ທ່ານ ເລຮວ່າຍຈູງ ພົບປະເຈລະຈາກັບລັດຖະມົນຕີການຕ່າງປະເທດອາເມລິກາ
ວັນທີ 19 ກຸມພາ, ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ພົບປະເຈລະຈາກັບທ່ານ Marco Rubio ລັດຖະມົນຕີການຕ່າງປະເທດອາເມລິກາ ຢູ່ກະຊວງການຕ່າງປະເທດອາເມລິກາ ເນື່ອງໃນໂອກາດເຂົ້າຮ່ວມຄະນະຜູ້ແທນ ໂດຍທ່ານເລຂາທິການໃຫຍ່ ໂຕເລິມ ນຳໜ້າ ເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບ ກ່ຽວກັບເຂດກາຊາ.
ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນເປັນປົກກະຕິ, ຍາວນານ ກັບອາເມລິກາ, ເໝາະສົມກັບຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະ ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ພາກພື້ນ ແລະໂລກ. ທ່ານ ເລຮວ່າຍຈູງ ສະເໜີສອງຝ່າຍ ສືບຕໍ່ສົມທົບກັນເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການຮ່ວມມືເສດຖະກິດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ແກ້ໄຂຜົນຕາມມາຈາກສົງຄາມ, ວິທະຍາສາດ - ເຕັກໂນໂລຢີ…
    |
 |
|
ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ Marco Rubio ລັດຖະມົນຕີການຕ່າງປະເທດອາເມລິກາ. ພາບ: mofa.gov.vn |
ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດອາເມລິກາ ຢັ້ງຢືນວ່າ ອາເມລິກາ ສະໜັບສະໜູນຫວຽດນາມ ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເໝາະສົມກັບຜົນປະໂຫຍດຂອງປະຊາຊົນສອງປະເທດ. ພ້ອມທັງ, ປາດຖະໜາຢາກໃຫ້ສອງຝ່າຍສຳເລັດການເຈະຈາພາສີອາກອນໂດຍໄວ, ສ້າງຂອບເຂດເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃນບັນດາຂົງເຂດນີ້ ກໍ່ຄືເປີດກວ້າງການຮ່ວມມືທາງດ້ານວິທະຍາສາດ, ເຕັກໂນໂລຢີ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ທ່ານ Marco Rubio ກໍ່ຕີລາຄາສູງບົດບາດຂອງຫວຽດນາມ ໃນບັນດາເວທີປາໄສພາກພື້ນ ແລະ ຫຼາຍຝ່າຍຄື ອາຊຽນ, G-20, APEC ແລະ ອື່ນໆ.
ໂດຍ: ກວຽດເຕິມ