ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຖະຫວາຍທູບທຽນ ຢູ່ພະລາຊະວັງທັງລອງ
ກປ.ອອນໄລ - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ - ປີມະເມຍ 2026, ໃນບັນຍາກາດອັນຟົດຟື້ນມ່ວນຊື່ນ ຊົມເຊີຍພັກ, ຕ້ອນຮັບລະດູບານໃໝ່, ຕອນເຊົ້າວັນທີ 14 ກຸມພາ (ກົງກັບວັນທີ 27 ເດືອນທັນວາ ຕາມຈັນທະປະຕິທິນ), ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ຖະຫວາຍທູບທຽນ ຢູ່ ວັງ ກີ໋ງທຽນ (ເຂດປູຊະນີຍະສະຖານພະລາຊະວັງທັງລອງ) ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ.
ໃນທ່າມກາງບັນຍາກາດອັນສັກກາລະບູຊາໃນຊຸມວັນໃກ້ຈະຮອດບຸນເຕັດ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາຜູ້ແທນໄດ້ຖະຫວາຍທູບທຽນ ເພື່ອສະແດງຄວາມເຄົາລົບນັບຖືອາໄລຫາ ແລະຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ; ພ້ອມທັງລາຍງານກ່ຽວກັບຜົນການສ້າງສາ ແລະພັດທະນາປະເທດ; ພາວະນາຂໍໃຫ້ບັນພະບຸລຸດ ຈົ່ງໃຫ້ການອຸປະຖຳຄ້ຳຊູປະເທດຊາດມີຄວາມສະຫງົບສຸກ, ປະຊາຊົນມີຄວາມສຸກຄວາມຈະເລີນ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຖະຫວາຍທູບທຽນຢູ່ເຂດປູຊະນີຍະສະຖານພະລາຊະວັງທັງລອງ. ພາບ: ສໍານັກຂ່າວສານຫວຽດນາມ |
ເມື່ອໂອ້ລົມກັບພະນັກງານ ແລະ ພາລະກອນຂອງສູນອະນຸລັກຮັກສາມໍລະດົກທັງລອງ, ທ່ານ ຟ້າມມິງຈິ໊ງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍສູນ ທີ່ໄດ້ມີຄວາມມະນາພະຍາຍາມຫຼາຍຢ່າງໃນການຄຸ້ມຄອງ, ອະນຸລັກຮັກສາ, ບູລະນະປະຕິສັງຂອນ ແລະເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຂອງພະລາຊະວັງທັງລອງ. ໃນນັ້ນມີການຄົ້ນຄວ້າ, ຟື້ນຟູບັນດາການກິດຈະກໍາເຄື່ອນໄຫວທາງດ້ານວັດທະນະທຳ ແລະພິທີກຳທີ່ເປັນມູນເຊື້ອ; ຈັດຕັ້ງການຕ້ອນຮັບ, ແນະນຳມໍລະດົກໃຫ້ແກ່ນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດນັບໝື່ນຄົນ; ບຸກເບີກໜ້າພຽງເພື່ອຮັບໃຊ້ໃຫ້ການບູລະນະປະຕິສັງຂອນບັນດາມໍລະດົກ...
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພ້ອມກັບປະຊາຊົນ ແລະນັກທ່ອງທ່ຽວຢູ່ເຂດປູຊະນີຍະສະຖານພະລາຊະວັງທັງລອງ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງ, ໄປພ້ອມກັບແຫຼ່ງກໍາລັງຂອງລັດ, ນະຄອນຮ່າໂນ້ຍເວົ້າລວມ ແລະ ສູນອະນຸລັກຮັກສາມໍລະດົກທັງລອງ ເວົ້າສະເພາະ ຄວນລະດົມແຫຼ່ງກໍາລັງອື່ນອີກເພື່ອຟື້ນຟູບູລະນະ, ປະຕິສັງຂອນ, ອະນຸລັກຮັກສາບັນດາມໍລະດົກ; ສະເໜີບັນດາກົນໄກນະໂຍບາຍ, ຖ້າຫາກຈຳເປັນຍື່ນສະເໜີໃຫ້ລັດຖະບານພິຈາລະນາ, ເພື່ອໃຫ້ສະຖານທີ່ແຫ່ງນີ້ກາຍເປັນຄວາມເອກອ້າງທະນົງໃຈຂອງດິນແດນແຫ່ງອະລິຍະທຳນັບພັນປີ, ວິລະຊົນ, ສະຫງ່າຜ່າເຜີຍສຸພາບລຽບລ້ອຍຂອງຊາວຫວຽດນາມ ແຕ່ລະຄົນ.
ໂດຍ: ທູຈາງ