ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍສຳຄັນເພື່ອແນໃສ່ຮັກສາກົນໄກການຮ່ວມມືທ້ອງຖິ່ນ, ຊຸກຍູ້ການເຊື່ອມຕໍ່ທີ່ແທດຈິງໃນຫຼາຍຂົງເຂດ, ປະກອບສ່ວນເຂົ້າໃນການຮັດແໜ້ນກວ່າອີກການພົວພັນມິດຕະພາບລະຫວ່າງຫວຽດນາມ - ຈີນ.

leftcenterrightdel
ການນໍາສອງຝ່າຍຢ້ຽມຊົມບັນດາຮ້ານວາງສະແດງ. ພາບ: VOV

ທີ່ລາຍການ, ທ່ານເລຂາພັກເຂດປົກຄອງຕົນເອງ ເຜົ່າຈ້ວງ ກວາງຊີ ໄດ້ສະເໜີໃຫ້ຍູ້ແຮງການຮ່ວມມືດ້ານການລົງທຶນ, ຊຸກຍູ້ການຄ້າທາງເອເລັກໂຕນິກຂ້າມຊາຍແດນ ແລະສ້າງເງື່ອນໄຂທີ່ສະດວກໃຫ້ແກ່ສິນຄ້າຫວຽດນາມ ຜ່ານກວາງຊີ ເຂົ້າເຖິງຕະຫຼາດຈີນ ຢ່າງເລິກເຊິ່ງກວ່າ. ພ້ອມທັງ, ກວາງຊີ ສົ່ງເສີມໃຫ້ວິສາຫະກິດຈີນ ລົງທຶນເຂົ້າໃນບັນດາທ້ອງຖິ່ນຂອງຫວຽດນາມ ໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ເຊັ່ນ: ພະລັງງານສະອາດ, ປັນຍາປະດິດ (AI), ກະສິກຳສະຫຼາດ.

ຄຽງຂ້າງການພັດທະນາແລ້ວ, ເນື້ອໃນການຄຸ້ມຄອງຊາຍແດນ ແລະການຮ່ວມມືດ້ານປ້ອງກັນຄວາມສະຫງົບສືບຕໍ່ໄດ້ຮັບການເນັ້ນໜັກຢ່າງແຮງ. ກວາງຊີ ແລະຫ້າແຂວງ, ນະຄອນຂອງຫວຽດນາມ ໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນໃນການປ້ອງກັນ, ຕ້ານອາຊະຍາກຳຂ້າມຊາດ; ໂຄສະນາເຜີຍແຜ່ ແລະປະຕິບັດເອກະສານນິຕິກໍາກ່ຽວກັບຊາຍແດນທາງບົກຢ່າງຄົບຖ້ວນ, ແກ້ໄຂບັນຫາໃໝ່ທີ່ເກີດຂຶ້ນຢ່າງທັນການ; ພ້ອມທັງຮ່ວມມືໃນການປ້ອງກັນ, ຕ້ານ ແລະຮັບມືກັບໄພທຳມະຊາດຢູ່ເຂດຊາຍແດນ.

ໂດຍ: ຈາງຫງວຽນ