ວັນທີ 13 ກຸມພາ, ທີ່ສໍານັກງານຂອງບໍລິສັດກະສິກໍາ Cítricos Caribe S.A ຢູ່ນະຄອນຫຼວງ La Habana, ກູບາ, ຕາງໜ້າລັດຖະບານ ແລະວິສາຫະກິດຜະລິດເຂົ້າສານ AgriVMA ຂອງຫວຽດນາມ ໄດ້ມອບ-ຮັບ ເຂົ້າສານຊ່ວຍເຫຼືອລ້າ 250 ໂຕນໃຫ້ກູບາ, ຕາມຂໍ້ຕົກລົງສະບັບໜຶ່ງລະຫວ່າງກະຊວງກະສິກໍາ ແລະສິ່ງແວດລ້ອມ ຫວຽດນາມ ແລະກະຊວງກະສິກໍາກູບາ.

leftcenterrightdel
ທ່ານ ເລກວາງລອງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ກູບາ ມອບສັນຍາລັກເຂົ້າສານ 250 ໂຕນໃຫ້ທ່ານ Telce Abdel González ຮອງລັດຖະມົນຕີກະຊວງກະສິກໍາກູບາ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄໍາເຫັນທີ່ເຫດການ, ທ່ານ Telce Abdel González ຢືນຢັນວ່າຝ່າຍ ກູບາ ຈະສ້າງທຸກເງື່ອນໄຂສະດວກໃຫ້ໂຄງການຜະລິດເຂົ້າຂອງວິສາຫະກິດ Agri VMA ຂອງຫວຽດນາມ ຢູ່ເມືອງ Los Palacios, ແຂວງ Pinar del Rio, ມຸ່ງເຖິງທະວີຄູນຮູບແບບຜະລິດສູ່ທ້ອງຖິ່ນຕ່າງໆຂອງກູບາ.

ທ່ານ Telce Abdel González ຕີລາຄາສູງວິສາຫະກິດຫວຽດນາມ ພວມລົງທຶນໃນຂົງເຂດກະສິກໍາຢູ່ ກູບາ, ປະກອບສ່ວນຊຸກຍູ້ການຜະລິດກະສິກໍາ ແລະຮັບປະກັນຄວາມໝັ້ນຄົງສະບຽງອາຫານໃຫ້ກູບາ; ພ້ອມທັງສະແດງຄວາມປາດຖະໜາຢາກບັນດາວິສາຫະກິດກະສິກໍາຫວຽດນາມ ສືບຕໍ່ເປີດກວ້າງການລົງທຶນຢູ່ກູບາ, ບໍ່ພຽງແຕ່ໃນເຂົ້າເທົ່ານັ້ນ ຫາກຍັງຜະລິດກະສິກໍາອື່ນອີກ.

ສ່ວນທ່ານ ເລກວາງລອງ ເນັ້ນໜັກຄວາມໝາຍຂອງເຫດການ, ສະແດງຄວາມໄວ້ເນື້ອເຊື່ອໃຈຂອງວິສາຫະກິດຫວຽດນາມ ພວມລົງທຶນຢູ່ ກູບາ, ໂດຍບໍ່ຫົວຊາຄວາມຫຍຸ້ງຍາກເຊິ່ງກູບາ ພວມປະສົບຢູ່. ເລື່ອງບັນດາວິສາຫະກິດຫວຽດນາມ ເປີດກວ້າງການຜະລິດຢູ່ກູບາ ແມ່ນພິສູດໃຫ້ເຫັນການພົວພັນສາມັກຄີ, ມິດຕະພາບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ກູບາ.

ໂດຍ: ໄຊນີດາ