ຫວຽດນາມ-ນອກແວ ເພີ່ມທະວີການຮ່ວມມືໃນທຸກຂົງເຂດ
ກປ.ອອນໄລ - ວັນທີ 10 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ ເລຮ່ວາຍຈູງ ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ການຕ້ອນຮັບທ່ານ Åsmund Aukrust ລັດຖະມົນຕີຮັບຜິດຊອບການພັດທະນາສາກົນ ກະຊວງການຕ່າງປະເທດນອກແວ.
ທີ່ການຕ້ອນຮັບ, ທ່ານ ເລຮ່ວາຍຈູງ ສະເໜີໃຫ້ສອງຝ່າຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຜ່ານການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະທຸກຊ່ອງທາງ; ເສີມຂະຫຍາຍທ່າແຮງຂອງນອກແວ ແລະຄວາມສາມາດບົ່ມຊ້ອນຂອງສອງປະເທດໃນຂົງເຂດການລົງທຶນ-ການຄ້າ, ກະສິກຳ, ການພັດທະນາການປະມົງແບບຍືນຍົງ, ເຕັກໂນໂລຢີສູງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ ແລະການເຕີບໂຕສີຂຽວ ເພື່ອແນໃສ່ນໍາການພົວພັນນັບມື້ນັບເປີດກວ້າງ ແລະເຂົ້າສູ່ລວງເລິກ, ແທດຈິງ.
    |
 |
|
ທ່ານ ເລຮ່ວາຍຈູງ ລັດຖະມົນຕີກະຊວງການຕ່າງປະເທດ ແລະທ່ານ Åsmund Aukrust ລັດຖະມົນຕີຮັບຜິດຊອບການພັດທະນາສາກົນກະຊວງການຕ່າງປະເທດນອກແວ. ພາບ: ກວາງຮວ່າ |
ທ່ານ ເລຮ່ວາຍຈູງ ແລະທ່ານ Åsmund Aukrust ສະແດງຄວາມປິຕິຊົມຊື່ນຕໍ່ບາດກ້າວທີ່ຕັ້ງໜ້າໃນການເຈລະຈາເພື່ອສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດສີຂຽວ ຫວຽດນາມ-ນອກແວ, ເຫັນດີຊຸກຍູ້ການເຈລະຈາ ແລະການເຊັນສັນຍາການຄ້າເສລີ (FTA) ລະຫວ່າງບັນດາປະເທດສະມາຊິກກຸ່ມ EFTA (ລວມມີ: ນອກແວ, ສະວິດ, ໄອແລນ ແລະ Liechten) ກັບຫວຽດນາມ ແນໃສ່ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ, ນໍາມາເຊິ່ງຜົນປະໂຫຍດແທດຈິງມາໃຫ້ປະຊາຄົມວິສາຫະກິດ ແລະ ປະຊາຊົນສອງຝ່າຍ.
ທ່ານ Åsmund Aukrust ຕີລາຄາສູງບົດບາດ, ທີ່ຕັ້ງ ແລະນະໂຍບາຍການພົວພັນຕ່າງປະເທດທີ່ເປັນເຈົ້າການ, ຕັ້ງໜ້າຂອງຫວຽດນາມ, ຖືຫວຽດນາມ ເປັນເພື່ອນມິດ ແລະຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງນອກແວ ຢູ່ພາກພື້ນ ອາຊີ-ປາຊີຟິກ; ທ່ານ Åsmund Aukrust ຢືນຢັນວ່າ ການຢ້ຽມຢາມຫວຽດນາມ ຄັ້ງນີ້ດຳເນີນໄປພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ປະສົບຜົນສຳເລັດ, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ ແລະຄວາມເອົາໃຈໃສ່ຂອງລັດຖະບານນອກແວ ຕໍ່ກັບການຊຸກຍູ້ການຮ່ວມມືຢ່າງແທດຈິງ, ຮອບດ້ານກັບຫວຽດນາມ ໃຫ້ຫຼາຍກວ່າອີກ. ທ່ານ ຖືວ່າ, ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດຍັງຫຼາຍຢູ່ທັງດ້ານສອງຝ່າຍ ແລະຫຼາຍຝ່າຍ.
    |
 |
|
ບັນຍາກາດທີ່ການຕ້ອນຮັບ. ພາບ: ກວາງຮວ່າ |
ໃນສະພາບການຂາດສະຖຽນລະພາບໃນທົ່ວໂລກນັບມື້ນັບເພີ່ມຂຶ້ນ ແລະຄວາມເຄັ່ງຕຶງດ້ານການຄ້າເພີ່ມຂຶ້ນ, ທ່ານ Åsmund Aukrust ຢືນຢັນວ່າ ນອກແວ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບຫວຽດນາມ ໃນຂົງເຂດການຄ້າ, ສິນໃນນໍ້າ, ສິນທະເລແບບຍືນຍົງ, ພະລັງງານສີຂຽວ, ເສດຖະກິດທະເລ, ການຫັນເປັນສີຂຽວ, ການພັດທະນາເສດຖະກິດໝູນວຽນ, ພ້ອມທັງສືບຕໍ່ຮ່ວມມືກັບຫວຽດນາມ ເພື່ອຊຸກຍູ້ລັດທິຫຼາຍຝ່າຍ ແລະປະກອບສ່ວນແກ້ໄຂສິ່ງທ້າທາຍທົ່ວໂລກ.
ໂດຍ: ທູຈາງ