ເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບອະດີດຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ
ກປ.ອອນໄລ - ເນື່ອງໃນໂອກາດເຂົ້າຮ່ວມວາລະໄຂສະພາສັນຕິພາບກ່ຽວກັບເຂດກາຊາ, ຕອນບ່າຍວັນທີ 20 ກຸມພາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານ Kurt M. Campbell ອະດີດຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ.
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ຊົມເຊີຍ ແລະຕີລາຄາສູງບົດບາດ ແລະການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານ Kurt Campbell ໃນການຊຸກຍູ້ການພົວພັນ ຫວຽດນາມ-ອາເມລິກາ ໃນຫຼາຍປີຜ່ານມາ. ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີທ່ານ Kurt Campbell ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ທີ່ໄວ້ເນື້ອເຊື່ອໃຈລະຫວ່າງຫວຽດນາມ ແລະອາເມລິກາ, ປະຊາຄົມວິສາຫະກິດ ແລະຄູ່ຮ່ວມມືສາກົນ, ຜ່ານນັ້ນຊຸກຍູ້ການເຈລະຈານະໂຍບາຍ; ເພີ່ມທະວີການເຊື່ອມຕໍ່ວິສາຫະກິດອາເມລິກາ ແລະນັກລົງທຶນຍຸດທະສາດ ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດເຕັກໂນໂລຢີສູງ, ການເງິນ, ພື້ນຖານໂຄງລ່າງດີຈີຕອນ ແລະພະລັງງານສະອາດ; ສົ່ງເສີມວິສາຫະກິດອາເມລິກາ ເປີດກວ້າງການຮ່ວມມື ແລະການລົງທຶນຢູ່ ຫວຽດນາມ...
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Kurt M. Campbell ອະດີດຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຮັກສາສະຖຽນລະພາບດ້ານການເມືອງ, ສັງຄົມ, ຍົກສູງຄຸນນະພາບລະບອບລະບຽບການ ແລະສ້າງເງື່ອນໄຂສະດວກທີ່ສຸດເພື່ອວິສາຫະກິດສາກົນ ພັດທະນາຍາວນານ, ມີປະສິດທິຜົນ ແລະຍືນຍົງ. ຫວຽດນາມ ປາດຖະໜາຢາກຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກວ່າອີກກັບປະຊາຄົມວິສາຫະກິດສາກົນ, ພ້ອມກັນແບ່ງປັນຄວາມຮັບຜິດຊອບ ແລະຜົນປະໂຫຍດໃນການພັດທະນາແບບຍືນຍົງ.
ສ່ວນທ່ານ Kurt Campbell ໄດ້ຕີລາຄາສູງການຢ້ຽມຢາມອາເມລິກາ ຂອງທ່ານເລຂາທິການໃຫຍ່ ໂຕເລິມ, ຖືວ່າ ການຢ້ຽມຢາມ ແລະເລື່ອງຫວຽດນາມ ເຂົ້າຮ່ວມສະພາສັນຕິພາບກ່ຽວກັບເຂດກາຊາ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງບົດບາດເປັນເຈົ້າການ, ຄວາມຮັບຜິດຊອບ ແລະການປະກອບສ່ວນຢ່າງແທດຈິງຂອງຫວຽດນາມ ສໍາລັບສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືສາກົນ. ທ່ານ Kurt Campbell ໃຫ້ຮູ້ວ່າ ປະຊາຄົມວິສາຫະກິດ ແລະຄູ່ຮ່ວມມືອາເມລິກາ ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມ, ຖື ຫວຽດນາມ ແມ່ນສະຖານທີ່ຍຸດທະສາດໃນລະບົບຕ່ອງໂສ້ຕອບສະໜອງ ແລະນະວັດຕະກໍາທົ່ວໂລກ, ພ້ອມທັງຢືນຢັນວ່າ ພ້ອມແລ້ວທີ່ຈະສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະເຊື່ອມຕໍ່ວິສາຫະກິດລະຫວ່າງສອງປະເທດ.
ໂດຍ: ເຈິ່ນຮວ່ຽນ