ຮັດແໜ້ນກວ່າອີກການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ເຊັກ
ກປ.ອອນໄລ - ການຮ່ວມມືສອງຝ່າຍໃນບັນດາຂົງເຂດສືບຕໍ່ໄດ້ຮັບການຊຸກຍູ້, ປະກອບສ່ວນຮັດແໜ້ນກວ່າອີກເນື້ອໃນຈິດໃຈການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ເຊັກ. ທ່ານ ເລຮວ່າຍຈູງ ກໍາມະການກົມການເມືອງ, ລັດຖະມົນຕີການຕ່າງປະເທດ ໄດ້ເນັ້ນໜັກຄືຈັ່ງຊັ້ນໃນການຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານ Hynek Kmonicek ເອກອັກຄະລັດຖະທູດ ເຊັກ ເນື່ອງໃນໂອກາດທີ່ທ່ານ ທູດ ສຳເລັດການປະຕິບັດໜ້າທີ່ການທູດຢູ່ ສສ ຫວຽດນາມ ທີ່ດໍາເນີນໃນຕອນເຊົ້າວັນທີ 10 ກຸມພາ ຢູ່ຮ່າໂນ້ຍ.
ຊົມເຊີຍທ່ານ Hynek Kmonicek ໄດ້ສໍາເລັດການປະຕິບັດໜ້າທີ່ການທູດຢ່າງດີເລີດ, ທ່ານ ເລຮວ່າຍຈູງ ຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າຂອງ ທ່ານ ທູດ ໃນການປັບປຸງ ແລະຮັດແໜ້ນກວ່າອີກການພົວພັນທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະເຊັກ; ຢັ້ງຢືນວ່າໃນອາຍຸການປະຕິບັດໜ້າທີ່ການທູດຂອງທ່ານ ທູດ ຢູ່ຫວຽດນາມ, ການພົວພັນສອງປະເທດໄດ້ມີບາດກ້າວພັດທະນາຢ່າງແຂງແຮງ, ບັນລຸໝາກຜົນທີ່ພົ້ນເດັ່ນໃນຂົງເຂດຕ່າງໆ. ການພົວພັນການເມືອງ-ການຕ່າງປະເທດໄດ້ຮັບການປັບປຸງຜ່ານການຢ້ຽມຢາມ, ພົບປະຂັ້ນສູງ ແລະທຸກຂັ້ນຢ່າງບໍ່ຢຸດຢັ້ງ, ພິເສດສອງປະເທດໄດ້ຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການກົງກັບໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2025.
    |
 |
|
ທ່ານ ເລຮວ່າຍຈູງ ແລະທ່ານ Hynek Kmonicek ເອກອັກຄະລັດຖະທູດເຊັກ. ພາບ: ຫງວຽນຮົ່ງ |
ກ່ຽວກັບການຄ້າ-ການລົງທຶນ, ການຮ່ວມມືສອງຝ່າຍສືບຕໍ່ບັນລຸໄດ້ບາດກ້າວຢ່າງຈະແຈ້ງ. ວົງເງິນການຄ້າສອງສົ້ນເຕີບໂຕຢ່າງປະທັບໃຈ, ເພີ່ມທົບສອງເທົ່າເມື່ອທຽບໃສ່ກັບປີ 2022, ຈາກ 848 ລ້ານໂດລາສະຫະລັດ ຂຶ້ນເປັນປະມານ 2,3 ຕື້ໂດລາສະຫະລັດໃນປີ 2025; ໂຄງການໂຮງງານຜະລິດໂອໂຕ Skoda ເຂົ້າສູ່ການເຄື່ອນໄຫວສໍາເລັດໄດ້ສ່ອງແສງໃຫ້ເຫັນທ່າແຮງບົ່ມຊ້ອນຮ່ວມມືອັນໃຫຍ່ຫຼວງ ແລະການຊ່ວຍຊູກັນທີ່ນັບມື້ນັບມີປະສິດທິຜົນລະຫວ່າງສອງພື້ນຖານເສດຖະກິດ.
ທ່ານລັດຖະມົນຕີ ກໍ່ຮັບຮູ້ການຮ່ວມມືສອງຝ່າຍໃນຂົງເຂດຕ່າງໆ ຄື ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ-ບໍາລຸງສ້າງ, ວິທະຍາສາດ-ເຕັກໂນໂລຢີ, ວັດທະນະທໍາ-ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ... ສືບຕໍ່ໄດ້ຮັບການຊຸກຍູ້, ປະກອບສ່ວນຮັດແໜ້ນກວ່າອີກເນື້ອໃນຈິດໃຈການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ເຊັກ.
    |
 |
|
ທ່ານ ເລຮວ່າຍຈູງ ຕ້ອນຮັບທ່ານ Hynek Kmonicek ເອກອັກຄະລັດຖະທູດ ເຊັກ. ພາບ: ຫງວຽນຮົ່ງ |
ທ່ານ Hynek Kmonicek ໄດ້ຂອບໃຈທ່ານ ເລຮວ່າຍຈູງ ແລະກະຊວງການຕ່າງປະເທດຫວຽດນາມ ທີ່ຍາມໃດກໍ່ສົມທົບກັນຢ່າງແໜ້ນແຟ້ນ, ສ້າງເງື່ອນໄຂສະດວກເພື່ອໃຫ້ທ່ານ ທູດ ປະຕິບັດສໍາເລັດໜ້າທີ່ການທູດຢູ່ຫວຽດນາມ. ເຫັນດີເປັນເອກະພາບສູງກັບບັນດາທິດທາງມຸ່ງເຖິງການຮ່ວມມື ໂດຍ ທ່ານ ເລຮວ່າຍຈູງ ເຕື້ອງເຖິງ, ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ເຖິງວ່າໃນຖານະຕໍາແໜ່ງໃດກໍ່ຕາມ, ທ່ານ ກໍ່ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນໃຫ້ແກ່ການພັດທະນາການພົວພັນລະຫວ່າງສອງປະເທດ.
ເນື່ອງໃນໂອກາດນີ້, ທ່ານ ເລຮວ່າຍຈູງ ຂອບໃຈ ສ. ເຊັກ ທີ່ໄດ້ສະໜັບສະໜູນ ແລະສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຊົມຊາວຫວຽດນາມ ອາໄສຢູ່ເຊັກ ມີການດໍາລົງຊີວິດເປັນປົກກະຕິ, ເຊື່ອມໂຍງເປັນຢ່າງດີ ແລະປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນມິດຕະພາບສອງປະເທດ.
ໂດຍ: ໄຊນີດາ