວມມືພັດທະນາກວມລວມ ແລະຍືນຍົງ; ການຮ່ວມມືດ້ານກະສິກໍາ, ເສດຖະກິດທະເລ, ອະນຸລັກມະຫາສະໝຸດ, ຂຸດຄ້ົນແບບຍືນຍົງ.
ໃນຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອີຢູ ໄດ້ຢືນຢັນທີ່ຕັ້ງຂອງຫວຽດນາມວ່າ ແມ່ນ “ຕ່ອງໂສ້ຍຸດທະສາດ” ໜຶ່ງທີ່ບໍ່ສາມາດປ່ຽນແປງໄດ້ໃນໂຄງປະກອບຄວາມໝັ້ນຄົງ ແລະເສດຖະກິດໃໝ່ຂອງພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ. ນີ້ແມ່ນບາດກ້າວເດີນທີ່ມີລັກສະນະສັນຍາລັກສູງກ່ຽວກັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະມີປະສິດທິຜົນກ່ຽວກັບຜົນປະໂຫຍດດ້ານເສດຖະກິດ, ຊ່ວຍຫວຽດນາມ ປັບປຸງ “ແຜນທີ່ການພົວພັນຕ່າງປະເທດສູງສຸດ” ໃຫ້ສໍາເລັດ, ດ້ວຍຕາໜ່າງການພົວພັນຂັ້ນສູງສຸດກັບບັນດາປະເທດມະຫາອໍານາດທັງໝົດ ແລະບັນດາອົງການຈັດຕັ້ງພາກພື້ນສໍາຄັນທີ່ສຸດໃນໂລກ, ລວມມີ 5 ກຳມະການປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ (P5), ກຸ່ມ 7 ປະເທດອຸດສາຫະກໍາພັດທະນາ (G7), ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20).
ໂອກາດບຸກທະລຸ, ໄປພ້ອມກັບສິ່ງທ້າທາຍ
ໃນຂອບເຂດໃໝ່ຂອງການພົວພັນຫວຽດນາມ-ອີຢູ ບໍ່ພຽງແຕ່ເປີດກວ້າງຂະໜາດເທົ່ານັ້ນ ຫາກຍັງເຮັດໃຫ້ຄຸນນະພາບການຮ່ວມມືໃນຂົງເຂດຍຸດທະສາດຕ່າງໆເລິກເຊິ່ງຂຶ້ນຕື່ມ. ສໍາລັບຫວຽດນາມ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອີຢູ ສ້າງໂອກາດບຸກທະລຸໃນການພັດທະນາ, ຊ່ວຍປັບປຸງທີ່ຕັ້ງຂອງຫວຽດນາມ ເປັນຂົວເຊື່ອມຕໍ່ສໍາຄັນລະຫວ່າງ ອີຢູ ກັບພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງກວ່າ ຊ່ວຍໃຫ້ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີຫຼາຍຝ່າຍ ແລະໃນບັນດາບັນຫາທົ່ວໂລກ.
ສໍາລັບຫວຽດນາມ, ເນື້ອໃນຈິດໃຈຄູ່ຮ່ວມມືຍຸດທະສາດຮອບດ້ານກັບອີຢູ ໝາຍຄວາມວ່າແມ່ນການຮັບຮອງເອົາກ່ຽວກັບ “ຄຸນຄ່າຄ້າຍຄືກັນ” ໃນການພັດທະນາແບບຍືນຍົງ, ເປັນການຢັ້ງຢືນວ່າ ຫວຽດນາມ ບໍ່ແມ່ນປະເທດກຳລັງພັດທະນາດ້ານການຜະລິດທີ່ມີຕົ້ນທຶນຕ່ຳຢ່າງດຽວອີກແລ້ວ ເຊິ່ງອີຢູ ໄດ້ຮັບຮູ້ວ່າ ແມ່ນຄູ່ຮ່ວມມືໃນການແກ້ໄຂບັນດາບັນຫາທົ່ວໂລກ, ຄື ການປ່ຽນແປງຂອງດິນຟ້າອາກາດ, ພະລັງງານສະອາດ, ຄວາມໝັ້ນຄົງໃນການເດີນເຮືອ...ປະທານ ສະພາເອີລົບ ຊີ້ແຈ້ງວ່າ, ເລື່ອງຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານທໍາອິດຂອງອີຢູ ໃນອາຊຽນ ສະແດງໃຫ້ເຫັນເຖິງຄວາມໃກ້ຊິດສະໜິດສະໜົມ, ຄຽງບ່າຄຽງໄຫຼ່ ກ່ຽວກັບວິໄສທັດອັນຍາວໄກໃນສະພາບການໂລກທີ່ບໍ່ສາມາດຄາດເດົາໄດ້.
ການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ ບໍ່ພຽງແຕ່ເປັນກິລິຍາທາງການທູດເທົ່ານັ້ນ, ແຕ່ຍັງເປັນການຄິດໄລ່ເຖິງຍຸດທະສາດທີ່ສຳຄັນໃນສະພາບການຂອງພູມສາດການເມືອງສາກົນທີ່ສັບສົນ. ສໍາລັບ ອີຢູ, ຫວຽດນາມ ບໍ່ພຽງແຕ່ເປັນ "ສະໜາມແຂ່ງຂັນດ້ານການຄ້າ" ເທົ່ານັ້ນ, ແຕ່ຍັງເປັນການທົດສອບຄວາມສາມາດໃນການຮັບມືຂອງເອີລົບ ຕໍ່ການຈັດລະບຽບໂລກຫຼາຍຂົ້ວໃໝ່ອີກດ້ວຍ. ອີຢູ ກຳລັງມານະພະຍາຍາມຢືນຢັນບົດບາດຂອງຕົນໃນຖານະທີ່ເປັນໜ່ວຍງານຈັດການພູມສາດການເມືອງທົ່ວໂລກ, ເຊິ່ງບໍ່ໄດ້ຈຳກັດຢູ່ໃນທະວີບເກົ່າເທົ່ານັ້ນ, ໃນຂະນະທີ່ຫວຽດນາມ ເປັນພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ ແລະມີທີ່ຕ້ັງພູມສາດໃຈກາງຢູ່ອາຊີຕາເວັນອອກສ່ຽງໃຕ້. ການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ ຊ່ວຍໃຫ້ອີຢູ ມີຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈເພື່ອເພີ່ມອິດທິພົນຢູ່ພາກພື້ນໃນສະພາບການແກ່ງແຍ້ງຍຸດທະສາດທີ່ດຸເດືອດ.
ການຫັນເປັນສີຂຽວ ແລະຫັນເປັນດີຈີຕອນແມ່ນສອງເສົາຄໍ້າໃໝ່, ມີລັກສະນະນໍາໜ້າໃນໄລຍະຫັນປ່ຽນໃນການຮ່ວມມືຫວຽດນາມ-ອີຢູ. ດ້ວຍແຫຼ່ງກຳລັງດ້ານການເງິນ ແລະເຕັກໂນໂລຢີ, ສະໜອງແຫຼ່ງເຕັກໂນໂລຢີ ແລະມາດຕະຖານສີຂຽວແຖວໜ້າໂລກ, ອີຢູ ສາມາດໜູນຊ່ວຍ ຫວຽດນາມ ປະຕິບັດກົນໄກຄູ່ຮ່ວມມືຫັນປ່ຽນພະລັງງານຍຸຕິທໍາ (JETP), ພັດທະນາພື້ນຖານໂຄງລ່າງສີຂຽວ, ເສດຖະກິດໝູນວຽນ ແລະເຕັກໂນໂລຢີເຄິ່ງຊັກນໍາໄຟຟ້າ. ຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານສາມາດຖືວ່າແມ່ນ “ປີ້ເດີນທາງ” ເພື່ອໃຫ້ຫວຽດນາມ ເຂົ້າເຖິງແຫຼ່ງທຶນທີ່ມີຄຸນນະພາບສູງຈາກຍຸດທະສາດ Global Gateway (ປະຕູທົ່ວໂລກ) ຂອງອີຢູ, ໜູນຊ່ວຍຂະບວນການຫັນໄປສູ່ເປັນພື້ນຖານເສດຖະກິດດີຈີຕອນ, ເສດຖະກິດສີຂຽວ. ກົງກັນຂ້າມ, ຫວຽດນາມ ມີຄວາມຕ້ອງການຢ່າງໃຫຍ່ຫຼວງກ່ຽວກັບພະລັງງານທົດແທນ ແລະພື້ນຖານໂຄງລ່າງແບບຍືນຍົງ ແລະແມ່ນຕະຫຼາດສົ່ງອອກເຕັກໂນໂລຢີ ແລະບໍລິການການເງິນສີຂຽວທີ່ມີຄວາມສາມາດບົ່ມຊ້ອນໃຫ້ກຸ່ມບໍລິສັດອີຢູ.
ເຖິງຢ່າງໃດກໍ່ຕາມ, ສິ່ງທ້າທາຍໃນການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອີຢູ ກໍ່ບໍ່ແມ່ນໜ້ອຍ, ໂດຍສະເພາະແມ່ນກ່ຽວຂ້ອງກັບບັນດາມາດຕະຖານສູງຂອງອີຢູ, ຊ່ອງຫວ່າງກ່ຽວກັບລະດັບພັດທະນາ, ລະບອບລະບຽບການ ແລະພື້ນຖານໂຄງລ່າງ. ວົງການນັກວິເຄາະ ໄດ້ຊີ້ໃຫ້ເຫັນວ່າ: ໄປພ້ອມກັບໂອກາດແມ່ນຄວາມຮຽກຮ້ອງຕ້ອງການທີ່ເຄັ່ງຄັດກ່ຽວກັບມາດຕະຖານ ແລະຄວາມສາມາດຮັບມື. ວິສາຫະກິດຫວຽດນາມ ຕ້ອງໄດ້ຫັນປ່ຽນຢ່າງໄວວາ ຖ້າພວກເຂົາບໍ່ຢາກຖືກຂັບໄລ່ອອກຈາກຕະຫຼາດ. ເພື່ອຮັບເອົາແຫຼ່ງທຶນ ແລະເຕັກໂນໂລຢີທີ່ກ້າວໜ້າຈາກອີຢູ, ຫວຽດນາມ ຈຳເປັນຕ້ອງປັບປຸງສະພາບແວດລ້ອມແຫ່ງການລົງທຶນຂອງຕົນຢ່າງແຂງແຮງ, ປະຕິຮູບລະບຽບການບໍລິຫານ ແລະຍົກລະດັບຄຸນນະພາບແຫຼ່ງຊັບພະຍາກອນມະນຸດໃຫ້ຕອບສະໜອງມາດຕະຖານສາກົນ.
ໂດຍ: ໄຊນີດາ